ກອງປະຊຸມຄະນະກຳມະການຮ່ວມລາວ-ໄທ ວ່າດ້ວຍການຮ່ວມມືດ້ານວຽກງານຕຳຫຼວດ ຄັ້ງທີ VI ລະຫວ່າງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ສຳນັກງານຕຳຫຼວດແຫ່ງຊາດ ຣາຊະອານາຈັກໄທ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ສິງຫາ 2018 ທີ່ນະຄອນຫຼວງພະບາງ ສປປ ລາວ ເພື່ອຕີລາຄາຄືນສະພາບການຜ່ານມາ ແລະ ກຳນົດທິດທາງວຽກງານຕຳຫຼວດແນໃສ່ຊຸກຍູ້ສົ່ງເສີມການຮ່ວມມືໃນການປ້ອງກັນ, ສະກັດກັ້ນ, ຕ້ານອາຊະຍາກຳປະເພດຕ່າງໆ ທີ່ມີລັກສະນະຂ້າມຊາດ ລະຫວ່າງສອງປະເທດ; ເປັນປະທານຮ່ວມໂດຍ ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ແລະ ພົອ ວິທະຍາ ປຣະຍົງພັນ ທີ່ປຶກສາພິເສດສຳນັກງານຕຳຫຼວດແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານປະທານກອງປະຊຸມທັງສອງຝ່າຍ ໄດ້ຜັດປ່ຽນກັນກ່າວເປີດກອງປະຊຸມ, ເຊິ່ງມີບາງຕອນ ພັອ ຄຳຮຸ່ງ ແສງປະເສີດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນໂອກາດດີໃຫ້ກຳລັງຕຳຫຼວດລາວ-ໄທ ໄດ້ມາທົບທວນຄືນຜົນຂອງການຈັດຕັ້ງປະຕິບັດບົດບັນທຶກຂອງກອງປະຊຸມ ທີ່ຜ່ານມາ ແລະ ທັງເປັນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການທີ່ດີ ແລະ ແນວຄວາມຄິດສ້າງງານໃນການຮ່ວມມື ແລະ ປະສານງານໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳປະເພດຕ່າງໆທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາປະເທດຊາດ, ຄວາມສະຫງົບສຸກຂອງປະຊາຊົນ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຈາກນັ້ນ, ໃນກອງປະຊຸມຄັ້ງນີ້ ກໍໄດ້ມີການດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມລາວ-ໄທ ວ່າດ້ວຍການຮ່ວມມືດ້ານວຽກງານຕຳຫຼວດ ຄັ້ງທີ VI ເປັນປະທານຮ່ວມໂດຍ ພັອ ປອ ພູທອນ ວໍລະເພັດ ຫົວໜ້າຫ້ອງການກົມໃຫຍ່ຕຳຫຼວດກະຊວງ ປກສ ລາວ ທັງເປັນຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສຝ່າຍລາວ ແລະ ພົຕ ອັດຕະໄຊ ດວງອຳພອນ ຮອງຜູ້ບັນຊາການ ສຳນັກງານຕຳຫຼວດແຫ່ງຊາດ ທັງເປັນຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສຝ່າຍໄທ. ໃນກອງປະຊຸມທັງສອງຝ່າຍໄດ້ຜັດປ່ຽນກັນ ລາຍງານສະພາບ ແລະ ຕີລາຄາ ການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມລາວ-ໄທ ວ່າດ້ວຍການຮ່ວມມືດ້ານວຽກງານຕຳຫຼວດ ຄັ້ງທີ VI ເຊິ່ງຝ່າຍລາວໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບທີ່ພົ້ນເດັ່ນຂອງບັນດາອາຊະຍາກຳທີ່ເກີດຂຶ້ນໃນ ສປປ ລາວ ໄລຍະຜ່ານມາ ເຊັ່ນ: ຢາເສບຕິດ, ການສໍ້ໂກງຊັບພົນລະເມືອງ, ການຄ້າມະນຸດ, ອາຊະຍາກຳທາງດ້ານອິນເຕີເນັດ. ນອກນັ້ນ, ກໍຍັງມີຄະດີອາຍາຕ່າງໆເກີດຂຶ້ນໃນປີ 2017 ທົ່ວປະເທດມີທັງໝົດ 6.206 ເລື່ອງ, ມ້າງໄດ້ 5.011 ເລື່ອງ, ກັກຕ້ອງຫາໄດ້ 7.157 ຄົນ ຍິງ 816 ຄົນ ໃນນັ້ນເດັ່ນກວ່າໝູແມ່ນຄະດີຢາເສບຕິດ ມ້າງໄດ້ທັງໝົດ 2.770 ເລື່ອງກັກຜູ້ຖືກຫາ 4.241 ຍິງ 526 ຄົນ, ຄົນຕ່າງປະເທດ 100 ຄົນ ຍິງ 18 ຄົນ.

ໂອກາດດຽວກັນ, ທັງສອງຝ່າຍ ກໍໄດ້ມີການລົງນາມໃນບົດບັນທຶກກອງປະຊຸມຄະນະກຳມະການຮ່ວມລາວ-ໄທ ວ່າດ້ວຍການຮ່ວມມືດ້ານວຽກງານຕຳຫຼວດ ຄັ້ງ ທີ VI ທີ່ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ສປປ ລາວ ລະຫວ່າງວັນທີ 14-16 ສິງຫາ 2018 ເຊິ່ງທັງສອງຝ່າຍເຫັນດີເປັນເອກະພາບກັນໃນການຊຸກຍູ້ ສົ່ງເສີມການຮ່ວມມືໃນການປ້ອງກັນ, ສະກັດກັ້ນ, ຕ້ານອາຊະຍາກຳ ແລະ ອາຊະຍາກຳຂ້າມຊາດ ລະຫວ່າງສອງປະເທດ ໃນນີ້, ທັງສອງຝ່າຍຈະສືບຕໍ່ໃນການແລກປ່ຽນຂໍ້ມູນຂ່າວສານໃນຂົງເຂດວຽກງານຕຳຫຼວດ, ຮ່ວມມືດ້ານການປ້ອງກັນ ແລະ ປາບປາມການລັກລອບຄ້າຂາຍຢາເສບຕິດ, ການປ້ອງກັນ ແລະ ສະກັດກັ້ນການລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການຮ່ວມມືຕ້ານການຄ້າມະນຸດ, ການປ້ອງກັນການລັກລອບຄ້າຂາຍສັດປ່າ-ພືດພັນ ແລະ ຊັບພະຍາກອນທຳມະຊາດທີ່ຜິດກົດໝາຍ, ການສະກັດກັ້ນ ແລະ ຕ້ານການກໍ່ການຮ້າຍ, ການສະກັດກັ້ນ ແລະ ການໂຈລະກຳ, ການຮ່ວມມືໃນການສົ່ງຜູ້ຮ້າຍຂ້າມແດນ, ລົງນາມໃນບົດບັນທຶກຝ່າຍລາວ ໂດຍ ພັອ ຄຳຮຸ່ງ ແສງປະເສີດ ແລະ ຝ່າຍໄທ ລົງນາມໂດຍ ພົອ ວິທະຍາ ປຣະຍົງພັນ.