ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ເຂົ້້າກວດຄົ້ນເຮືອນເປົ້າໝາຍຄ້າຂາຍຢາເສບຕິດ 3 ຄົນ ລວມຂອງກາງຢາບ້າ 650 ເມັດ, ຢາໄອ໌ ຈຳນວນ 1 ຖົງ ແລະ ກັກຜູ້ມົ້ວສຸມ ຢາເສບຕິດອີກ 2 ຄົນ.

ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ຮູ້ວ່າ: ເປົ້າໝາຍທັງສາມຄົນແມ່ນເຂົ້າກວດຄົ້ນໃນວັນທີ 26 ກໍລະກົດ 2018, ເຊິ່ງມີເຮືອນ ທ້າວ ສົມສະຫວັນ ຫຼື ປັອກ ອາຍຸ 33 ປີ ຢູ່ບ້ານໄຊມຸງ ຄຸນພົບຢາບ້າ 400 ເມັດ, ທ້າວ ວອນໄຊ ອາຍຸ 40 ປີ ພົບຢາບ້າ 55 ເມັດ ແລະ ທ້າວ ພອນປະເສີດ ຫຼື ເປີ້ນ ອາຍຸ 28 ປີ ພົບຢາບ້າ 159 ເມັດ ທັງສອງຢູ່ບ້ານສີເກີດ ທັງສາມຄົນຢູ່ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເຊິ່ງທັງສາມຄົນເປັນເຄື່ອຂາຍດຽວກັນ. ນອກນີ້, ຍັງໄດ້ກັກຕົວຜູ້ມົ້ວສຸມອີກ 2 ຄົນຊື່ ທ້າວ ແບ້ງ ອາຍຸ 18 ປີ ຢູ່ບ້ານຜາງແຫ້ງ ແລະ ທ້າວ ຕໍ່າ ອາຍຸ 26 ປີ ຢູ່ບ້ານສີເກີດ ທັງສອງຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນຂະນະໄປຊື້ຢາບ້າຢູ່ເຮືອນ ທ້າວ ສົມສະຫວັນ.

ທ້າວ ສົມສະຫວັນ ໄດ້ສາລະພາບວ່າ: ສ່ວນຫຼາຍໄປຊື້ຢາບ້ານໍາ ນາງ ໄມ ອາຍຸປະມານ 42 ປີ ຢູ່ເຂດບ້ານຈັນສະ ຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈໍານວນຫຼາຍຄັ້ງ, ຄັ້ງລະ 200-400 ເມັດ. ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍຕໍ່ໃຫ້ກັບ ທ້າວ ພອນປະເສີດ ຫຼື ເປີ້ນ.

ສ່ວນທ້າວ ເປີ້ນ ແມ່ນໄປຂາຍຕໍ່ໃຫ້ກັບ ທ້າວ ວອນໄຊ ແລະ ລູກຄ້າຊື້-ຂາຍຢາເສບຕິດຮ່ວມກັນ ແລ້ວ ທ້າວ ວອນໄຊ ກໍນໍາຢາເສບຕິດທີ່ຊື້ມາ ນໍາ ທ້າວ ເປີ້ນ ໄປຂາຍຕໍ່ໃຫ້ກັບໄວລຸ້ນມົ້ວສຸມເສບຢາບ້າຢູ່ພາຍໃນບ້ານ ແລະ ຂາຍໃຫ້ ທ້າວ ແບັງ ແລະ ທ້າວ ຕໍ່າ ຈຳນວນໜຶ່ງ.

ທ້າວ ວອນໄຊ ສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດຮ່ວມກັບທ້າວ ພອນປະເສີດ ມາໄດ້ປີກວ່າແລ້ວ ເມື່ອຢາບ້າມາແລ້ວ ກໍນໍາມາເສບ ແລະ ແບ່ງຂາຍໃຫ້ກັບຜູ້ມົ້ວສຸມຢາເສບຕິດພາຍໃນບ້ານ. ທ້າວ ພອນປະເສີດ ຍອມຮັບວ່າ: ໄດ້ເສບ ແລະ ເຄື່ອນໄຫວຄ້າຂາຍຢາບ້າແທ້, ເຊິ່ງຮັ ຊື້ນໍາ ທ້າວ ສົມສະ ຫວັນ ຄັ້ງລະ 50-200 ເມັດ ເມື່ອໄດ້ຢາບ້າມາແລ້ວ ກໍມາແບ່ງເສບເອງ ແລະ ຂາຍຕໍ່ໃຫ້ກັບຜູ້ຮ່ວມຂະບວນການ ແລະ ທ້າວ ວອນໄຊ (ລຸງຂອງ ຜູ້ກ່ຽວ).