ໃນວັນທີ 9 ສິງຫາ 2018 ໄດ້ມີພິທີມອບ-ຮັບໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ ທີ່ສະໜັບສະໜູນໂດຍທຶນກູ້ຢືມການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການຈາກປະເທດຍີ່ປຸ່ນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຝ່າຍຍີ່ປຸ່ນນໍາໂດຍ ທ່ານ ຄາຊຸຢູ ກິນາກະເນະ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງຍີ່ປຸ່ນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈໍານວນຜູ້ໂດຍສານໃນສະໜາມບິນດັ່ງກ່າວ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ໂດຍທີ່ສະໜາມບິນສາມາດຮອງຮັບຜູ້ໂດຍສານຕ່າງປະເທດ ໄດ້ 690.000 ຄົນ ແລະ ຜູ້ໂດຍສານພາຍໃນໄດ້ 300.000 ຄົນ ໃນປີ 2014D ໃນປີ 2023 ຄາດວ່າສະໜາມບິນສາມາດມີຜູ້ໂດຍສານຕ່າງປະເທດໄດ້ 1.510.000 ຄົນ ແລະ ຜູ້ໂດຍສານພາຍໃນໄດ້ 460.000 ຄົນ; ໂຄງການດັ່ງກ່າວອາຄານຜູ້ໂດຍສານຫຼັກແມ່ນໄດ້ຮັບການຂະຫຍາຍ, ອາຄານຜູ້ໂດຍສານພາຍໃນໄດ້ຮັບການສ້າງຂຶ້ນໃໝ່, ທາງແລ່ນຍົນອອກດ່ວນກໍໄດ້ຮັບການຍົກລະດັບ ພ້ອມທັງສິ່ງອໍານວຍຄວາມສະດວກອ້ອມຂ້າງບໍ່ວ່າຈະເປັນບ່ອນຈອດລົດ ແລະ ຖະໜົນຕ່າງໆກໍໄດ້ຮັບການປັບປຸງ. ນອກຈາກນີ້, ເພື່ອຕອບສະໜອງຄວາມຕ້ອງການຂອງການສັນຈອນທາງອາກາດທີ່ເພີ່ມຂຶ້ນ, ປະສິດທິພາບ ແລະ ຄວາມປອດໄພຂອງການດໍາເນີນວຽກງານພາຍໃນສະໜາມບິນກໍໄດ້ຮັບການຍົກລະດັບຂຶ້ນອີກໂຄງການນີ້ ຍັງໄດ້ປະກອບສ່ວນເຂົ້າສູ່ການສົ່ງເສີມການພັດທະນາເສດຖະກິດໃນ ສປປ ລາວນໍາອີກ; ສໍາລັບໂຄງການນີ້ ອົງການໄຈກ້າ ໄດ້ສະໜອງທຶນກູ້ຢືມຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການຈໍານວນ 9,017 ຕື້ເຢນ, ໃນປີ 2014 ແລະ ໄດ້ໃຫ້ການຊ່ວຍເຫຼືອປະຕິບັດໂຄງການດັ່ງກ່າວ ເລື້ອຍມາ.

ການດໍາເນີນ ແລະ ການບໍລິຫານວຽກງານປະຈໍາວັນພາຍໃນສະໜາມບິນ ຈະຖືກຈັດຕັ້ງປະຕິບັດໂດຍຜ່ານການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ກໍຄືລະຫວ່າງ ບໍລິສັດ JALUX ແລະ TOYOTA tsusho ໂດຍພາຍໃຕ້ການບໍລິຫານຂອງບໍລິສັດເອກະຊົນຈາກປະເທດຍີ່ປຸ່ນ ຄາດວ່າ ສະໜາມບິນວັດໄຕຈະສາມາດສືບຕໍ່ໃຫ້ການບໍລິການທີ່ມີຄຸນນະພາບໄດ້.

ໂອກາດດຽວກັນ, ກໍໄດ້ມີພິທີເຊັນສັນຍາການດໍາເນີນງານພາຍໃນສະໜາມບິນລະຫວ່າງ ສອງບໍລິສັດຂອງຍີ່ປຸ່ນ ແລະ ກອງຄຸ້ມຄອງສະໜາມບິນລາວ.