ທ່ານ ຊິນອາ ອາເດິນ ນາຍົກລັດຖະມົນຕີຂອງນູແວນເຊລັງ ກ່າວໃນວັນທີ 10 ສິງຫານີ້ວ່າ: ຊາວນູແວນເຊລັງໃຊ້ຖົງພລາສຕິກແບບຄັ້ງດຽວຖິ້ມປີລະຫຼາຍລ້ານຖົງ ສ່ວນໃຫຍ່ກາຍໄປເປັນຂີ້ເຫຍື້ອອັນຕະລາຍຕໍ່ສັດນໍ້າ ເພາະເປັນຂີ້ເຫຍື້ອທີ່ພົບຫຼາຍທີ່ສຸດຕາມແຄມຝັ່ງນູແວນເຊລັງ ຈຶ່ງຕ້ອງຈັດການກັບຂີ້ເຫຍື້ອໃຫ້ດີກວ່ານີ້.

ການເລີກໃຊ້ຖົງພລາສຕິກແບບໃຊ້ແລ້ວຖິ້ມ ເປັນວິທີການທີ່ໄດ້ຜົນໃນຫຼຸດພາວະມົນລະພິດ ເພາະຈະຊ່ວຍຮັກສາສະພາບແວດລ້ອມ ແລະ ປົກປັກຮັກສາພາບລັກການເປັນປະເທດທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ. ລັດຖະບານປະສົມຂອງປະເທດ ກຳລັງປະຄວາມທ້າທາຍດ້ານສິ່ງແວດລ້ອມ ແລະ ກຳລັງດຳເນີນການເພື່ອບໍ່ໃຫ້ບັນຫາຕົກໄປເຖິງຄົນຮຸ້ນຫຼັງ.

ສະຫະປະຊາຊາດ (UN) ອອກລາຍງານໃນເດືອນມິຖຸນາວ່າ: ທົ່ວໂລກໃຊ້ຖົງພລາສຕິກແບບຄັ້ງດຽວຖິ້ມ ຫຼາຍເຖິງ 5 ລ້ານລ້ານຸົງຕໍ່ປີ ຫຼື ສະເລ່ຍເກືອບ 10 ລ້ານຖົງຕໍ່ວິນາທີ, ຖ້າຫາກນຳຖົງເຫຼົ່ານີ້ມາມັດຕໍ່ກັນຈະສາມາດພັນຮອບໂລກໄດ້ 8 ຄັ້ງຕໍ່ໜຶ່ງຊົ່ວໂມງ ແລະ ສ່ວນໃຫຍ່ເປັນຂີ້ເຫຍື້ອທີ່ຣີໄຊເຄິນບໍ່ໄດ້.

ປັດຈຸບັນ, ມີຫຼາຍກວ່າ 60 ປະເທດແລ້ວ ທີ່ຫ້າມ ຫຼື ຄິດເງິນຄ່າຖົງພລາສຕິກແບບໃຊ້ແລ້ວຖິ້ມ. UN ແນະນຳວ່າ: ການຈັດການຂີ້ເຫຍື້ອຢ່າງມີປະສິດທິພາບ, ການໃຊ້ແຮງຈູງໃຈທາງການເງິນເພື່ອປັບປ່ຽນພຶດຕິກຳຜູ້ບໍລິໂພກ ແລະ ການວິໄຈຫາວັດຖຸທາງເລືອກແທນພລາສຕິກ ອາດຈະກໍ່ໃຫ້ເກີດການປ່ຽນແປງຢ່າງແທ້ຈິງ.