1. ກຳຈັດມົດສາກ່ອນ
ມົດ ມັກຈະເປັນຕົວເຄື່ອນເພ້ຍແປ້ງ ເຮົາຕ້ອງກຳຈັດມົດສາກ່ອນ ເພື່ອປ້ອງກັນບໍ່ໃຫ້ເກີດການແພ່ຂະຫຍາຍພັນໄປຍັງຕົ້ນອື່ນ.


2. ກຳຈັດໃບໄມ້ທີ່ມີເພ້ຍ
ຕັດໃບ ຫຼື ກິ່ງທີ່ມີເພ້ຍແປ້ງຕິດຢູ່ ແລ້ວເອົາໄປເຜົາໃຫ້ໝົດ ເພື່ອກຳຈັດໃຫ້ໝົດຈົນສິ້ນຊາກ ແລ້ວເອົານໍ້າຢາກຳຈັດເພ້ຍມາສີດພົ້ນໃຫ້ທົ່ວອີກຮອບ ເພື່ອກຳຈັດໃນສ່ວນທີ່ຕົກຄ້າງ ຫຼື ຕັດຕົວອ່ອນນ້ອຍໆທີ່ເຮົາເບິ່ງບໍ່ເຫັນ.
3. ໃຊ້ນໍ້າສົ້ມສາຍຊູ+ນໍ້າຢາລ້າງຖ້ວຍ
ເອົານໍ້າປະມານ 2-3 ລິດ ຕື່ມນໍ້າສົ້ມສາຍຊູລົງໄປ 1 ຝາ ແລະ ນໍ້າຢາລ້າງຖ້ວຍອີກໜ້ອຍໜຶ່ງ ຄົນໃຫ້ເຂົາກັນແລ້ວເອົາໃສ່ບັ້ງສີດນໍ້າ ໃຊ້ສີດພົ່ນລົງໄປທີ່ໂຕເພ້ຍໃຫ້ທົ່ວ ພຽງບໍ່ດົນຕົວເພ້ຍກໍຈະຖືກກຳຈັດໄປໝົດ.


4. ນໍ້າຜັກສະເດົາ
ນຳເອົາໃບຜັກສະເດົາສົດໆມາຕຳໃຫ້ລະອຽດ ແຊ່ນໍ້າປະໄວ້ 1 ຄືນ ຕໍ່ມາກໍ່ຕອງເອົາສະເພາະນໍ້າຜັກກະເດົາ ແລ້ວຕື່ມນໍ້າຢາລ້າງຖ້ວຍ ຫຼື ແຟບ ລົງໄປ, ຄົນສ່ວນປະສົມໃຫ້ເຂົາກັນ ແລ້ວເອົາໄປສີດພົ່ນໃສ່ບໍລິເວນທີ່ມີເພ້ຍແປ້ງ.


5. ໝາກເຜັດປົ່ນກຳຈັດເພ້ຍ
ນຳເອົາໝາກເຜັດປົ່ນມາ 2 ບ່ວງຊາ, ກະທຽມ ແລະ ຫົວຫອມສົດຢ່າງລະ 1 ຫົວ ປັ່ນໃຫ້ລະອຽດ ແລະ ນໍ້າຢາລ້າງຖ້ວຍ 1 ບ່ວງຊາ, ເອົາສ່ວນປະສົມທັງໝົດມາລວມກັນແລ້ວຕື່ມນໍ້າລົງໄປ 2 ລິດ. ຈາກນັ້ນ, ໃຫ້ຄົນສ່ວນປະສົມໃຫ້ເຂົ້າກັກແລ້ວໝັກໄວ້ 1 ຄືນ ຕອນເຊົ້າມາຕອງເອົາກາກອອກ ໃຊ້ສີດພົ່ນໃສ່ພືດທີ່ເປັນເພ້ຍແປ້ງໄດ້ເລີຍ ກໍຈະຊ່ວຍກຳຈັດໄດ້ເຊັ່ນກັນ ແຕ່ຕ້ອງລະວັງຜັກໃບອ່ອນ ເພາະສ່ວນປະສົມນີ້ອາດຈະເຮັດໃຫ້ໃບຜັກໄໝ້ໄດ້.


