ຄະນະຮັບຜິດຊອບວຽກງານ ກໍ່ສ້າງຮາກຖານການເມືອງ ປກສ ກຸ່ມ V ວັງຊາຍ ໄດ້ສົມທົບກັບ ອຳນາດການປົກຄອງບ້ານຊຳເຄ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດກອງປະຊຸມສະຫຼຸບຜົນການລົງເກັບກຳຂໍ້ມູນວຽກງານຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ໃນວັນທີ 10 ສິງຫາ 2018, ເຂົ້າຮ່ວມໂດຍ ພັທ ຄໍາເກິ່ງ ຈັນສຸລິມາດ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ມີຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ພາກສ່ວນກ່ຽວຂ້ອງ, ພະນັກງານກໍ່ສ້າງຮາກຖານ, ການຈັດຕັ້ງບ້ານ ພ້ອມດ້ວຍພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ວົງໄຊ ຄໍາຜຸຍ ນາຍບ້ານໆຊໍາເຄ້ ກ່າວວ່າ: ການລົງກໍ່ສ້າງຮາກຖານການເມືອງຢູ່ບ້ານຊໍາເຄ້ນີ້, ໄດ້ຈັດຕັ້ງປະຕິບັດເປັນ 3 ບາດກ້າວ ຄື: ບາດກ້າວກະກຽມເອກະສານ, ບາດກ້າວການເກັບກຳຂໍ້ມູນ ແລະ ບາດກ້າວການຈັດຕັ້ງປະຕິບັດຜ່ານການກວດກາ ແລະ ເກັບກໍາຂໍ້ມູນຕົວຈິງ, ພາຍໃນບ້ານ ຄື: ບ້ານຊໍາເຄ້ ມີ 22 ໜ່ວຍ, ມີ 339 ຫຼັງຄາເຮືອນ, ມີ 324 ຄອບຄົວ, ມີພົນລະເມືອງທັງໝົດ 1,691 ຄົນ ຍິງ 863 ຄົນ, ອາຍຸ 15 ປີຂຶ້ນໄປ 1,325 ຄົນ ຍິງ 685 ຄົນ; ສໍາລັບຄອບຄົວທີ່ຂຶ້ນສໍາມະໂນຄົວແລ້ວ 322 ຄອບຄົວມີ 1,575 ຄົນ ຍິງ 800 ຄົນ, ມີ 3 ເຜົ່າ ຄື: ເຜົ່າລາວລຸ່ມ ມີ 1,684 ຄົນ ຍິງ 862 ຄົນ, ເຜົ່າກຶມມຸ 2 ຄົນ ແລະ ເຜົ່າມົ້ງ 5 ຄົນ ຍິງ 1 ຄົນ; ໃນນີ້, ມີຈໍານວນຄົນທີ່ບໍ່ໄດ້ຈົດທະບຽນສໍາມະໂນຄົວມີທັງໝົດ 116 ຄົນ ຍິງ 63 ຄົນ, ມີ 2 ຄອບຄົວ, ເປັນບຸກຄົນ 103 ຄົນ ຍິງ 59 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 54 ຄົນ ຍິງ 28 ຄົນ, ມີເດັກເກີດໃໝ່ 57 ຄົນ ຍິງ 32 ຄົນ, ຍ້າຍມາເປັນເຂີຍໃໝ່ 14 ຄົນ, ຍ້າຍມາເປັນໃພ້ 18 ຄົນ ແລະອື່ນໆອີກ 27 ຄົນ ຍິງ 13 ຄົນ.

ນອກນັ້ນ, ທົ່ວບ້ານຊໍາເຄ້ມີລົດທັງໝົດ 537 ຄັນ, ລົດຈັກ 390 ຄັນ, ລົດໃຫຍ່ 147 ຄັນ, ລົດເກັງ 38 ຄັນ, ລົດກະບະ 76 ຄັນ, ລົດຕູ້ 14 ຄັນ, ລົດຕຸກໆຈໍາໂບ້ ແລະລົດອື່ນໆອີກ 19 ຄັນ ສາມາດກວດພົບພາຫະນະທີ່ບໍ່ມີເອກະສານ, ດັດແປງສະພາບເຕັກນິກຈໍານວນໜຶ່ງ.

ທ່ານ ວົງໄຊ ຄໍາຜຸຍ ກ່າວຕື່ມວ່າ: ໃນຕໍ່ໜ້າຈະສືບຕໍ່ຫັນກໍາລັງລົງສູ່ຮາກຖານການເມືອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເມືອງໄຊເສດຖາ ເວົ້າສະເພາະ ແມ່ນຢູ່ບ້ານຊໍາເຄ້ ໄດ້ຮັບໝາກຜົນ, ສືບຕໍ່ໍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນດາກໍລະນີທີ່ຍັງບໍ່ທັນແກ້ໄຂເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຢູ່ພາຍໃນບ້ານ.