ໃນທ້າຍອາທິດຜ່ານມາ, ສະມາຊິກສະພາແຫ່ງຊາດ ( ສສຊ ) ປະຈຳເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ  ນໍາໂດຍ ທ່ານ ນາງ ບົວພັນ ລີໄກຢາ ປະທານກຳມາທິການບັນດາເຜົ່າ, ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ( ສສຂ ) ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ 1 ຢູ່ເມືອງເງິນ.

ການລົງເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້, ໄດ້ແບ່ງອອກເປັນ 3 ຈຸດໃຫຍ່ ຄື: ຈຸດທີ 1 ແມ່ນຢູ່ສະໂມສອນຂອງເມືອງ, ຈຸດທີ 2 ແມ່ນຢູ່ບ້ານຫຼວງມີໄຊ ແລະ ຈຸດທີ 3 ແມ່ນຢູ່ບ້ານນ້ຳເງິນ, ມີບັນດາທ່ານຄະ ນະປະຈໍາພັກເມືອງ, ກໍາມະການພັກ ເມືອງ; ຫົວໜ້າ, ຫ້ອງການ-ກົມກອງ, ພະນັກງານຫຼັກແຫຼ່ງ ເລຂາໜ່ວຍພັກ ນາຍບ້ານ, ນັກທຸລະກິດຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຮັບຟັງທັງໝົດ 580 ຄົນ ຍິງ 354 ຄົນ.

ໂອກາດທີ່ລົງມາເຜີຍແຜ່ຜົນສຳເລັດດັ່ງກ່າວໄດ້ຮັບຟັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ແລະ ບ້ານໃນໄລຍະ 1 ປີຜ່ານມາໂດຍຫຍໍ້. ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ກໍໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ V ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ I ໃຫ້ພະນັກງານ-ທະຫານ-ຕຳຫຼວດ-ປະຊາຊົນ ໄດ້ຮັບຮູ້ເນື້ອໃນທີ່ສຳຄັນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ ຮັບຮອງ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆໃຫ້ມີຜົນສຳເລັດ.