ທ່ານເຈົ້າເມືອງໆສະໜາມໄຊ ແຂວງອັດຕະປື ໃຫ້ສຳພາດຕໍ່ນັກຂ່າວ ປກສ ໃນວັນທີ 13 ສິງຫາ ວ່າ: ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຜູ້ປະສົບໄພໃຫ້ດີທີ່ສຸດ ໄດ້ເລັ່ງໃສ່ແກ້ໄຂສິ່ງຂອງຈຳເປັນ ທີ່ປະຊາຊົນຍັງຂາດເຂີນ, ຄຸ້ມຄອງ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອຢ່າງປອດໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບຫຼັກການ.

ທ່ານ ບຸນໂຮມ ພົມມະສາ ເຈົ້າເມືອງໆສະໜາມໄຊ ຄະນະແກ້ໄຂໄພພິບັດ ກ່າວວ່າ: ເຫດການໄພພິບັດຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງສະໜາມໄຊຄັ້ງນີ້ ເປັນເຫດການທີ່ບໍ່ຄາດຝັນ, ເປັນເຫດການສຸກເສີນ, ເປັນສິ່ງທີ່ບໍ່ຄາດຝັນທີ່ເກີດຂຶ້ນ; ສະນັ້ນ, ການຮັບມື ແລະ ການແກ້ໄຂສະພາບການໃນເບື້ອງຕົ້ນ ຈຶ່ງພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນການຮັບ ແລະ ແຈກຢາຍວັດຖຸສິ່ງຂອງບັນເທົາທຸກທີ່ໄດ້ມາຈາກການຊ່ວຍເຫຼືອ ຂອງທົ່ວສັງຄົມ; ເຊິ່ງມາຮອດປັດຈຸບັນທຸກພາກສ່ວນ ແມ່ນກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ.

ຕໍ່ກັບເຄື່ອງບໍລິໂພກ, ອຸປະໂພກ ແລະ ເງິນທີ່ໄດ້ຮັບບໍລິຈາກມານັ້ນ ພາກສ່ວນຮັບຜິດຊອບແມ່ນໄດ້ມີການຈັດຕັ້ງຄຸ້ມຄອງຢ່າງລະອຽດຖີ່ຖ້ວນ, ແຈກຢາຍຢ່າງຍຸຕິທຳ ແລະ ຖືກຕ້ອງຕາມລະບຽບຫຼັກການ, ໂດຍໄດ້ແບ່ງຄວາມຮັບຜິດຊອບອອກເປັນ 2 ພາກສ່ວນ ຄື: ພາກສ່ວນຄຸ້ມຄອງເງິນສົດ ແລະ ພາກສ່ວນຄຸ້ມຄອງເຄື່ອງບໍລິໂພກ-ອຸປະໂພກ; ພ້ອມທັງເອົາໃຈໃສ່ແຈກຢາຍໃຫ້ປະຊາຊົນ ໂດຍອີງໃສ່ຄວາມຕ້ອງການຕົວຈິງ ຂອງຜູ້ປະສົບໄພ ແຕ່ກໍຍັງບໍ່ສາມາດຕອບສະໜອງໄດ້ໝົດທຸກຢ່າງ, ບາງຄອບຄົວກໍຍັງບໍ່ທັນໄດ້ຮັບເຄື່ອງຊ່ວຍເຫຼືອ ໂດຍສະເພາະເຄື່ອງຄົວເຮືອນ ເນື່ອງຈາກບ່ອນຢູ່ມີຄວາມແອອັດບໍ່ມີບ່ອນເກັບມ້ຽນ ຈຶ່ງລໍຖ້າໃຫ້ຍົກຍ້າຍໄປຢູ່ຈຸດພັກເຊົາຊົ່ວຄາວແລ້ວຈຶ່ງແຈກຢາຍອຸປະກອນຈຳເປັນໃຫ້ຄົບ.

ສ່ວນສູນອົບພະຍົບທີ່ຢູ່ຈຸດ ຕະມໍຢອດ ແລະ ປິນດົງ ແມ່ນມີຄວາມຫຍຸ້ງຍາກໃນການຂົນສົ່ງສິ່ງຂອງບັນເທົາທຸກຕ່າງໆ ເຊິ່ງບໍ່ສາມາດສົ່ງໄປທາງລົດໄດ້ ຈຶ່ງໄດ້ໃຊ້ເຮືອບິນລຳລຽງໄປໃຫ້, ບາງມືກໍໄດ້ຈຸດລະຖ້ຽວບິນ ບາງມື້ກໍໄດ້ສອງຖ້ຽວ ຈຶ່ງບໍ່ໄດ້ຕາມຄວາມຕ້ອງການຂອງປະຊາຊົນ ແຕ່ພາກສ່ວນທີ່ກ່ຽວຂ້ອງກໍຈະໃຊ້ຄວາມພະຍາຍາມໃນການຂົນສົ່ງໄປໃຫ້.

