ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ຄົບຮອບ 16 ປີ ( ວັນທີ 9 ສິງຫາ 2002-9 ສິງຫາ 2018 ) ເປັນປະທານ ແລະ ປາຖະກະຖາໂດຍ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີຄະນະກົມ, ຮອງກົມ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ປອ ມາລາ ວິລະຈິດໄດ້ ກ່າວວ່າ: ໃນວັນທີ 9 ສິງຫາ 2002 ເປັນວັນສ້າງຕັ້ງກຳລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປ້ອງກັນຄວາມສະຫງົບ ເຊິ່ງເປັນວັນທີ່ມີຄວາມສໍາຄັນຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຈະໝຸນວຽນຄົບຮອບ 16 ປີ ກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດປ້ອງກັນຄວາມສະຫງົບ

ແມ່ນກໍາລັງວິຊາສະເພາະໜຶ່ງໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນທີ່ມີພາລະບົດບາດໃນການຄົ້ນຄວ້າ, ວາງແຜນການ, ກໍານົດໂຄງການ, ກວດແກ້, ປັບປຸງ, ຄຸ້ມຄອງ, ກວດກາປະເມີນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ, ຍຸດທະສາດ, ຕຳລາຫຼັກສູດການຮຽນ-ການສອນທາງດ້ານນິຕິສາດ, ເຕັກນິກ-ເທັກໂນໂລຊີ, ປະຫວັດສາດ, ມູນເຊື້ອ, ການບໍລິການ, ການຄຸ້ມຄອງ, ການບູລະນະ, ການປົກປັກຮັກສາຫໍພິພິທະພັນ ແລະ ຫ້ອງສະໝຸດປ້ອງກັນຄວາມສະຫງົບ, ຕຳແໜ່ງວິຊາການຊຳນານງານ, ວຸດທິຄູ, ແບບພິເສດ ເພື່ອສະເໜີຂັ້ນເທິງອະນຸມັດ;

ເຂົ້າຮ່ວມ ແລະ ປະກອບສ່ວນໃນການຄົ້ນຄວ້າພັດທະນາກຳລັງການຈັດຕັ້ງວຽກງານວິຊາສະເພາະນິຕິກຳ, ກົດໝາຍ ແລະ ລະບອບແບບແຜນວິທີເຮັດວຽກໄດ້ກໍ່ສ້າງ ແລະ ປັບປຸງຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ; ຄົ້ນຄວ້າວິທະຍາສາດ ໃນຫົວຂໍ້ ຕ້ານກົນອຸບາຍສວຍໃຊ້ຊົນເຜົ່າ ໃນ ສປປ ລາວ ແລະ ຕ້ານກົນອຸບາຍສວຍໃຊ້ສາສະໜາ ຂອງອິດທິກຳລັງປໍລະປັກກໍ່ຄວາມບໍ່ສະຫງົບຢູ່ ສປປ ລາວ; ປັບປຸງ-ບູລະນະເຂດອະນຸສອນສະຖານສັນຕິລາດສູນກາງ ຢູ່ເມືອງວຽງໄຊ ແຂວງຫົວພັນ;

ຄົ້ນຄວ້າສະຫຼຸບເຫດການປະຫວັດສາດນັກຮຽນປ້ອງກັນຄວາມສະຫງົບລາວ ຢູ່ໂຮງຮຽນ 12-75 ສສ ຫວຽດນາມ 1976-1991; ຄົ້ນຄວ້າ ແລະ ຈັດກອງປະຊຸມຮັບຮອງ 13 ຍຸດທະສາດ ປ້ອງກັນຄວາມສະຫງົບ; ປັບປຸງເຄື່ອງປະຈຳຕົວ 4 ວິຊາສະເພາະ ຄື: ປ້ອງກັນສູນກາງ, ປ້ອງກັນເຄື່ອນທີ່, ປ້ອງກັນທີ່ຕັ້ງ ແລະ ຈະລາຈອນ; ກວດສອບ ແລະ ຮຽບຮຽງ 4 ແຜນງານ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ.

ການປາຖະກະຖາໃນຄັ້ງນີ້ ຍັງເປັນການທົບທວນຫວນຄືນມູນເຊື້ອ-ຜົນງານຂອງກໍາລັງຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ທີ່ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ ພ້ອມກັນນັ້ນຍັງໃຫ້ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງຮາກຖານໂຄງລ່າງຂອງກົມ 512; ປັບປຸງບູລະນະຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ;

ທັງຄົ້ນຄວ້າ-ປັບປຸງທິດສະດີຍຸດທະສາດ ປກສ; ສ້າງ-ປັບປຸງນິຕິກຳຄຸ້ມຄອງການຄົ້ນຄວ້າວິທະຍາສາດ ປກສ ແລະ ປັບປຸງການຈັດຕັ້ງ-ເຄື່ອນໄຫວຂອງສະພາວິທະຍາສາດ ປກສ ໃຫ້ເປັນລະບົບ.