ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ຮ່ວມກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແລະ ວາງສະແດງຜົນງານກ່ຽວກັບການສົ່ງເສີມການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດສ້າງ ແລະ ການນໍາໃຊ້ເຕັກໂນໂລຊີຂອງ 2 ຊາດ ລາວ-ຫວຽດນາມ ໃນວັນທີ 9 ສິງຫາ 2018,

ໂດຍມີ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ, ທ່ານ ເຈິນວັນຕຸງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ມີຫົວໜ້າສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກສ່ວນວິສາຫະກິດທຸລະກິດທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ການພົບປະ ແລະ ວາງສະແດງຜົນງານກ່ຽວກັບການສົ່ງເສີມການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທໍາອິດ ເພື່ອສົ່ງເສີມການຖ່າຍທອດ, ການຄົ້ນຄວ້າ, ການປະດິດສ້າງ ແລະ ການນໍາໃຊ້ເຕັກໂນໂລຊີຂອງ 2 ຊາດ ລາວ-ຫວຽດນາມ

ພາຍໃຕ້ຂອບການຮ່ວມມືການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານເຕັກໂນໂລຊີ ແລະ ວັດຕະກໍາທີ່ໄດ້ລົງນາມຮ່ວມກັນໃນປີຜ່ານມາ;

ພ້ອມນີ້, ຍັງໄດ້ເຊື້ອເຊີນເອົາບັນດາສະຖາບັນຄົ້ນຄວ້າ ແລະ ພັດທະນາ, ມະຫາວິທະຍາໄລ, ພາກສ່ວນທຸລະກິດທັງສອງປະເທດຈາກຫຼາຍພາກສ່ວນເຂົ້າຮ່ວມ ແລະ ໄດ້ນໍາເອົາຜະລິດຕະພັນ ແລະ ຜົນງານໃນຂົງເຂດເຕັກໂນໂລຊີຂະບວນການຜະລິດ ແລະ ເກັບຮັກສາຜົນການຜະລິດກະສິກໍາ, ພະລັງງານທົດແທນ, ການຮັກສາສິ່ງແວດລ້ອມ, ຂໍ້ມູນຂ່າວສານ-ສື່ສານ ແລະ ການບໍລິການ, ການເພາະລ້ຽງສັດນໍ້າ ແລະ ການປະມົງ.

ພ້ອມນີ້, ຜູ້ເຂົ້າຮ່ວມທັງສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ຜົນສໍາເລັດຂອງການຄົ້ນຄວ້າ, ນໍາສະເໜີບັນດາເຕັກໂນໂລຊີທີ່ກ້າວໜ້າ, ຮ່ວມມືຄົ້ນຄວ້າລົງທຶນດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາຮ່ວມກັນ ແລະ ໄດ້ພ້ອມກັນປຶກສາຫາລືຊອກຫາໂຄງການທີ່ສອດຄ່ອງ ແລະ ເໝາະສົມກັບສະພາບການພັດທະນາຢູ່ໃນປັດຈຸບັນຂອງສອງປະເທດ ກໍຄືການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ນອກນັ້ນ, ທັງສອງຝ່າຍຍັງໄດ້ຮ່ວມກັນຕັດແຖບຜ້າ ແລະ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ເປັນຕົ້ນແມ່ນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສະໜັບສະໜູນໂຄງການຄົ້ນຄວ້າ ແລະ ພັດທະນາສໍາລັບການລ້ຽງປາກະຊັງ ຢູ ສປປ ລາວ ທີ່ມີຄ່າໃຊ້ຈ່າຍຕໍ່າ, ການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ.