ສະພາບການຮຽກຄ່າໄຖ່ທີ່ພົ້ນເດັ່ນ ໃນຕ່າງປະເທດ

ສະພາບການຈັບຕົວປະກັນ ຫຼື ຈັບຕົວຮຽກຄ່າໄຖ່ ກຳລັງຖືກເບິ່ງວ່າ: ເປັນບັນຫາພົ້ນເດັ່ນໃນເຂດອາເມລິກາໃຕ້, ເມື່ອປີ 2004 ໃນເຂດດັ່ງກ່າວແມ່ນກວມ 65% ໃນຈຳນວນຕົວເລກທັງໝົດຂອງ ຄະດີຈັບຕົວຮຽກຄ່າໄຖ່ເກີດຂຶ້ນທົ່ວໂລກ. ໃນປີ 2009 ຕົວເລກດັ່ງກ່າວ ໄດ້ຫຼຸດລົງມາເປັນ 37% ຍ້ອນກຸ່ມເຄື່ອນໄຫວກໍ່ອາຊະຍາກຳເຫຼົ່ານີ້ ໄດ້ເຄື່ອນຍ້າຍໄປກໍ່ເຫດໃນເຂດອື່ນ.

ເມື່ອເດືອນຕຸລາ 2010, ນາງ Lineda Norgrove ພະນັກງານກູ້ໄພຊາວອັງກິດ ຖືກຄາດຕະກຳໃນຂະນະທີ່ຜູ້ກ່ຽວໄປກັບ ໜ່ວຍກູ້ໄພ SEAL ປະເທດອາເມລິກາ ເຂົ້າໄປເຈີເຮືອນຮັງຂອງກຸ່ມເຄື່ອນໄຫວກໍ່ການຮ້າຍທີ່ກຳລັງຈັບຕົວປະກັນໄວ້ໄຖ່ເອົາເງິນ. ເດືອນເມສາ 2014 ທີ່ນະຄອນຫຼວງມານິລາ ປະເທດຟິລິບປິນ ກໍເກີດເຫດແຂກທ່ອງທ່ຽວ ຈຳນວນ 8 ຄົນ ຖືກຄາດຕະກຳໃນຂະນະທີ່ເຈົ້າໜ້າທີ່ ບຸກຊ່ວຍເຫຼືອຕົວປະກັນ, ເດືອນສິງຫາ 2010 ພະນັກງານການບິນ ຈຳນວນ 3 ຄົນ ຊາວລັດເຊຍ ຖືກຈັບຕົວຮຽກຄ່າໄຖ່ທີ່ເມືອງ Darfur.

ເມື່ອເດືອນກໍລະກົດ 2010, ນັກຂ່າວ ຈຳນວນ 4 ຄົນ ກໍຖືກຈັບຕົວຮຽກຄ່າໄຖ່ທີ່ປະເທດແມັກຊິກ, ເດືອນມິຖຸນາ 2010 ຫຼານຊາຍຂອງນັກທຸລະກິດທີ່ປະເທດລັດເຊຍ ຖືກຈັບຕົວຮຽກຄ່າໄຖ່, ເດືອນພຶດສະພາ 2010 ພະນັກງານເຕັກນິກຊາວຈີນ ທີ່ປະເທດນີເຈຣີ ຖືກຈັບຕົວຮຽກຄ່າໄຖ່ ແລະ ອີກຫຼາຍກໍລະນີໃນທົ່ວໂລກ.

