ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ຈັດພິທີເຊື່ອມຊຶມເອກະສານກ່ຽວກັບການບໍລິຫານທຸລະກິດໂຮງແຮມ, ເຮືອນ ພັກ, ຮ້ານອາຫານ ແລະ ຮ້ານບັນເທີງ ໃຫ້ຜູ້ປະກອບການທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ ໃນວັນທີ 7 ສິງຫາ 2018 ເປັນປະທານໂດຍ ທ່ານ ຄໍາພັນ ສຸຍະລັດ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ພ້ອມດ້ວຍເຂົ້າຮ່ວມ.

ການເຊື່ອມຊຶມເອກະສານໃນຄັ້ງນີ້ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງທຸລະກິດໃນຂະແໜງທ່ອງທ່ຽວຂອງເມືອງ ກໍຄືແຂວງຜົ້ງສາລີເຄື່ອນໄຫວສອດຄ່ອງກັບລະບຽບກົດໝາຍ ແລະ ໄດ້ມາດຕະຖານການບໍລິການທີ່ຂະແໜງການກ່ຽວຂ້ອງວາງອອກ ແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງເຜົ່າ ແລະ ບໍລິການນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດດ້ວຍປະສິດທິຜົນ ແລະ ຄຸນນະພາບສູງ ພ້ອມທັງຮັບປະກັນຄວາມປອດໄພໃຫ້ແກ່ຜູ້ທີ່ໄປຊົມໃຊ້ການບໍລິການຕາມໂຮງ ແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງເປັນຢ່າງດີ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານສຳຄັນຕ່າງໆ ເປັນຕົ້ນແມ່ນຄໍາສັ່ງເລກທີ 03/ຈຂ. ຜລ, ລົງວັນທີ 15 ກຸມພາ 2018 ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບົດແນະນຳຮູບການ ແລະ ວິທີການແກ້ໄຂປະກົດການຫຍໍ້ທໍ້ຢູ່ຂັ້ນເມືອງ ແລະ ມາດຕະການວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂົງ ເຂດທຸລະກິດໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທີງ.