ປະຊາຊົນອາໄສຢູ່ລຸ່ມເຂື່ອນໄຟຟ້າພະລັງງານນໍ້າງື່ມ I ມີຄວາມຕື່ນຕົວສູງ ເຝົ້າລະວົງການເພີ່ມຂຶ້ນຂອງລະດັບນໍ້າ ຫຼັງເຂື່ອນແຈ້ງປ່ອຍນໍ້າ ພາກັນມ້ຽນມັດສິ່ງຂອງ ກຽມອົບພະຍົບໄປບ່ອນທີ່ປອດໄພ, ຖ້າລະດັບນໍ້າຂຶ້ນເຖິງເຂດອັນຕະລາຍ.

ທ່ານ ນ້ອຍ ສີບຸນເຮືອງ ນາຍບ້ານໆຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ສໍາພາດໃນວັນທີ 19 ສິງຫາ 2018 ວ່າ: ບ້ານຕານປ່ຽວ ເປັນບ້ານລຸ່ມເຂື່ອນ ແລະ ເປັນຈຸດທີ່ຮັບນໍ້າ ຫຼັງໄດ້ຮັບການແຈ້ງເຕືອນຈາກເຂື່ອນຈະມີການປ່ອຍນໍ້າລົງສູ່ທ້າຍເຂື່ອນ, ອໍານາດການປົກຄອງບ້ານກໍຮີບແຈ້ງເຕືອນພໍ່-ແມ່ປະຊາຊົນພາຍໃນບ້ານ ໃຫ້ກະກຽມເກັບກູ້ຜົນລະປູກ, ເຄື່ອນຍ້າຍສັດລ້ຽງຂຶ້ນທີ່ສູງ ແລະ ມ້ຽນມັດເຄື່ອງທີ່ຈໍາເປັນ ແລະ ກຽມອົບພະຍົບໄປບ່ອນທີ່ປອດໄພ ຫຼັງນໍ້າຂຶ້ນເຖິງເຂດອັນຕະລາຍ.

ໃນການເຝົ້າລະວັງນໍ້າຖ້ວມ ອໍານາດການປົກຄອງບ້ານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຕິດຕັ້ງວັດແທກລະດັບນໍ້າ ແລະ ແຕ່ງຕັ້ງຜູ້ປະຈໍາການເຝົ້າລະວັງ ພ້ອມທັງລາຍງານລະດັບນໍ້າໃຫ້ພາກສ່ວນກ່ຽວຂ້ອງຮູ້ເປັນແຕ່ລະໄລຍະ, ຖ້າວ່ານໍ້າຂຶ້ນກາຍເຂດອັນຕະລາຍ ທາງບ້ານຈະໄດ້ແຈ້ງປະຊາຊົນອົບພະຍົບໄປຢູ່ຈຸດທີ່ປອດໄພທີ່ບ້ານ ແລະ ເມືອງ ກໍານົດໄວ້.

ລຸງ ສີຟອງ ມະນີວົງ ປະຊາຊົນບ້ານຕານປ່ຽວ ກ່າວຕື່ມອີກວ່າ: ຄອບຄົວຂອງລຸງໄດ້ຮັບແຈ້ງການຈາກອໍານາດການປົກຄອງບ້ານ ກ່ອນໜ້ານີ້ປະມານ 1 ທິດ; ພາຍຫຼັງໄດ້ຮັບແຈ້ງ ກໍໄດ້ຟ້າວເກັບກູ້ຜົນລະປູກທີ່ຢູ່ລຽບຕາມແຄມແມ່ນໍ້າງື່ມ, ພ້ອມທັງຍ້າຍສັດ ແລະ ສິ່ງຂອງຂຶ້ນບ່ອນສູງ, ມາຮອດວັນທີ 18 ສິງຫາ ເຂື່ອນໄດ້ປ່ອຍນໍ້າລົງທ້າຍເຂື່ອນໄຟຟ້າ ມີປະລິມານຫຼາຍ ເຮັດໃຫ້ລະດັບນໍ້າຂຶ້ນຖ້ວມພື້ນທີ່ຢ່າງໄວ ບໍ່ສາມາດເກັບກູ້ຜົນລະປູກໄດ້ໝົດ.

ປັດຈຸບັນ, ລະດັບນໍ້າງື່ມ ໂດຍສະເພາະເຂດບ້ານຕານປ່ຽວ ຢູ່ໃນເຂດເຝົ້າລະວັງ ແລະ ມີພື້ນທີ່ຜົນລະປູກຂອງພໍ່-ແມ່ປະຊາຊົນບໍ່ຕໍ່າກວ່າ 50% ທີ່ຢູ່ລຽບຕາມແຄມງື່ມ ໄດ້ຮັບຄວາມເສຍຫາຍຈາກນໍ້າຖ້ວມ.