ວັນທີ 9 ສິງຫາຜ່ານມານີ້, ພະແນກເສນາຮັກ-ໂຮງໝໍ ປກສ ແຂວງຫຼວງນ້ຳທາ ນຳໂດຍ ພັທ ນາງ ຈັນສະໄໝ ຈຸງມີໄຊ ຮອງຫົວໜ້າຫ້ອງພະລາທິການຜູ້ຊີ້ນຳພະ ແນກເສນາຮັກ-ໂຮງໝໍກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຮ່ວມກັບພະແນກເສນາຮັກ ປກສ ແຂວງອຸດົມໄຊ ນຳໂດຍ ພັທ ບຸນຕານ ໄຊຍະລັດ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ຢູ່ກອງບັນຊາການ ປກສ ແຂວງຫຼວງນ້ຳທາ.

ກອງປະຊຸມດັ່ງກ່າວ ພັຕ ພອນປະສິດ ແອສະພາພົນ ອຳນວຍການໂຮງໝໍ ປກສ ແຂວງຫຼວງນໍ້າທາ ຕາງໜ້າຂຶ້ນລາຍງານທີ່ຕັ້ງ, ຈຸດພິເສດ, ພາລະບົດບາດ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານມາວ່າ: ໂຮງໝໍ ປກສ ແຂວງຫຼວງນໍ້າທາ ປະກອບມີຄະນະອຳນວຍການ 3 ສະຫາຍ ຍິງ 1 ສະຫາຍ, ມີພະນັກງານທັງໝົດ 42 ສະຫາຍ ຍິງ 20 ສະຫາຍ, ປະກອບມີ 9 ໜ່ວຍງານ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນປີຜ່ານມາ ມີຜູ້ບໍລິການລວມທັງໝົດ 5.400 ຄົນ, ສະເລ່ຍເປັນເດືອນມີ 750 ຄົນຕໍ່ເດືອນ, ເຊິ່ງຜູ້ມາໃຊ້ບໍລິການສ່ວນຫຼາຍແມ່ນປະຊາຊົນກວມ 80%, ພະນັກງານ 20% ໃນນັ້ນມີພະນັກງານຕຳຫຼວດ 15%.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນແລກປ່ຽນ ແລະ ຖອດຖອນບົດຮຽນບາງດ້ານໂດຍສະເພາະແມ່ນ ຂັ້ນຕອນການສ້າງແຜນງົບປະມານ, ດ້ານບຸກຄະລາກອນ, ດ້ານນະໂຍບາຍການປິ່ນປົວ, ການຈ່າຍຢາ, ການປິ່ນປົວ, ການເຄື່ອນໄຫວຮ່ວມມືກັບບັນດາພະແນກການ ແລະ ການຮ່ວມມືກັບໂຄງການສາກົນຕ່າງໆໃຫ້ກັນຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນສູງສຸດ.

ການແລກປ່ຽນວຽກງານວິຊາສະເພາະໃນຄັ້ງນີ້ ເພື່ອເຮັດໃຫ້ສອງພະແນກດັ່ງກ່າວ ເຄື່ອນໄຫວເຮັດໜ້າທີ່ວຽກງານໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມທີ່ຂັ້ນເທິງວາງໄວ້, ທັງເປັນການຍົກສູງຄວາມຮູ້ດ້ານວິຊາສະເພາະ, ພັດທະນາດ້ານເຕັກນິກຕ່າງໆໃຫ້ພະນັກງານຫຼັກແຫຼ່ງ ເພື່ອໝູນໃຊ້ເຂົ້າໃນການປິ່ນປົວພະຍາດຕ່າງໆໃຫ້ຜູ້ທີ່ມາປິ່ນປົວມີໝາກຜົນສູງຂຶ້ນເລື້ອຍໆ.

ພາຍຫຼັງສຳເລັດກອງປະຊຸມດັ່ງກ່າວ, ທັງສອງພະແນກໄດ້ສືບຕໍ່ເຄື່ອນໄຫວ ແລະ ພົບປະຢ້ຽມຢາມຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ, ໂຮງໝໍ ປກສ ແຂວງ, ພະແນກຄຸ້ມຄອງການຜະລິດທຸລະກິດ, ໂຮງງານນ້ຳດື່ມ ປກສ ແຂວງຫຼວງນ້ຳທາ.