ກອງປະຊຸມສະຫຼຸບວຽກງານຊີ້ນໍາ-ນໍາພາເຄິ່ງສະໄໝ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ເຂົ້າຮ່ວມໂດຍ ທ່ານ ຮສ ປອ ອຸດົມພອນ ຄໍາເພັງ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ຄະນະພັກ, ປະທານກວດກາພັກ ຮອງອະທິການບໍດີ ມຊ, ມີຄະນະພັກຮາກຖານ, ແຂກຮັບເຊີນ ແລະ ສະມາຊິກພັກ ຄະນະສຶກສາສາດ ເຂົ້າຮ່ວມ.

ທ່ານ ຮສ ປອ ຄໍາແສງ ທະລັງສີ ເລຂາຄະນະພັກຮາກຖານ ຮອງຄະນະບໍດີ ຄສສ ກ່າວວ່າ: ໃນໄລຍະ 3 ປີຜ່ານມາ (2015-2018) ຄະນະພັກຮາກຖານ ຄສສ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນອັນສໍາຄັນ ເຊິ່ງສະແດງອອກຄື: ໄດ້ນໍາພາການສຶກສາອົບຮົມດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດດ້ວຍຫຼາຍຮູບການ ພ້ອມທັງເຜີຍແຜ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກປະຊາຊົນ ປະຕິວັດລາວ, ປັບ ປຸງປົວແປງທົ່ວພັກ ປະຈໍາປີ 2017, ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມລະບຽບພັກປະຊາຊົນ ປະຕິວັດລາວ ຈໍານວນ 8 ຄັ້ງ ມີສະມາຊິກເຂົ້າຮ່ວມ 1.437 ເທື່ອຄົນ, ຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດ ປະຈໍາປີ 2017 ຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ແກ່ສະມາຊິກພັກທັງ 10 ໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ ຄະນະສຶກສາສາດ ແລະ ມີສະມາຊິກພັກເຂົ້າຮ່ວມທັງໝົດ 203 ຄົນ ຍິງ 89 ຄົນ, ສໍາເລັດການແຈກຢາຍປຶ້ມກົດລະບຽບພັກປະຊາຊົນ ປະຕິວັດລາວ ໃຫ້ແກ່ສະມາຊິກພັກທົ່ວຮາກຖານສຶກສາສາດ, ໄດ້ຈັດຕັ້ງເປີດກອງປະຊຸມຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ປະຈໍາປີທັງ 10 ໜ່ວຍພັກ ສໍາເລັດ 100%.

ທິດທາງແຜນການໃນຕໍ່ໜ້າ, ຄະນະພັກຮາກຖານ ຄສສ ຍັງຈະສືບຕໍ່ເອົາໃຈໃສ່ປະຕິບັດ ວຽກງານຊີ້ນໍາ-ນໍາພາ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ສືບຕໍ່ຊີ້ນໍາ-ນໍາພາຄະນະໜ່ວຍພັກ ທຸກໜ່ວຍທີ່ຂຶ້ນກັບ ຮາກຖານພັກ ຄສສ ໃຫ້ຖືສໍາຄັນວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດໃຫ້ແກ່ສະມາຊິກພັກພະນັກງານ, ຄູ-ອາຈານ ໃຫ້ທົ່ວເຖິງ, ຈັດຕັ້ງການເຊື່ອມຊຶມມະຕິຄໍາສັ່ງຕ່າງໆຂອງພັກ ໃຫ້ໄດ້ຢ່າງໜ້ອຍ 4 ຄັ້ງຕໍ່ປີ, ຂໍ້ກໍານົດກົດໝາຍຂອງລັດໃຫ້ໄດ້ເອກະສານ, ແຕ່ລະເອກະສານມີຜູ້ເຂົ້າຮ່ວມຢ່າງໜ້ອຍ 100 ຄົນ ຂຶ້ນໄປ, ຈັດຕັ້ງໃຫ້ສະມາຊິກພັກ ເຂົ້າຮ່ວມຝຶກອົບຮົມທິດສະດີການເມືອງ 45 ວັນ 15 ຄົນ, ເອົາໃຈໃສ່ຊຸກຍູ້ສະມາຊິກພັກ-ພະນັກງານ ແລະ ຄູອາສາສະໝັກ ໄດ້ເຂົ້າຮ່ວມຟັງປາຖະກະຖາໃນວັນສໍາຄັນຕ່າງໆຕາມແຈ້ງການຂອງຂັ້ນເທິງໃຫ້ໄດ້ 90% ຂຶ້ນໄປ.