ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາວັນຍຶດອໍານາດ 23 ສິງຫາ ຄົບຮອບ 73 ປີ ແລະ ຄົບຮອບ 43 ປີ ( 23 ສິງຫາ 1945 ແລະ 23 ສິງຫາ 1975-23 ສິງຫາ 2017 ), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 27 ( 15 ສິງຫາ 1991-15 ສິງຫາ 2018 ) ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ( 13 ສິງຫາ 1950-13 ສິງຫາ 2018 ) ໃນວັນທີ 17 ສິງຫາ 2018 ປາຖະກະຖາໂດຍ ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີຄະນະພັກ-ຄະນະນໍາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ຊຽງພັນ ອິນທະປັນຍາ ກ່າວວ່າ: ວັນຍຶດອໍານາດ 23 ສິງຫາ 1945 ແມ່ນເປັນວັນປະກາດເອກະລາດ, ເປັນການເຕົ້າໂຮມແຜນດິນລາວ ແລະ ໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງ ກ່ອນໜ້ານີ້, ປະກາດໃຊ້ລັດຖະທໍາມະນູນຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ( ລັດຖະບານລາວອິດສະຫຼະ ); ວັນຍຶດອໍານາດ 23 ສິງຫາ 1975 ກໍເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນສໍາລັບ ປະຊາຊົນລາວທັງຊາດ ເພາະວ່າ ໄຊຊະນະດັ່ງກ່າວແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍຶດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ແມ່ນໝາກຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອໍານາດການປົກຄອງໃນທົ່ວປະເທດແບບບົວບໍ່ຊ້ໍານໍ້າບໍ່ຂຸ່ນ.

ວັນລັດຖະທໍາມະນູນແຫ່ງ ສປປ ລາວ ມີຄວາມສໍາຄັນຫຼາຍ ໃນການສ້າງສັນຕິພາບຄວາມເປັນເອກະພາບກັນ ພາຍໃຕ້ການນຳພາຂອງພັກ, ຮັບຮູ້ ແລະ ປົກປ້ອງການດຳລົງຄົງຕົວທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງ ປະຊາຊົນບັນດາເຜົ່າ ແລະ ຍັງເປັນພາຫະນະອັນສຳຄັນ ເພື່ອສຶກສາອົບຮົມປະຊາຊົນໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ ພ້ອມທັງ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງການປ່ຽນແປງໃໝ່ ແນໃສ່ໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ສໍາລັບວັນສ້າງຕັ້ງແນວລາວສ້າງຊາດ ແມ່ນພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍສົມບູນພັກ ເຄື່ອນໄຫວເປີດເຜີຍມີອົງການລັດປະຕິບັດບົດບາດຄຸ້ມຄອງບໍລິຫານ, ສຳລັບອົງການແນວລາວສ້າງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານການຈັດຕັ້ງ, ແນວລາວສ້າງຊາດຮ່ວມກັບ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆແມ່ນໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ສ້າງບ້ານ-ກຸ່ມບ້ານພັດທະນາ, ຍູ້ແຮງວຽກງານ 3 ສ້າງ ແລະ ສ້າງເງື່ອນໄຂໃຫ້ການນຳພາປະເທດຊາດ ຫຼຸດພົ້ນສະຖານະພາບປະເທດດ້ອຍພັດທະນາໃນປີ 2020.