ໃນວັນທີ 9 ສິງຫາ 2018, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ (ລມຕ) ກະຊວງປ້ອງກັນສະຫງົບ (ປກສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບຮອບດ້ານຢູ່ກອງບັນຊາການ ປກສ ແຂວງຊຽງຂວາງ, ໃຫ້ກຽດຕ້ອນຮັບຂອງ ພັອ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີຫົວໜ້າຫ້ອງວ່າການກະຊວງ ປກສ, ຄະນະກົມໃຫຍ່, ບັນດາກົມວິຊາສະເພາະອ້ອມຂ້າງກະຊວງ, ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດວ້ຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫ່ຼງພາຍໃນ ປກສ ແຂວງຊຽງຂວາງ ເຂົ້າຮ່ວມ.

ພັອ ບຸນລົດ ຄຳແພງພັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນງານ ແລະ ບາງບັນຫາສະພາບການທີ່ເກີດຂຶ້ນພາຍໃນແຂວງຊຽງຂວາງ ໃນໄລຍະ 6 ເດືອນຕົ້ນປີ 2018 ຜ່ານມາວ່າ: ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ເອົາໃຈຢ່າງຕັ້ງໜ້າໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ ເພື່ອເຮັດໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດກຳແໜ້ນສະພາບ, ກົນອຸບາຍ, ການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີພາຍໃນແຂວງ ເປັນຢ່າງດີ ແລະ ສາມາດປ້ອງກັນສະກັດກັ້ນ ແລະ ແກ້ໄຂໄດ້ທັນເວລາ.

ດັ່ງນັ້ນ, ຈຶ່ງໃຫ້ສະພາບໂດຍລວມໃນທົ່ວແຂວງຊຽງຂວາງ ມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນ 6 ເດືອນຕົ້ນປີ 2018 ມີຄະດີເກີດຂຶ້ນທັງໝົດ 175 ເລື່ອງ. ໃນນັ້ນ, ຄະດີອາຍາເກີດຂຶ້ນ 82 ເລື່ອງ, ອຸບັດຕິເຫດເກີດຂຶ້ນຕາມຖະໜົນຫຼວງ 45 ຄັ້ງ, ມີຄົນເສຍຊີວິດ 13 ຄົນ, ອັກຄີໄພເກີດຂຶ້ນ 4 ຄັ້ງ ຜົນເສຍຫາຍ 36 ຫຼັງຄາເຮືອນ, ສາມາດມ້າງຄະດີຢາເສບຕິດ 24 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 25 ຄົນ ແລະ ຜົນເສຍຫາຍຈາກໄພນ້ໍາຖ້ວມ ທັງໝົດ 96 ຫຼັງ, ດິນເຈື່ອນຖົມ 28 ຫຼັງ; ພ້ອມທັງລາຍງານກ່ຽວກັບການກະກຽມຄວາມພ້ອມການ ປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ໂອກາດດຽວກັນ, ພົຕ ສົມແກ້ວ ສີລາວົງ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຊຽງຂວາງ ສາມາດຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນຈົ່ງເອົາໃຈໃສສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໃນເຂັ້ມງວດ, ຊຳນິຊຳນານທາງດ້ານວິຊາສະເພາະ, ກຳແໜ້ນສະພາບການຂອງສັດຕູ-ກຸ່ມຄົນບໍ່ດີ, ແກ້ໄຂໜໍ່ແໜງທາງການເມືອງ ແລະ ປະກົດການຍໍ້ທໍ້ໃນສັງຄົມໃຫ້ທັນເວລາ; ເອົາໃຈໃສປັບປຸງວຽກງານພະລາທິການ ໂດຍແກ້ໄຂຊີວິດການເປັນຢູ່ພາຍໃນກຳລັງໃຫ້ດີຂຶ້ນ, ເຂັ້ມງວດ ແລະ ໂປ່ງໃສໃນການຂັດເລືອກ ຮັບເອົາພະນັກງານບັນຈຸເຂົ້າໃນກຳລັງ ປກສ, ກຳແໜ້ນສະພາບການເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດໃຫ້ເປັນລະບົບຖືກຕ້ອງຕາມຫຼັກການ; ສຸມໃສ່ຊ່ວຍເຫຼືອຜູ້ປະສົບໄພນ້ໍາຖ້ວມ ແລະ ກຽມພ້ອມເຮັດໜ້າທີ່ປ້ອງກັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ເປັນຕົ້ນກະກຽມທາງດ້ານບຸກຄະລະກອນ, ພາຫານະ, ອຸປະກອນເຕັກນິກ ແລະ ງົບ ປະມານຮັບໃຊ້ໃຫ້ພຽງພໍພ້ອມ ທັງປຸກລະດົມພໍ່-ແມ່ປະຊາຊົນໃຫ້ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ປະກອບສ່ວນເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນໃຫ້ສັງຄົມກໍຄື ງານມະຫາກຳກິລາດັ່ງກ່າວມີຄວາມສະຫງົບ-ປອດໄພ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນລະຫວ່າງວັນທີ 10-12 ສິງຫາ 2018 ທ່ານ ລມຕ ກະຊວງປ້ອງກັນສະຫງົບ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະຢູ່ແຂວງ ຫົວພັນ ໂດຍເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຍໍ້ທໍ້ທີ່ອາດເກີດ ຂຶ້ນພາຍໃນແຂວງຫົວພັນ ເປັນຕົ້ນແມ່ນ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການຊື້-ຂາຍຢາເສບຕິດ, ການລັກລອບປູກຝິ່ນ, ການລັກລົດ, ບັນຫາສາດ ສະໜາ, ອຸບັດຕິເຫດ, ແລະ ບັນຫາໄພນໍ້າຖ້ວມ ເພື່ອຮັບປະກັນໃຫ້ ແຂວງຫົວພັນ ມີຄວາມສະຫງົບ-ປອໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.