ດັ່ງນັ້ນ, ຄວາມຈິງໃນປັດຈຸບັນໃຫ້ເຫັນວ່າ: ສະພາບການຈັບຕົວຮຽກຄ່າໄຖ່ ແມ່ນເກີດຂຶ້ນທຸກມຸມໂລກ; ພວກເຂົາໄດ້ຫັນປ່ຽນສະພາບການດັ່ງກ່າວ ກາຍເປັນການເຮັດທຸລະກິດຂອງບັນດາກຸ່ມກໍ່ອາຊະຍາກຳ ແລະ ກຸ່ມກໍ່ການຮ້າຍ. ນອກຈາກສະພາບການຈັບຕົວປະກັນຮຽກຄ່າໄຖ່ແລ້ວ ພວກເຂົາຍັງໄດ້ໃຊ້ຮູບແບບປຸ້ນ ເພື່ອເອົາຊັບສິນຂອງຊາວຄ້າຂາຍ, ນັກທຸລະກິດທີ່ປະກອບກິດຈະການຂົນສົ່ງສິນຄ້າຜ່ານໜ້ານໍ້າທະເລ ເຊັ່ນ: ເຮືອສິນຄ້າຖືກກຸ່ມເຄື່ອນໄຫວປຸ້ນ ທີ່ນອກເມືອງໂຊມາລີ ຖືກຮຽກເອົາຄ່າໄຖເປັນເງິນ 7 ລ້ານໂດລາ; ນອກນັ້ນ, ເງິນຈຳນວນ 550.000 ໂດລາ ແມ່ນເງິນຄ່າໄຖ່ເອົາຊີວິດເມຍຂອງອຳນວຍການທະນາຄານ ຄົນເຢຍລະມັນ, 300.000 ໂດລາສະຫະລັດ ແມ່ນຈ່າຍໄຖ່ເອົາຊີວິດຂອງພະນັກງານຂຸດຄົ້ນບໍ່ແຮ່ ໃນເຮືອ ແລະ 10.000 ໂດລາສະຫະລັດ ແມ່ນໄຖ່ເອົາລູກຊາຍຂອງເຈົ້າຂອງຮ້ານຂາຍເຄື່ອງຄົນໜຶ່ງ.

ການປະຕິບັດງານຂອງເຈົ້າໜ້າທີ່

ລັດຖະບານຂອງຫຼາຍປະເທດໃນໂລກ ລ້ວນແຕ່ປິດບັງຈຳນວນເງິນທີ່ໄດ້ນຳມາໄຖ່ຕົວປະກັນ ຫຼື ຜູ້ຖືກຈັບໄປຮຽກຄ່າໄຖ່; ຕໍ່ກັບກຸ່ມເຄື່ອນໄຫວກໍ່ເຫດ ໃນປີ 2010 ເປັນປີທີ່ມີສະພາບການນີ້ເກີດຂຶ້ນຫຼາຍທີ່ສຸດ ແລະ ສະພາບການຄະດີດັ່ງກ່າວ ແມ່ນນັບມື້ນັບເພີ່ມຂຶ້ນ, ຜູ້ເສຍຫາຍສ່ວນຫຼາຍແມ່ນພະນັກງານກູ້ໄພ, ພະນັກງານຂັ້ນການນຳເມືອງແຂວງ ແລະອື່ນໆ, ແຂກທ່ອງທ່ຽວ ລວມໄປເຖິງປະຊາຊົນໃນທ້ອງຖິ່ນ.

ທີ່ປະເທດແມັກຊິກ, ສະເພາະໃນປີ 2008 ແມ່ນມີ 7.000 ຄົນ ຖືກກຸ່ມຄົນຮ້າຍຈັບຕົວຮຽກຄ່າໄຖ່, ທີ່ປະເທດນີເຈຣີ ໃນປີ 2009 ຢ່າງໜ້ອຍແມ່ນມີຜູ້ຖືກເຄາະຮ້າຍ 1.000 ຄົນ ແລະ ຢູ່ໂຊມາລີ ໃນປີ 2009 ຢ່າງໜ້ອຍແມ່ນ 12.000 ຄົນ; ໃນນັ້ນ, ມີຄົນຕ່າງປະເທດຖືກຈັບຮຽກຄ່າໄຖ່ໃນ 1 ເດືອນ ມີ 106 ຄົນ ແລະ ໃນກາງເດືອນຕຸລາ 2014 ແມ່ນມີຫຼາຍກວ່າ 2.000 ຄົນ ແລະ ໃນນັ້ນ ມີຄົນຕ່າງປະເທດ 400 ຄົນ.

