ບັນດາໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆ ນັບທັງພາກລັດ ແລະ ເອກະຊົນ ຢູ່ນະ ຄອນຫຼວງວຽງຈັນ ກໍານົດເອົາວັນທີ 3 ກັນຍາ ເປັນມື້ເປີດສົກຮຽນໃໝ່ ສົກປີ 2018-2019 ເຫັນວ່າ ມີສະພາບຍານພາຫະນະຕາມເສັ້ນທາງຫຼັກ ແລະ ທາງຊອຍ ມີຄວາມແອອັດອັ່ງອໍພໍສົມຄວນ ຍ້ອນຜູ້ຂັບຂີ່ໃຊ້ລົດ-ໃຊ້ຖະໜົນໃນເວລາດຽວກັນ ເຊັ່ນ: ໂມງເຂົ້າການ-ເລີກການ, ເຂົ້າຮຽນ-ເລີກຮຽນ ເຮັດໃຫ້ເສັ້ນທາງບາງເສັ້ນລົດຕິດຍາວ, ການສັນຈອນເຄື່ອນຕົວຊ້າກວ່າເກົ່າ  ເພື່ອແກ້ໄຂສະພາບດັ່ງກ່າວ ເຈົ້າໜ້າທີ່ທີ່ປະຕິບັດໜ້າທີ່ລະບາຍ ການສັນ ຈອນໄດ້ສຸມໃສ່ລະບາຍການຈະລາຈອນຢ່າງຕັ້ງໜ້າ ເພື່ອຫຼຸດຜ່ອນບັນຫາລົດຕິດຂັດຕາມສາຍທາງ.

ສະພາບການດັ່ງກ່າວ, ເຈົ້າໜ້າທີ່ກໍາລັງຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ແມ່ນໄດ້ເອົາໃຈໃສວ່າງກໍາລັງບັນຈຸໃສ່ເສັ້ນທາງໃກ້ກັບສະຖາບັນການຮຽນ-ການສຶກສາ ແລະ ເສັ້ນ ທາງສາຍຫຼັກ, ເສັ້ນທາງເຂົ້າ-ອອກເມືອງຕາມຈຸດ 3 ແຍກ, 4 ແຍກ ແລະ ຕະຫຼາດ, ເຊິ່ງມີທັງໝົດ 82 ຈຸດ ລວມຈໍານວນພົນທັງໝົດ 611 ສະຫາຍ, ເຊິ່ງແຕ່ລະຈຸດມີກໍາລັງຈະລາຈອນ ຄອຍອໍານວຍຄວາມສະດວກຢ່າງໜ້ອຍຈຸດລະ 2-3 ສະຫາຍ ເພື່ອລະບາຍພາຫະນະ ແລະ ແນະນໍາບັນດານັກຂັບຂີ່ໃນໂມງຮີບດ່ວນ ຂັບຂີ່ຢ່າງມີສະຕິ ເຊັ່ນ: ແຍກໄຟອຳນາດໂຮງຮຽນມັດທະຍົມສຶກສາ (ມສ) ວຽງຈັນ, ໜ້າໂຮງຮຽນ ມສ ວຽງຈັນ, ໜ້າໂຮງຮຽນສິນໄຊ, ຈຸດລ້ຽວກັບໂຮງຮຽນລາວ-ຫວຽດ, ໂຮງຮຽນວັດທະນາໂພນພະເນົາ (ເສັ້ນທາງໂພນພະເນົາ-ໂພນຕ້ອງ), ຈຸດຈັດລະບຽບເຂດສໍານັກງານນາຍົກ ແລະ ຈຸດກວດກາໂມງເລັ່ງດ່ວນ ໂດຍໃຊ້ລົດມ້າຂາວ ເລາະຈັດລະບຽບຕາມສາຍທາງລ້ານຊ້າງ ແລະ ໄກສອນພົມວິຫານ ເພື່ອບໍ່ໃຫ້ລົດຈອດຕາມແຄມທາງໃນໂມງເລັ່ງດ່ວນ ເລີ່ມແຕ່ຫໍຄໍາ ຫາ ໄຟອຳນາດດົງໂດກ ແລະ ປ້ອມປະຈໍາ 11 ປ້ອມ. ນອກນີ້, ຍັງໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ 5 ເມືອງໃນ ຈັດກໍາລັງເຂົ້າປະຈໍາ ແຕ່ລະຈຸດຄວາມຮັບຜິດຂອງເມືອງ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ ໃຊ້-ຖະໜົນໃຫ້ຂັບຂີ່ມີຄວາມສະດວກກວ່າເກົ່າ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບໃນ ຕອນເຊົ້າວັນທີ 3 ກັນຍາ 2018 ວ່າ: ສະເພາະສະພາບການສັນຈອນ ໃນມື້ເປີດສົກຮຽນໃໝ່ ເຫັນວ່າສະພາບພາຫະນະເພີ່ມຂຶ້ນ ຖະໜົນຫົນທາງແໜ້ນໜາກວ່າເກົ່າ, ບວກກັບສະພາບອາກາດຝົນຕົກ ຜູ້ຂັບຂີ່ພາຫະນະກໍມີການຊ່ວງຊີງແຊງກັນໃຜກໍຢາກໄປກ່ອນ ເຮັດໃຫ້ການສັນຈອນມີຄວາມສັບສົນພໍສົມ ຄວນ ແຕ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ເອົາໃຈໃສ່ລະບາຍຍານພາຫະນະໃຫ້ມີຄວາມສະດວກ.