ນອກນັ້ນ, ຍັງເລັ່ງຕິດຕາມເບິ່ງສິ່ງຂອງຈຳເປັນທີ່ຍັງຂາດເຂີນ ເປັນຕົ້ນແມ່ນເຄື່ອງຄົວເຮືອນຖ້າບໍ່ມີຢູ່ໃນເຄື່ອງບໍລິຈາກ ທາງອຳນາດການປົກຄອງກໍເລັ່ງຈັດສັນໃຫ້ ເພື່ອຟື້ນຟູຊີວິດການເປັນຢູ່ຂອງຜູ້ປະສົບໄພໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ສິ່ງທີ່ເລັ່ງແກ້ໄຂໄວທີ່ສຸດໃນປັດຈຸບັນຄື ເລັ່ງສ້າງບ່ອນພັກຊົ່ວຄາວ ຈຳນວນ 140 ຫ້ອງ ໃຫ້ສຳເລັດໂດຍໄວທີ່ສຸດ ເພື່ອຍົກຍ້າຍປະຊາຊົນທີ່ອາໄສຢູ່ສູນພັກເຊົາໂຮງຮຽນອອກໄປຢູ່ ເພື່ອໃຫ້ນັກຮຽນໄດ້ ເຂົ້າຮຽນທັນມື້ເປີດສົກຮຽນໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ໂດຍສະເພາະແມ່ນນັກຮຽນຊັ້ນ ມໍ 4 ແລະ ມໍ 7 ພ້ອມທັງເລັ່ງແກ້ໄຂສິ່ງທີ່ມີຄວາມຈຳເປັນສຳລັບນັກຮຽນເຊັ່ນ: ເຄື່ອງນຸ່ງຊຸດນັກ ຮຽນ ແລະ ອຸປະກອນການຮຽນ.

“ທຸກພາກສ່ວນທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ແກ້ໄຂບັນຫາຢ່າງຈິງຈັງ ພ້ອມທັງເບິ່ງແຍງດູແລຊີວິດການເປັນຢູ່ຂອງຜູ້ປະສົບໄພເປັນຢ່າງດີ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອ ແລະ ເບິ່ງແຍງຊີວິດການເປັນຢູ່ຂອງປະ ຊາຊົນຜູ້ປະສົບໄພໃຫ້ດີທີ່ສຸດ ເທົ່າທີ່ຈະເຮັດໄດ້ ແລະ ຢືນຢັນວ່າປະຊາຊົນທຸກຄອບຄົວທີ່ຖືກຜົນກະທົບຮ້າຍແຮງໂດຍສະເພາະ 6 ບ້ານ ຈະໄດ້ຮັບເງິນແຮສຸກເສີນເບື້ອງຕົ້ນ ຈຳນວນ 500.000 ກີບຕໍ່ຄອບຄົວຢ່າງ ແນ່ນອນ”, ທ່ານເຈົ້າເມືອງໆສະໜາມໄຊ ກ່າວ.

ນອກນັ້ນ, ທ່ານຍັງກ່າວຂອບໃຈມາຍັງການຈັດຕັ້ງສັງຄົມທັງພາກລັດ, ພາກເອກະຊົນ, ບໍລິສັດ ຫ້າງຮ້ານ, ບຸກຄົນ, ຊາວຕ່າງຊາດ ຕະຫຼອດຮອດປະຊາຊົນປະເທດເພື່ອນບ້ານ, ເພື່ອນມິດສາກົນທຸກພາກສ່ວນທີ່ໄດ້ແບ່ງປັນນໍ້າໃຈທັງວັດຖຸເງິນຄຳ, ທັງສົ່ງແຮງກາຍ-ແຮງໃຈມາໃຫ້ພີ່ນ້ອງຊາວສະໜາມໄຊ ແລະ ຈະຈາລຶກນໍ້າໃຈ ດັ່ງກ່າວນັ້ນໄວ້ໃນໃຈຂອງຊາວເມືອງສະໜາມໄຊຕະຫຼອດໄປ; ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ມີໃຈບຸນຮ່ວມບໍລິຈາກເຄື່ອງນຸ່ງນັກຮຽນ, ອຸປະກອນການຮຽນໃຫ້ນ້ອງນັກຮຽນທີ່ກຽມເຂົ້າໂຮງຮຽນໃນສົກຮຽນໃໝ່ນີ້.