ທ້າວ ຈັນທະຈອນ ອາຍຸ 29 ປີ ຢູ່ບ້ານດົງປ່າລານ ເມືອງສີສັດຕະນາກ ແລະ ທ້າວ ປູນາ ອາຍຸ 21 ປີ ຢູ່ບ້ານ ຈັນສະ ຫ່ວາງ ເມືອງສີໂຄດຕະບອງ ຢູ່ນະຄອນຫຼວງວຽງຈັນ ຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງ ແລະ ຊື້ຊັບ ຜິດກົດໝາຍ ໃນຂອບເຂດນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 29 ກັນຍາ 2016. ຜ່ານການດໍາ ເນີນຄະດີ ມາຮອດທ້າຍເດືອນກໍລະກົດ 2018 ສານປະຊາຊົນ ນະຄະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີ ແລະ ຈໍາເລີຍຂຶ້ນມາພິຈາລະນາ ພ້ອມທັງໄຕສວນໃນຫ້ອງປະຊຸມສານ ເພື່ອຕັດສິນຕາມກົດໝາຍ.

ໄລຍະຜ່ານມາ, ທ້າວ ຈັນທະຈອນ (ຈຳເລີຍ1) ເຄີຍຖືກສານປະຊາຊົນຂັ້ນຕົ້ນ ຕັດສິນລົງໂທດຕັດອິດສະຫຼະພາບມາແລ້ວ 2 ຄັ້ງ ຄື: ໃນປີ 2011 ແລະ ປີ 2015 ໃນສະຖານລັກຊັບພົນລະເມືອງ, ພາຍຫຼັງປະກັນຕົວອອກໄປ ກໍໄດ້ເຄື່ອນໄຫວລັກຊັບຂອງພົນລະເມືອງ ໂດຍສະແດງອອກໃນທ້າຍເດືອນສິງຫາ 2016 ຈຳເລີຍໄດ້ເອົາລົດຈັກຮອນດ້າເວບ100 ສີຟ້າດໍາ ນຳ ທ້າວ ນ້ອຍ ທີ່ລັກມາໄປຂາຍ ຕໍ່ໃນລາຄາ 1.500.000 ກີບ, ວັນທີ 24 ກັນຍາ 2016 ໄດ້ເອົາລົດຈັກສະກຸບປີ້ ສີບົວ ນຳ ທ້າວ ປ່ອງ ແຕ່ຍັງບໍ່ໄດ້ຂາຍ ຍ້ອນທ້າວ ປ່ອງ ເອົາລົດຄັນດັ່ງກ່າວຄືນກ່ອນ, ວັນທີ 26 ກັນຍາ ໄດ້ຮ່ວມກັບ ທ້າວ ເປົາ ໄປລັກເອົາລົດຈັກຊຳຊິງ ສີດຳ ແລະ ໄດ້ແກະປ້າຍທະບຽນລົດອອກ ແລ້ວເອົາໄປ ນຳໃຊ້ເຂົ້າໃນການເຄື່ອນໄຫວລັກຊັບ.

ສ່ວນ ທ້າວ ປູນາ ເຄີຍຖືກຜູ້ປົກຄອງນໍາໄປຝາກບໍາບັດຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ນະ ຄອນຫຼວງວຽງຈັນ (ສົມສະຫງ່າ) ມາແລ້ວ 1 ຄັ້ງ; ຜູ້ກ່ຽວໄດ້ກັບຕົວກັບໃຈມີອາການປົກກະຕິ, ຜູ້ປົກຄອງຈິ່ງໄປຄໍ້າ ປະກັນອອກມາຢູ່ກັບຄອບຄົວ. ພໍຢູ່ໄດ້ໄລຍະໜຶ່ງກໍເລີ່ມກັບ ຄືນເສບຢາເສບຕິດອີກຄັ້ງນີ້ ຮ້າຍແຮງກວ່າເກົ່າ ທັງເສບພ້ອມ ທັງເຄື່ອນໄຫວລັກຊັບຂອງພົນລະເມືອງ ແລະ ຊື້-ຂາຍຊັບ ແບບຜິດກົດໝາຍ ເຊັ່ນ: ໃນເດືອນມິຖຸນາ 2016 ໄດ້ເອົາ ລົດຈັກເວບ100 ສີປອນດຳ ນໍາ ທ້າວ ແອນ້ອຍ ໄປປ່ຽນ ເອົາຢາບ້ານຳ ທ້າວ ທອງພັນ ຈຳນວນ 100 ເມັດ ແລະ ໄດ້ຮັບສ່ວນແບ່ງຢາບ້າ ຈຳນວນ 18 ເມັດ. ໃນວັນທີ 22 ກໍລະກົດ 2016 ໄດ້ເຂົ້າໄປລັກລົດຈັກເວບ100​ ສີແດງດຳ ຢູ່ເຮືອນຫຼັງໜຶ່ງ ເຂດບ້ານໂນນແກ້ວ ລັກແລ້ວໄປຝາກໄວ້ນຳ ທ້າວ ແຕງ ຢູ່ເຂດບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ເພື່ອກຽມຂາຍ.