ຕົວເລກຂ້າງເທິງນີ້ ແມ່ນຍັງບໍ່ໄດ້ລວມເຖິງເດັກນ້ອຍຫຼາຍພັນຄົນທີ່ຖືກຈັບຕົວ ໃນບັນດາຄະດີທີ່ພົວພັນເຖິງການຢ່າຮ້າງ ຫຼື ແມ່ຍິງຈຳນວນຫຼາຍພັນຄົນທີ່ຕົກເປັນເຫຍື່ອໃຫ້ກັບ ການເຄື່ອນໄຫວຂອງກຸ່ມດັ່ງກ່າວ ໃນຂະບວນການຈັບເຈົ້າສາວເປັນຕົວປະກັນ. ຕົວເລກເງິນທີ່ໄດ້ຈາກການຮຽກຄ່າໄຖ່ ແມ່ນມີຈຳນວນມະຫາສານ ແລະ ນັບມື້ນັບສູງຂຶ້ນເລື້ອຍໆ. ຕຳຫຼວດປະເທດນີເຈຣີ ໄດ້ສັນນິຖານວ່າ: ເງິນທີ່ກ່ຽວພັນກັບການໄຖ່ຖອນຕົວປະກັນ ໃນ 2 ປີ 2008-2009 ແມ່ນຫຼາຍກວ່າ 100 ລ້ານໂດລາ, ສະເພາະກຸ່ມອາວກາຍດາ ທີ່ພາກຕາເວັນຕົກຂອງອາຟຣິກກາ ກໍມີເງິນຈາກການເຄື່ອນໄຫວຈັບຕົວຮຽກຄ່າໄຖ່ນີ້ ຫຼາຍລ້ານໂດລາເຊັ່ນກັນ.

ທ້າວ Alan McMenemy ພະນັກງານປ້ອງກັນຜູ້ນຳຊາວສະກັອດແລນ ຖືກກຸ່ມນັກຮົບເຊຍ ຈັບຕົວທີ່ປະເທດອີຣັກ ພ້ອມດ້ວຍພະນັກງານປ້ອງກັນຜູ້ນຳຊາວອັງກິດ ອີກ 3 ຄົນ ແລະ ຜູ້ຊ່ຽວຊານຂຽນໂປຼແກຼມ ທີ່ຊື່ Peter Moore ໃນກາງປີ 2011; ນອກນັ້ນ, ນັກວິສາວະກອນຊາວເຢຍລະມັນ ຊື່: Johannes Hentschel ແລະ ເມຍທີ່ເປັນແພດຊື່ ນາງ Sabine ພ້ອມດ້ວຍລູກອີກ 3 ຄົນ ແລະ ຄົນອື່ນອີກ ລວມເປັນ 9 ຄົນ ກໍຖືກກຸ່ມທະຫານເຊຍ ຈັບເປັນຕົວປະກັນຮຽກຄ່າໄຖ່ທີ່ເຢເມນ ໃນເດືອນມິຖຸນາ 2009 ໃນຂະນະທີ່ພວກກ່ຽວກຳລັງຍ່າງເລາະຫຼິ້ນໃນເຂດເທດສະບານແຫ່ງໜຶ່ງ ທາງທິດເໜືອຂອງເຢເມນ.
ຫຼັງຈາກເຫດການເກີດຂຶ້ນໄດ້ໜຶ່ງມື້, ເຈົ້າໜ້າທີ່ຕຳຫຼວດ ພົບເຫັນສອງຄົນເສຍຊີວິດທີ່ເປັນຄົນໃນກຸ່ມທີ່ຖືກຈັບຕົວໄປນັ້ນ ເຊິ່ງແມ່ນພະນັກງານແພດຂອງເຢຍລະມັນ ແລະ ພະນັກງານຄູຊາວເກົາຫຼີ.