ການແກ້ໄຂໃນຕໍ່ໜ້າ, ແມ່ນຈະເພີ່ມກໍາລັງຈະລາຈອນໃສ່ບາງຈຸດທີ່ແອອັດ ພ້ອມທັງໜ່ວຍໂຄສະນາລະບຽບການສັນຈອນ ເພື່ອເຜີຍແຜ່ລະບຽບການຂັບຂີ່ ໃຫ້ເຂົາເຈົ້າໄດ້ຮັບຮູ້ຕໍ່ກັບການຂັບຂີ່ປອດໄພ, ປຶກສາຫາລືກັບຄະນະອໍານວຍການໂຮງຮຽນທີ່ມີຄວາມສັບສົນ ເພື່ອຊອກຫາວິທີແກ້ໄຂນໍາກັນ. ຮຽກຮ້ອງໃຫ້ບັນດາຜູ້ຂັບຂີ່ ຈົ່ງມີສະຕິລະມັດລະວັງຄ່ອຍໄປ-ຄ່ອຍມາ, ຂັບຂີ່ໃຫ້ກຽດເຊິ່ງກັນແລະ ກັນ. ກ່ອນອອກຈາກເຮືອນ ຕ້ອງມີການວາງແຜນຄັກແນ່ ເສັ້ນທາງໃດລົດຕິດໜ້ອຍ ແລະ ຕິດຫຼາຍ ທີ່ສໍາຄັນແມ່ນໃຫ້ມີສະຕິອອກເຮືອນແຕ່ເຊົ້າກວ່າເກົ່າ ເພື່ອຫຼີກລ່ຽງລົດແອອັດຢູ່ຫົນທາງຍິ່ງກວ່ານັ້ນ, ເຮັດໃຫ້ເຮົາປະຢັດນໍ້າມັນ ແລະ ປະຢັດເງິນຕື່ມ.

ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃນມື້ທໍາອິດ ເຫັນວ່າຍັງມີຄວາມສັບສົນ ແລະ ໄດ້ພົບບັນຫາຫຼາຍຢ່າງທີ່ຈະຕ້ອງໄດ້ມີການຖອດຖອນບົດຮຽນ ແລະ ມີການປັບປຸງກໍາລັງເຂົ້າບັນຈຸ ເຊັ່ນ: ເສັ້ນທາງເຂົ້າ-ຊອຍ, ເສັ້ນທາງຄົບກັນທີ່ ບໍ່ມີໄຟອໍານາດ ແລະ ບັນດາເສັ້ນທາງຮອມທີ່ໃກ້ກັບໂຮງຮຽນລົດຕິດອັ່ງອໍກວ່າ ທີ່ຄາດຄິດໄວ້. ສ່ວນຜູ້ຂັບຂີ່ຍັງບໍ່ທັນໃຫ້ການຮ່ວມມືເທົ່າທີ່ຄວນຊ່ວງຊິ່ງກັນໄປຕາມອາລົມ ໂດຍບໍ່ໃຫ້ກຽດເຊິ່ງກັນແລະ ກັນ. ນອກນີ້, ຜູ້ປົກຄອງຈໍານວນໜຶ່ງທີ່ຂັບຂີ່ພາຫະນະໄປສົ່ງລູກຫຼານຢູ່ແຕ່ລະ ໂຮງຮຽນ ແມ່ນຍັງບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ຢາກຈອດໄສກໍຈອດ, ບາງຄົນ ຈອດພາຫະນະຊ້ອນກັນ ເຮັດໃຫ້ເສັ້ນ ທາງທີ່ແຄບແລ້ວຍິ່ງແຄບເຂົ້າຕື່ມ.