6. ແປ້ງເຂົ້າໜຽວກຳຈັດເພ້ຍ
ຈະໃຊ້ແປ້ງເຂົ້າຈ້າວ ຫຼື ແປ້ງເຂົ້າໜຽວ ກໍໄດ້, ເອົາມາ 2 ຖ້ວຍ ປະສົມກັບນໍ້າສະອາດ 10 ລິດ ຄົນໃຫ້ເຂົາກັນແລ້ວເອົາມາສີດພົ່ນໃຫ້ທົ່ວບໍລິເວນໃບ ແລະ ລຳຕົ້ນຂອງພືດຈົນທົ່ວສີດຕອນເຊົ້າເທົ່ານັ້ນ ກໍຈະສາມາດຈຳກັດເພ້ຍໄດ້ດີ.


7. ນໍ້າຢາລ້າງຖ້ວຍປະສົມນໍ້າ
ກຽມນໍ້າໄວ້ 20 ລິດ ແລ້ວຕື່ມນໍ້າຢາລ້າງຖ້ວຍລົງໄປ 3 ບ່ວງໂຕະ ຄົນໃຫ້ເຂົ້າກັນແລ້ວສີດພົ່ນບໍລິເວນທີ່ມີເພ້ຍແປ້ງພົ່ນໃນຊ່ວງຕອນທີ່ມີແດດແຮງ.


8. ກາເຟກຳຈັດເພ້ຍ
ຜົງການເຟ 1 ບ່ວງໂຕະ ຖອກປະສົມລົງໄປໃນນໍ້າ 10 ລິດ ຄົນໃຫ້ສ່ວນປະສົມລະລາຍເຂົ້າກັນໄດ້ດີ ແລ້ວກໍເອົາມາສີດພົ່ນໃຫ້ທົ່ວຕົ້ນພືດ ໂດຍສະເພາະໃບເທິງ ແລະ ໃບລຸ່ມ, ໃຫ້ສີດໃສ່ຕົ້ນພືດທຸກໆ 2 ວັນ ກໍຈະຊ່ວຍຢຸດການຈະເລີນເຕີບໂຕ ແລະ ການແພ່ລະບາດຂອງເພ້ຍແປ້ງໄດ້.


9. ຢາເສັ້ນປະສົມໝາກພ້າວ
ເອົາໝາກພ້າວທີ່ຂູດແລ້ວມາ 1 ກິໂລກຼາມ ເອົາມາຄັ້ນກັບນໍ້າ 2 ລິດ ແລ້ວຕອງເອົາກາກໝາກພ້າວອອກແລ້ວເຮົາກໍຈະໄດ້ນຳກະທິ. ຈາກນັ້ນ, ໃຫ້ເອົາຢາເສັ້ນມາ 1 ກິໂລກຼາມ ແຊ່ລົງໄປໃນກະທິໝັກໄວ້ 1 ຄືນ ຈຶ່ງຕອງເອົາແຕ່ນໍ້າມາສີດພົ່ນໃສ່ບ່ອນທີ່ເພ້ຍແປ້ງຈັບຢູ່ ກໍຈະຊ່ວຍກຳຈັດເພ້ຍແປ້ງໄດ້ດີ. ເໝາະສໍາລັບກະເສດຜູ້ທີ່ປູກມັນຕົນທີ່ປະສົບບັນຫາເພ້ຍແປ້ງ.


10. ຢາເສັ້ນ+ເຫຼົ້າ
ເຫຼົ້າ 95% 1 ຂວດ ຖອກໃສ່ໃນຖັງ ແລ້ວຕື່ມຢາເສັ້ນລົງໄປ 1 ຂີດ ຄົນໃຫ້ເຂົ້າກັນ ແລ້ວປິດຝາໝັກປະໄວ້ 7 ວັນ. ຈາກນັ້ນ,ເອົານໍ້າໝັກທີ່ໄດ້ມາ 10 ຊີຊີ ປະສົມກັບນໍ້າ 5 ລິດ ໃຊ້ສີດພົ່ນບໍລິເວນທີ່ມີເພ້ຍແປ້ງ ສີດ 3-5 ວັນຕໍ່ຄັ້ງ.