ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ແລະ ຍ້ອງຍໍຜົນງານ 5 ປີ ໃຫ້ພະນັກງານ ແລະ ໜັງສືພິມເສດຖະກິດ-ການຄ້າ ໃນວັນທີ 16 ສິງຫາ 2018 ໂດຍການປະດັບຫຼຽນໄຊແຮງງານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າ, ພະນັກງານ-ລັດຖະກອນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ຫຼຽນໄຊແຮງງານທີ່ປະດັບໃນຄັ້ງນີ້, ມີຫຼຽນໄຊແຮງງານ ຊັ້ນ I ຈໍານວນ 4 ທ່ານ ແລະ 1 ກົມກອງ, ຊັ້ນ II ຈໍານວນ 3 ທ່ານ, ຊັ້ນ III ຈໍານວນ 3 ທ່ານ, ຫຼຽນກາແຮງງານ ຈໍານວນ 5 ທ່ານ, ໃບຍ້ອງຍໍຈາກກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ຈໍານວນ 11 ທ່ານ ແລະ ໃບຊົມເຊີຍ 13 ທ່ານ.

ທ່ານ ປອ ວຽງທອງ ຈັນລີວົງ ອໍານວຍການບໍລິສັດລ້ານຊ້າງ ມີເດຍ ຈໍາກັດ ກ່າວວ່າ: ນັບແຕ່ວັນທີ 15 ມັງກອນ ຫາ 2013-15 ມັງກອນ 2018 ໜັງສືພິມເສດຖະກິດ-ການຄ້າ ມີອາຍຸຄົບຮອບ 5 ປີເຕັມ ຂອງການຈັດພິມເປັນໜັງສືພິມລາຍວັນ

ທັງເປັນໜັງສືພິມຂອງຂະແໜງການພົນລະເຮືອນ ສະບັບທຳອິດ ທີ່ສາມາດເຜີຍແຜ່ໄດ້ຢ່າງຫຼວງຫຼາຍ ສະເລ່ຍ 20-25 ຫົວຂໍ້ຕໍ່ວັນ, 500 ຫົວຂໍ້ຕໍ່ເດືອນ, 6.000 ຫົວຂໍ້ຕໍ່ປີ ລວມທັງໝົດ 5 ປີ ເທົ່າກັບ 30.000 ຫົວຂໍ້ທີ່ກະຈາຍໄປທົ່ວສັງຄົມ.

ສະເພາະໜັງສືພິມເສດຖະກິດ-ການຄ້າລາຍວັນ ໄດ້ມີຄວາມມານະພະຍາຍາມຢ່າງຕັ້ງໜ້າ ເພື່ອປະຕິບັດໜ້າທີ່ພາຍໃຕ້ຄໍາຂວັນ “ແຫຼ່ງຄວາມຮູ້ ສູ່ສັງຄົມ”

ໜຶ່ງໃນນັ້ນແມ່ນ ການປັບປຸງເນື້ອໃນຂອງໜັງສືພິມ, ໄດ້ເຈາະເລິກບັນຫາ ແລະ ເຫດການຕ່າງໆ ເພື່ອຫັນໄປສູ່ຄຸນນະພາບທີ່ດີກວ່າເກົ່າ, ກາຍເປັນໜັງສືພິມທີ່ມີສີສັນ ແລະ ມີໃບໜ້າໃໝ່ດີຂຶ້ນ.