ພະນັກງານ-ນັກຮົບ 4 ຫ້ອງ, 3 ກອງພັນ, 1 ກອງຮ້ອຍເອກະລາດ ແລະ 1 ໂຮງຮຽນກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງປ້ອງກັນຄວາມສະຫງົບ ໄດ້ພ້ອມກັນລະດົມທຶນຈາກພະນັກງານ-ນັກຮົບ ເພື່ອນໍາໄປຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງຕ່າງໆໃນທົ່ວປະເທດ ໄດ້ເງິນສົດ 14 ລ້ານກວ່າກີບ ໃນ ວັນທີ 14 ສິງຫາ 2018 ໂດຍມີ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງເປັນຜູ້ນຳພາ.

ພັອ ບົວພັນ ຍໍລະວົງສາ ກ່າວວ່າ: ການລະດົມທຶນຄັ້ງນີ້ ພະນັກງານ-ນັກຮົບກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ພ້ອມກັນນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງໃນນີ້ປະກອບມີ ໝີ່ 26 ແກັດ, ນ້ຳດື່ມ 18 ແກັດ ແລະ ເຄື່ອງນຸ່ງຮົ່ມຈຳນວນໜຶ່ງລວມມູນຄ່າ 1.500.000 ກີບ ພ້ອມທັງເງິນຈໍານວນ 14.620.000 ກີບ ເພື່ອເປັນອີກສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພຢູ່ບັນດາແຂວງໃນທົ່ວປະເທດ ທີ່ຖືກຜົນກະທົບຈາກນ້ຳຖ້ວມ ເພື່ອເປັນການແບ່ງເບົາຄວາມທຸກ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີີ່ຖືກຜົນກະທົບ ແລະ ເຮັດໃຫ້ເຂົາເຈົ້າມີກຳລັງໃຈໃນການດຳລົງຊີວິດຕໍ່ໄປ.

ບັນດາເຄື່ອງທີ່ໄດ້ລະດົມທັງໝົດນີ້, ກອງບັນຊາການປ້ອງກັນທີ່ຕັ້ງແມ່ນຈະສົ່ງມອບໃຫ້ກັບກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ໃນວັນທີ 15 ສິງຫາ 2018 ເພື່ອນຳໄປມອບໃຫ້ກັບຜູ້ປະສົບໄພນ້ຳຖ້ວມຢູ່ບັນດາແຂວງໃນທົ່ວປະເທດ.