ທ້າວ ວັນສະເຫຼີມ ຫຼື ໄຊຊະນະ ອາຍຸ 30 ປີ ຢູ່ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນຕັດອິດສະຫຼະພາບຈຳຄຸກ 4 ປີ ກັບ 6 ເດືອນ ປັບໃໝ 4.000.000 ກີບ ສະຖານສໍ້ໂກງຊັບພົນລະເມືອງ ແລະ ປອມແປງເອກະສານ ລວມມູນຄ່າເສຍຫາຍທັງຕົ້ນ ທຶນ ແລະ ດອກເບ້ຍໄປ 340 ລ້ານ ກີບ ພ້ອມທັງໃຫ້ຊົດໃຊ້ແທນຄ່າເສຍຫາຍທັງໝົດ.

ຄະດີດັ່ງກ່າວ, ຄະນະສານອາຍາ ໄດ້ຕັດສິນ ໃນວັນທີ 28 ສິງຫາ 2018; ເຊິ່ງເບື້້ອງຕົ້ນ ໃນວັນທີ 11 ພະຈິກ 2016, ທ້າວ ອະລິຍະກອນ ແລະ ທ້າວ ສຸກປະເສີດ ໄດ້ພາກັນໄປຢືມເງິນນໍາ ທ້າວ ວັນສະເຫຼີມ ຈໍານວນ 400.000 ບາດ ຄິດໄລ່ດອກເບ້ຍ 3% ຕໍ່ເດືອນ, ກໍານົດເວລາ 3 ເດືອນ, ໂດຍມີຫຼັກຊັບຄໍ້າປະກັນ ຄື: ໃບຕາດິນ ເລກທີ 146, ລົງວັນທີ 14 ພະຈີກ 2016 ໂອນກໍາມະສິດທີ່ດິນ ເລກທີ 783 ອອກຊື່ ທ້າວ ວັນສະເຫຼີມ. ຈາກນັ້ນ, ທ້າວ ວັນສະເຫຼີມ ໄດ້ຈ່າຍ ເງິນໃຫ້ກ່ອນຈໍານວນ 200.000 ບາດ ສ່ວນອີກ 200.000 ບາດ ແມ່ນກຳນົດຈ່າຍໃຫ້ ໃນວັນທີ 15 ພະຈິກ 2016. ເມື່ອຮອດກໍານົດຈ່າຍເງິນ ທ້າວ ວັນສະ ເຫຼີມ ບໍ່ເອົາເງິນທີ່ຍັງເຫຼືອໄປໃຫ້ຕາມທີ່ຕົກລົງກັນໄວ້ ແລະ ຍັງໄດ້ເອົາໃບຕາດິນໄປຫຼົບໜີໄປ.
ມາວັນທີ 20 ພະຈິກ 2016, ທ້າວ ວັນສະເຫຼີມ ໄດ້ເອົາໃບຕາດິນ ໄປຄໍ້າປະກັນກູ້ຢືມເງິນນໍາ ນາງ ອັ້ນ ຈໍານວນ 400.000 ບາດ ຄິດໄລ່ ດອກເບ້ຍ 10% ຕໍ່ເດືອນ ກົດນົດ 3 ເດືອນ. ຈາກນັ້ນ, ທ້າວ ວັນສະເຫຼີມ ກໍໄປຢືມເງິນນໍາ ນາງ ວັນພະພຸດ (ລູກສາວຂອງນາງ ອັ້ນ) ອີກຈໍານວນ 260.000 ບາດ ລວມເປັນເງິນທັງຕົ້ນທຶນ ແລະ ດອກເບ້ຍທີ່ຢືມນຳສອງແມ່ລູກດັ່ງກ່າວ ທັງໝົດ 880.000 ບາດ ເມື່ອໄດ້ເງິນມາແລ້ວ ກໍເອົາຕົວຫຼົບໜີໄປ.

