ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ, ທ່ານ ນາງ ນາລີ ສີສຸລິດ ພ້ອມດ້ວຍຄະນະໄດ້ງລົງຢ້ຽມຢາມບ້ານລາວ-ທອງ ເປັນບ້ານວິລະຊົນ ຢູ່ເມືອງແປກ ໃນວັນທີ 5 ສິງຫາ 2018 ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່-ແມ່ປະຊາຊົນພາຍໃນບ້ານໆລາວ-ທອງ ແຕ່ເສັ້ນທາງເຂົ້າເຖິງບ້ານແມ່ນລຳບາກ ເພາະເປັນເສັ້ນທາງທຽວໄດ້ລະດູດຽວ.

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ແລະ ທ່ານ ນາງ ນາລີ ສີສຸລິດ

ໂອກາດນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ໂອ້ລົມປະຊາຊົນບ້ານລາວ-ທອງ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍພໍ່-ແມ່ປະຊາຊົນໃນການອະນຸລັກປ່າໄມ້, ສັດປ່າ-ສັດນ້ຳ, ດຸໝັ່ນເພີ່ມພູນຜະລິດຜົນ ເປັນເຂດອູ່ເຂົ້າອູ່ປາ ພ້ອມທັງໄດ້ໃຫ້ການນໍາເມືອງຊອກຫາແຫຼ່ງທຶນ ເພື່ອສ້າງທາງເຂົ້າຫາບ້ານ ເຊິ່ງເປັນທາງປູແຮ່ ສາມາດທຽວໄດ້ 2 ລະດູ ເພາະມີຫຼາຍບ້ານໄດ້ນຳໃຊ້ເສັ້ນທາງດັ່ງກ່າວ ແລະ ຈະເປັນການສ້າງຄວາມເຂັ້ມແຂງ, ຂະຫຍາຍເສດຖະກິດໃນຂົງເຂດນີ້ ໃຫ້ຮັກສາມູນເຊື້ອບ້ານວິລະຊົນ, ມີຄວາມສາມັກຄີ, ຮັກປະເທດຊາດ ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວໃຫ້ເຂັ້ມແຂງ.

ພໍ່-ແມ່ປະຊາຊົນບ້ານລາວທອງ ບ້ານວິລະຊົນຢູ່ເມືອງແປກ ແຂວງຊຽງຂວາງ

ການມາຢ້ຽມຢາມຄັ້ງນີ້, ທ່ານຍັງກໍໄດ້ມອບເຄື່ອງ ຈຳນວນ 86 ເປົາ ໃຫ້ 86 ຄອບຄົວ ຂອງບ້ານລາວ-ທອງ ຄົບທຸກຄອບຄົວພາຍໃນບ້ານ; ເຊິ່ງໃນເປົາໜຶ່ງປະກອບມີ: ຜ້າຫົ່ມ, ສາດ, ປ໋ອງປາ ແລະ ມຸ້ງ ລວມມູນຄ່າທັງໝົດ 24 ລ້ານກ່ວາກີບ.