ໂຮງຮຽນ ມສ ວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ສົກປີ 2017-2018 ແລະ ວາງທິດທາງແຜນການ ສົກປີ 2018-2019 ໃນວັນທີ 15 ສິງຫາຜ່ານມານີ້, ເປັນປະທານໂດຍ ທ່ານ ອຈ ວຽງສຸວັນ ພະໄຊສົມບັດ ອຳນວຍການໂຮງຮຽນ ມສ ວຽງຈັນ, ມີ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ບັນດາຫົວໜ້າຫ້ອງການ, ປະທານສະມາຄົມ ແລະ ພະນັກງານຄູ-ອາຈານ ເຂົ້າຮ່ວມ.

ທ່ານ ອຈ ແສງເພັດ ບຸດສະບາປະເສີດ ຜູ້ຊີ້ນຳວຽກງານຈັດຕັ້ງ ມສ ວຽງຈັນ ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເປັນການສະຫຼຸບຖອດຖອນບົດຮຽນ ການປະຕິບັດແຜນການ ສົກຮຽນປີ 2017-2018 ຂອງບັນດາຄູ-ອາຈານ ແຕ່ລະຂະແໜງການຮຽນ ຕິດພັນກັບການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງ ຂະແໜງການສຶກສາ ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ, ທັງປັບປຸງການຮຽນ-ການສອນໃຫ້ມີຄຸນນະພາບສູງຂຶ້ນ ແນໃສ່ໃຫ້ບັນລຸເປົ້າໝາຍໂຮງຮຽນຕົວແບບຄຸນນະພາບ, ໂດຍປະຕິບັດຕາມຄາດໝາຍສູ້ຊົນຂອງໜ່ວຍງານບໍລິຫານ ຄື: ຈະສູ້ຊົນສ້າງຄວາມສາມັກຄີ ກັບ 4 ໜ່ວຍງານ ແລະ ຄູ-ອາຈານທັງໝົດ 100%, ສູ້ຊົນປັບປຸງຈັດລະບົບວຽກງານເອກະສານຂາເຂົ້າ-ຂາອອກຂອງໂຮງຮຽນໃຫ້ເປັນລະບຽບ ແລະ ຕໍ່ເນື່ອງ, ພ້ອມທັງມີມະນຸດສຳພັນທີ່ດີໃນການບໍລິການ, ຮັບແຂກພາຍໃນ-ຕ່າງປະເທດໃຫ້ດີຂຶ້ນ ເລື້ອຍໆ ແລະ ສູ້ຊົນ ເພື່ອສ້າງໂຮງຮຽນຕົວແບບຄຸນນະພາບ ແລະ ສີຂຽວ ກໍຄືການສ້າງພື້ນຖານໂຄງລ່າງຂອງໂຮງຮຽນ ເຊັ່ນ: ອາຄານທີ່ເກົ່າແກ່ ຕິດພັນກັບການສ້າງສິ່ງແວດລ້ອມທີ່ດີ, ສ້າງສະພາບແວດລ້ອມທາງດ້ານສຸຂະອະນາໄມໄປຄຽງຄູ່ກັບການປັບປຸງການຂະຫຍາຍຫ້ອງນ້ຳສະອາດ, ນ້ຳດື່ມສະອາດ, ໂຮງອາຫານໃນໂຮງຮຽນສະອາດ; ພ້ອມນັ້ນ, ຈະສູ້ຊົນປັບປຸງ ແລະ ຂະຫຍາຍສະໜາມເດີ່ນຫຼິ້ນກິດຈະກຳຕ່າງໆພາຍໃນໂຮງຮຽນໃຫ້ດີຂຶ້ນ.

ຈາກນັ້ນ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1074/ມສວຈ, ລົງວັນທີ 12 ກໍລະກົດ 2018 ວ່າດ້ວຍ ການແຕ່ງຕັ້ງຄະນະບໍລິຫານງານສະມາຄົມພໍ່-ແມ່ນັກຮຽນ ໂຮງຮຽນ ມສ ວຽງຈັນ ໂດຍແຕ່ງຕັ້ງ ທ່ານ ວໍລະຈິດ ທິບພະກູນ ເປັນປະທານ, ທ່ານ ກັນຍາ ແສງທອງ, ທ່ານ ບົວວັນ ຂັນທະຈັກ ແລະ ທ່ານ ທຳມະນູນ ນາຄະວິດ ເປັນຮອງປະທານ ແລະ ຄະນະ 2 ທ່ານ; ແຕ່ງຕັ້ງຄະນະທີ່ປຶກສາສະມາຄົມ ມີ: ທ່ານ ລັດສະໝີ ໂພທິລັກ ເປັນປະທານ, ທ່ານ ໂພໄຊ ພົມມະທຳ ແລະ ທ່ານ ນາງ ນິດຕະຍາ ເພັດຕາວັນ ເປັນຮອງປະທານ.

ທ່ານ ຊົມພູ ແກ້ວປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະນັກງານຄູ-ອາຈານ ຍາດມາໄດ້ໃນສົກປີຜ່ານມາ ພ້ອມທັງມີທິດຊີ້ນຳໃຫ້ຄະນະນຳທຸກຂັ້ນ ຈົ່ງສືບຕໍ່ແກ້ໄຂບັນຫາທີ່ຄົງຄ້າງໃຫ້ສຳເລັດໂດຍໄວ ພ້ອມທັງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນຕໍ່ໜ້າຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສອນ-ການຮຽນມີຄຸນນະພາບ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ ເຮັດໃຫ້ແຜນການສອນ-ການຮຽນ ສົກປີ 2018-2019 ຂອງ ໂຮງຮຽນວາງອອກບັນລຸຕາມເປົ້າໝາຍທີ່ວາງໄວ້.