ມາເດືອນທັນວາ 2016, ທ້າວ ວັນສະເຫຼີມ ໄດ້ຮູ້ຈັກກັບ ທ້າວ ເກດ ແລະ ທ້າວ ມຽງ. ຫຼັງຈາກນັ້ນ, ໄດ້ລົມກັນເລື່ອງເປັນນາຍໜ້າຊື້-ຂາຍທີ່ດິນຂອງ ທ້າວ ຄໍາພອນ ຈໍານວນ 9 ເຮັກຕາ ແລະ ທີ່ດິນຂອງ ທ້າວ ສີຈໍາ ນວນ 7 ເຮັກຕາ ລວມກັນເປັນ 16 ເຮັດຕາ ໃນລາຄາ 800.000 ບາດ. ຈາກນັ້ນ ທ້າວ ວັນສະເຫຼີມ, ທ້າວ ເກດ ແລະ ທ້າວ ມຽງ ໄດ້ໄປຕິດຕໍ່ຂາຍດິນຈໍານວນດັ່ງກ່າວ ໃຫ້ ນາງ ຄໍາ ພຸດ ໃນລາຄາ 1.500.000 ບາດ. ແລ້ວນາງ ຄໍາພຸດ ໄດ້ຈ່າຍເງິນມັດຈໍາກ່ອນ ຈໍານວນ 55 ລ້ານກີບ ໂດຍໄດ້ເຮັດສັນຍາກັນໄວ້. ເນື້້ອໃນສັນຍາລະບຸວ່າ: ຖ້າພວກກ່ຽວບໍ່ຂາຍດິນໃຫ້ ແມ່ນຈະໄດ້ປັບໃໝເປັນ 2 ເທົ່າ. ເມື່ອໄດ້ເງິນມາແລ້ວ ທ້າວ ສັນສະເຫຼີມ ກໍເອົາເງິນໄປໃຊ້ຈ່າຍແບ່ງໃຫ້ ທ້າວ ເກດ ແລະ ທ້າວ ມຽງ ຈໍານວນໜຶ່ງ.

ມາວັນທີ 4 ມັງກອນ 2017, ທ້າວ ວັນສະເຫຼີມ ໄດ້ໄປຫາ ທ້າວ ຄໍາພອນ ແລ້ວຕົວະວ່າຈະເອົາໃບຕາດິນ ໄປກ໋ອບປີ້ ເພື່ອມາປະກອບກັບໃບຊື້-ຂາຍທີ່ດິນ ເມື່ອໄດ້ໃບຕາດິນມາ ແລ້ວກໍເອົາຕົວຫຼົບໜີໄປ. ຫຼັງຈາກນັ້ນ, ທ້າວ ວັນສະເຫຼີມ ໄດ້ໄປຕິດຕໍ່ ຫາ ທ້າວ ສົມຈັນ ວ່າຕ້ອງການຂາຍເຮືອນພ້ອມດິນ ເນື້ອທີ່ 1.260 ຕາ ແມັດ ໃນລາຄາ 1.600.000 ບາດ ພ້ອມທັງຈະແລ່ນເອກະສານ, ຖົມດິນ, ແລ່ນນໍ້າປະປາ ແລະ ໄຟຟ້າເຂົ້າຕອນດິນດັ່ງກ່າວ. ຈາກນັ້ນ, ນາງ ສຸກ ໄດ້ ນໍາເງິນ ຈໍານວນ 300.000 ບາດ ມອບໃຫ້ ທ້າວ ວັນສະເຫຼີມ ໄປແລ່ນເອກະສານ ເມື່ອໄດ້ເງິນມາແລ້ວໄດ້ຕິດຕໍ່ຫາ ທ້າວ ວັນເພັງ ໄປຖົມດິນໃຫ້ໃນລາຄາ 28.620.000 ກີບ ພາຍຫຼັງຖົມສໍາເລັດ ທ້າວ ວັນສະເຫຼີມ ກໍບໍ່ຈ່າຍເງິນໃຫ້ກັບ ທ້າວ ວັນເພັງ ແລະ ຍັງເອົາຕົວຫຼົບໜີໄປ. ຮອດວັນທີ 22 ມີນາ 2017, ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມກົດໝາຍ.

ຜ່ານການສະຫຼຸບຕີລາຄາຂອງຄະນະສານອາຍາ ຕາມຄໍາຮັບສາລະພາບ ແລະ ຂໍ້ມູນຫຼັກຖານຕາມບົດຄໍາໃຫ້ການເຫັນວ່າ: ຖືກຕ້ອງ ແລະ ສອດຄ່ອງ ຕາມເຫດການຕົວຈິງຂອງຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແມ່ນຄົບ 4 ອົງປະກອບ ຂອງການກະທໍາຜິດ ມາດຕາ 120 ແລະ 161 ຂອງກົດໝາຍອາຍາ.