ວັນທີ 10 ສິງຫາຜ່ານມານີ້, ກອງບັນຊາການ ປກສ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ໄຂກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018, ເຂົ້າຮ່ວມໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ເປັນປະທານຂອງ ພັທ ຄໍາຟອງ ວົງດາລາແສນ ຫົວໜ້າກອງບັນຊາການ ປກສ ເມືອງ ຊະນະຄາມ, ພັທ ພອນໄຊ ສັກບັນດິດ ຫົວໜ້າກອງບັນຊາການທະຫານເມືອງ, ແຂກຮັບເຊີນພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກອງບັນຊາການ ປກສ ເມືອງຊະນະຄາມ ເຂົ້າຮ່ວມ.

ພັທ ບົວຂາວ ກູດແກ້ວ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊະນະຄາມ ກ່າວວ່າ: ໃນ 6 ເດືອນຕົ້ນປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບຢູ່ຮາກຖານ, ກຸ່ມບ້ານເປັນປົກກະຕິ ເພື່ອເຄື່ອນໄຫວວຽກງານກຳສະພາບການ ໂດຍສຸມໃສ່ 4 ແຜນງານໃຫຍ່, 41 ໂຄງການ ແລະ ບັນດາວຽກຈຸດສຸມຈຳນວນໜຶ່ງທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ເພື່ອເຮັດໃຫ້ເມືອງຊະນະຄາມ ສາມາດຮັກສາຄວາມສະຫງົບ ທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ພ້ອມນັ້ນ, ຍັງແກ້ໄຂໜໍ່ແໜງຂອງກຸ່ມຄົນກໍ່ຄວາມບໍ່ສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຫຼຸດໜ້ອຍຖອຍລົງ; ສະແດງອອກໜຶ່ງປີຜ່ານມາ ມີຄະດີອາຍາເກີດຂຶ້ນ 29 ເລື່ອງ ມີຜູ້ຖືກຫາ 45 ຄົນ ຍິງ 3 ຄົນ, ສົ່ງໃຫ້ໄອຍະການດຳເນີນ 5 ເລື່ອງ ມີຜູ້ຖືກຫາ 5 ຄົນ ຍິງ 1 ຄົນ, ແກ້ໄຂຂັ້ນກອງບັນຊາການ ປກສ ເມືອງ 9 ເລື່ອງ ມີຜູ້ຖືກຫາ 14 ຄົນ ພວມດໍາເນີນ 15 ເລື່ອງ ຜູ້ຖືກຫາ 26 ຄົນ ຍິງ 2 ຄົນ.

ຄະດີຢາເສບຕິດເກີດຂຶ້ນ 45 ເລື່ອງ, ຜູ້ຖືກຫາ 69 ຄົນ ຍິງ 2 ຄົນ, ແກ້ໄຂຂັ້ນເຈົ້າໜ້າທີ່ 30 ເລື່ອງ ມີ 86 ຄົນ ຍິງ 8 ຄົນ, ພວມດໍາເນີນ 15 ເລື່ອງ ມີ 23 ຄົນ; ອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 31 ຄັ້ງ, ມີຜູ້ປະສົບອຸບັດຕິເຫດ 95 ຄົນ ຍິງ 24 ຄົນ, ພາຫະນະ ເປ່ເພ 58 ຄັນ, ເສຍຊີວິດ 3 ຄົນ ຍິງ 1 ຄົນ, ໄດ້ທຳລາຍອາວຸດລ່າເນື້ອຈຳນວນ 200 ກະບອກ, ຈັກສະຕິນ 28 ເຄື່ອງ, ໝໍ້ຊ໋ອດປາ 46 ເຄື່ອງ.