<=+=>

ສະຫຼຸບແລ້ວ, ສະພາບການທີ່ຖືກກຸ່ມຄົນຮ້າຍຈັບເປັນຕົວປະກັນ ຫຼື ຮຽກຄ່າໄຖ່ນັ້ນ ສ່ວນຫຼາຍຈະເປັນພະນັກງານເກັບກຳຂ່າວ ເຊິ່ງອາດຈະແມ່ນນັກຂ່າວ ຫຼື ພະນັກງານລາຍງານຂ່າວໃຫ້ກັບສື່່ໃດໜຶ່ງ ເຊັ່ນຕົວຢ່າງ: 

ນັກຂ່າວຊາວຝຣັ່ງຊື່ ທ້າວ Stephane Taponier ແລະ ນັກບັນທຶກພາບຊື່ ທ້າວ Herve Ghesquiere ຖືກກຸ່ມເຄື່ອນໄຫວຈັບເປັນຕົວປະກັນຮຽກຄ່າໄຖ່ທີ່ປະເທດອັບການິສະຖານ ໃນເດືອນທັນວາ 2009, ຜູ້ຖືກເຄາະຮ້າຍແມ່ນພະນັກງານທີ່ເຮັດວຽກໃຫ້ຊ່ອງລາຍການຂອງ France3 ພ້ອມດ້ວຍພະນັກງານຊາວອັບການິສະຖານ ອີກ 3 ຄົນ; ໃນຂະນະທີ່ພວກເຂົາກຳລັງຂັບລົດທີ່ແຂວງກາປິຊາ ປະເທດອັບການິສະຖານ ແຕ່ລົດຂອງພວກເຂົາໄດ້ຕົກເຂົ້າວົງປິດລ້ອມຂອງທະການຕະລີບັນ. ຈຸດປະສົງຂອງກຸ່ມທະຫານຕະລີບັນ ແມ່ນເພື່ອແລກປ່ຽນກັບຄົນຂອງພວກເຂົາທີ່ຖືກເຈົ້າໜ້າທີ່ຈັບຂັງໄວ້ ໃນປະເທດອັບການິສະຖານ ຫຼື ຕາມບັນດາສະຖານທີ່ກັກຂັງ ໃນປະເທດອາເມລິກາ.

ສ່ວນຫຼາຍ, ພະນັກງານເກັບກຳຂ່າວ ຈະຕົກເປັນຜູ້ເຄາະຮ້າຍ

ປັດຈຸບັນ, ສະພາບການຈັບຕົວຮຽກຄ່າໄຖ່ ແມ່ນຈະເນັ້ນເປົ້າໝາຍຮຽກເອົາເງິນເປັນຫຼັກ, ເຊິ່ງມູນຄ່າແລ້ວແຕ່ພວກເຂົາຈະເວົ້າເອົາ ເຊິ່ງອາດຈະສູງເຖິງໜຶ່ງລ້ານໂດລາຂຶ້ນໄປ ແລະ ຕໍ່ສະພາບການດັ່ງກ່າວນີ້ ຈຶ່ງເລີ່ມເກີດມີການຫັນປະກົດການດັ່ງກ່າວ ກາຍເປັນການເຮັດທຸລະກິດທີ່ມີມູນຄ່າມະຫາສານ ເຊັ່ນວ່າ: ເກີດມີບໍລິສັດປະກັນໄພ, ປະກັນຊີວິດ ເຊິ່ງເຮັດປະກັນໄພເມື່ອກໍລະນີຖືກກຸ່ມຄົນບໍ່ດີຈັບຕົວໄປ ແມ່ນບໍລິສັດຈະຮັບຜິດຊອບຄ່າໄຖ່.

ສະພາບຈັບຕົວປະກັນເພື່ອຮຽກຄ່າໄຖ່ ແມ່ນປະກົດການທີ່ນອນຢູ່ໃນຂົງເຂດການເຮັດທຸລະກິດ ເຊິ່ງໄດ້ສ້າງລາຍຮັບໃຫ້ກຸ່ມດັ່ງກ່າວ ປະມານ 1,5 ຕື້ໂດລາສະຫະລັດຕໍ່ປີ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