ມາວັນທີ 27 ກັນຍາ 2016 ທ້າວ ປູນາ, ທ້າວ ຈັນ ທະຈອນ, ທ້າວ ປ໋ອກ ແລະ ທ້າວ ໂລ້ ໄດ້ຊັກຊວນກັນໄປ ຫາຊອກລັກຊັບພົນລະເມືອງ ໂດຍນໍາໃຊ້ລົດກະບະວີໂກ້ ຂອງ ທ້າວ ປ໋ອກ ຂັບຂີ່ໄປຊອກຫາເຮືອນເປົ້າໝາຍ ພໍຂັບ ຂີ່ໄປຮອດເຂດບ້ານຮ່ອງສຸພາບ ເມືອງໄຊເສດຖາ ເຫັນ ເຮືອນຫຼັງໜຶ່ງບໍ່ມີຄົນຢູ່ ຈຶ່ງໄດ້ຈອດລົດແລ້ວພາກັນງັດປະ ຕູເຂົ້າໄປໃນເຮືອນ ເຫັນຕູ້ເຊັບຈຶ່ງພາກັນຍົກຕູ້ເຊັບຂຶ້ນລົດ ໃຫຍ່ໄປເຮືອນຂອງ ທ້າວ ຈັນທະຈອນ ແລ້ວງັດຕູ້ເຊັບດັ່ງ ກ່າວ ເຊິ່ງໃນຕູ້ເຊັບມີສາຍຄໍຄຳຂາວ 1 ເສັ້ນ, ກີ້ສາຍຄໍ 1 ອັນ, ສາຍແອວຫຼຽນ 1 ເສັ້ນ, ແຫວນສີຂາວ 2 ວົງ, ເງິນ ກີບ 130.000 ກີບ, ເງິນໂດລາ 36 ໂດລາ. ຈາກນັ້ນ, ກໍໄດ້ ແບ່ງປັນກັນ. ມາວັນທີ 28 ກັນຍາ 2016 ທ້າວ ຈັນທະ ຈອນ ແລະ ທ້າວ ປູນາ ໄດ້ຊວນກັນໄປລັກຊັບຢູ່ເຂດບ້ານໜອງໜ້ຽວ ໄດ້ໂທລະພາບ LG ສີດໍາ 1 ໜ່ວຍ. ມາວັນທີ 29 ກັນຍາ 2016 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

ດ້ວຍຫຼັກຖານ ແລະ ຂໍ້ມູນທີ່ມີຢູ່ໃນສຳນວນຄະດີພ້ອມ ທັງການຄົ້ນຄວ້າຢ່າງລະອຽດທີ່ຖ້ວນ ແລະ ວິນິໄສຂອງຄະ ນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງ ຈັນ ຈຶ່ງເຫັນວ່າ: ການກະທຳຂອງ ທ້າວ ຈັນທະຈອນ ແລະ ທ້າວ ປູນາ ເປັນການກະທຳຜິດທາງອາຍາ ທີ່ແຕະຕ້ອງເຖິງກຳມະສິດສ່ວນຕົວຂອງພົນລະເມືອງ, ເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ ເຊິ່ງສະແດງອອກຕາມຄຳສາລະພາບ, ສະ ບັບລົງວັນທີ 29, 30 ກັນຍາ 2016 ແລະ ວັນທີ 29 ທັນ ວາ 2017; ເຫັນວ່າການກະທຳຂອງຈຳເລີຍທັງສອງຄົນ ເປັນ ການກະທຳຜິດໂດຍເຈດຕະນາລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍ; ເປົ້າໝາຍທີ່ຖືກຊັດທອດຊື່: ທ້າວ ທອງພັນ, ທ້າວ ເປົາ ແມ່ນແຍກອອກເປັນ ສຳນວນຄະດີໜຶ່ງ, ສ່ວນ ທ້າວ ນ້ອຍ, ທ້າວ ແຕງ, ທ້າວ ປ໋ອກ, ທ້າວ ໂລ້ ແລະ ທ້າວ ແອນ້ອຍ ເຈົ້າໜ້າທີ່ໄດ້ຂຶ້ນແຜນຕິດຕາມ ຜູ້ກ່ຽວມາສອບສວນໄປຕາມຂັ້ນຕອນຂອງກົດໝາຍ.

ຄະນະສານຈຶ່ງເຫັນຕາມກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງ ປີ 2005 ໃນມາດຕາ 45 ວັກ 2, ມາດຕາ 119 ວັກ 3, ມາດຕາ 124 ວັກ 1 ແລະ ມາດຕາ 12 ຈຶ່ງເຫັນຄວນຕັດອິດສະຫຼະພາບ ທ້າວ ຈັນທະຈອນ 3 ປີ 6 ເດືອນ ປັບໃໝ 5.500.000 ກີບ ແລະ ທ້າວ ປູນາ 2 ປີ 3 ເດືອນ ປັບໃໝ 4.400.000 ກີບ ໃນຖານລັກ ຊັບພົນລະເມືອງ ແລະ ຊື້-ຂາຍຊັບຂອງພົນລະເມືອງທີ່ຜິດ   ກົດໝາຍ.