ໜ່ວຍສະຫະພັນນັກຮົບເກົ່າກຸ່ມໜອງດ້ວງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV ເພື່ອສະຫຼຸບຕີລາຄາຜົນງານ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໃນວັນທີ 10 ສິງຫາ 2018, ເຂົ້າຮ່ວມໂດຍ ທ່ານ ບຸນຕາ ດວງມະນີ ປະທານສະຫະພັນນັກຮົບເກົ່າເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ມີຄະນະພັກບ້ານ, ນາຍບ້ານ, ຄະນະໜ່ວຍຊາວໜຸ່ມ, ແມ່ຍິງບ້ານ, ແຂກຮັບເຊີນ, ສະມາຊິກສະຫະພັນນັກຮົບເກົ່າເຂົ້າຮ່ວມ.

ຮອ ບຸນເສັງ ແກ້ວສີແພງ ປະທານສະຫະພັນນັກຮົບເກົ່າກຸ່ມໜອງດ້ວງ ໄດ້ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາວ່າ:

ຄະນະໜ່ວຍສະຫະພັນນັກຮົບເກົ່າກຸ່ມໜອງດ້ວງ ໄດ້ຍົກສູງພາລະບົດບາດເສີມຂະຫຍາຍມູນເຊື້ອປະຕິວັດຂອງສະມາຊິກນັກຮົບເກົ່າ, ພະນັກງານພ້ອມທັງປຸກລະດົມສະມາຊິກພາຍໃນໜ່ວຍໃຫ້ເຂົ້າຮ່ວມທຸກຂະບວນການ, ເອົາໃຈໃສ່ຊ່ວຍເຫຼືອເບິ່ງແຍງ, ຢ້ຽມຢາມອົບອຸ່ນເວລາພົບຄວາມຫຍຸ້ງຍາກເຈັບເປັນ ຫຼື ເສຍຊີວິດ, ເຮັດວຽກປະສານສົມທົບກັບອໍານາດປົກຄອງທັງ 4 ບ້ານ ຢ່າງຕັ້ງໜ້າ. ພ້ອມດຽວກັນນີ້, ໄດ້ສໍາເລັດຈ່າຍເງິນພັນທະກອງທຶນຮ່ວງຊ່ວຍເຫຼືອເຊິ່ງກັນແລະກັນ ປະຈໍາເດືອນ,

ປະຈໍາງວດ 5 ປີ ລວມສົ່ງໃຫ້ເມືອງ 13.095.000 ກີບ, ຈ່າຍເງິນເສຍຊີວິດໃຫ້ສະຫະພັນນັກຮົບເກົ່າເມືອງ 14.685.000 ກີບ, ຮັບ ແລະ ມອບເງິນຄົນເສຍຊີວິດ 8 ຄົນ 27.411.000 ກີບ, ຮັບ ແລະ ມອບເງິນສະມາຊິກຍົກຍ້າຍຕ່າງເມືອງ 2 ທ່ານ ເປັນເງິນ 260.000 ກີບ, ຮັບ ແລະ ມອບເງິນ ນະໂຍບາຍນອນໂຮງໝໍ 2.800.000 ກີບ ແລະ ຈ່າຍເງິນນະໂຍບາຍຄັງໜ່ວຍໃຫ້ຄົນເຈັບນອນໂຮງໝໍ 900.000 ກີບ.

ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ, ຄະນະໜ່ວຍສະຫະພັນນັກຮົບເກົ່າກຸ່ມໜອງດ້ວງ ຈະສືບຕໍ່ຍົກສູງລະດັບຄວາມຕື່ນຕົວທາງດ້ານການເມືອງ, ເຊີດຊູນໍ້າໃຈຮັກຊາດຮັກລະບອບໃໝ່ຍົກສູງສະຕິລະວັງຕົວ, ປະຕິວັດຮັກສາມູນເຊື້ອຂອງກໍາລັງປະກອບອາວຸດປະຕິວັດ ເຕົ້າໂຮມຄວາມສາມັກຄີພາຍໃນຖັນແຖວນັກຮົບເກົ່າໃຫ້ເປັນປຶກແຜ່ນແໜ້ນໜາໃຫ້ກາຍເປັນກໍາລັງແຮງສັງລວມຢູ່ຂ້າງພັກ, ຂ້າງສະຫະພັນນັກຮົບເກົ່າເມືອງສີໂຄດຕະບອງ, ຕັ້ງໜ້າປະກອບສ່ວນກັບອໍານາດການປົກຄອງເພື່ອເຮັດໃຫ້ຂອບເຂດ 4 ບ້ານໃຫ້ມີຄວາມສະຫງົບໂດຍພື້ນຖານ, ສູ້ຊົນສືບຕໍ່ປະຕິບັດແຜນການ 5 ປີ ຂອງໜ່ວຍໃຫ້ໄດ້ຮັບຜົນສໍາເລັດ.

ໃນກອງປະຊຸມ, ສະມາຊິກສະຫະພັນນັກຮົບເກົ່າກຸ່ມບ້ານໜອງດ້ວງ ຍັງໄດ້ມີການປ່ອນບັດຄັດເລືອກຄະນະໜ່ວຍສະຫະພັນນັກຮົບເກົ່າຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 3 ທ່ານ ແລະ ໄດ້ເຫັນດີເລືອກເອົາ 2 ທ່ານ ຄື: ຮອ ບຸນເສັງ ແກ້ວສີແພງ ເປັນປະທານ ແລະ ຮທ ນາງ ຈັນພອນ ໂສຍບຸນພັນ ເປັນຮອງ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍ ກໍຄືປະຊາຊົນກຸ່ມບ້ານໜອງດ້ວງ.