ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ໄດ້ມອບເຄື່ອງຈຳນວນໜຶ່ງໃຫ້ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເພື່ອສົມທົບທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ໃນທົ່ວປະເທດ ໃນວັນທີ 31 ສິງຫາ 2018, ຕາງໜ້າມອບໂດຍ ພັທ ສູນເພັງ ສິນທະວອນ ເລຂາຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ແລະ ຕາງໜ້າຮັບໂດຍ ພັທ ພິມມະສອນ ທໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ພັທ ສູນເພັງ ສິນທະວອນ ກ່າວວ່າ: ເຄື່ອງທີ່ມອບຄັ້ງນີ້ແມ່ນ ໄດ້ຈາກການສົມທົບທຶນ ແລະ ວັດຖຸຂອງຊາວໜຸ່ມກໍາລັງປ້ອງກັນສູນກາງ; ສາມາດທ້ອນໂຮມໄດ້ເງິນຈໍານວນ 3.813.000 ກີບ, ໝີ່ 10 ແກັດ ແລະ ເຂົ້າສານຈໍານວນ 6 ເປົາ ລວມມູນຄ່າທັງໝົດ 5.763.000 ກີບ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພຢູ່ບັນດາແຂວງໃນທົ່ວປະເທດ ທີ່ຖືກຜົນກະທົບຈາກນ້ຳຖ້ວມ, ເປັນການແບ່ງເບົາຄວາມທຸກ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ແລະ ເຮັດໃຫ້ເຂົາເຈົ້າມີກຳລັງໃຈໃນການດຳລົງຊີວິດຕໍ່ໄປ.

ພັທ ພິມມະສອນ ທໍາມະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຄັ້ງນີ້; ເປັນການສະແດງເຖິງຄວາມເຫັນອົກເຫັນໃຈ ເປັນຫ່ວງເປັນໃຍ ຈາກທຸກພາກສ່ວນຕໍ່ຄອບຄົວທີ່ຖືກເຄາະຮ້າຍ, ເພື່ອເປັນກຳລັງແຮງໃຈໃນການດຳລົງຊີວິດ, ອົດທົນຕໍ່ສູ້ກັບບັນຫາດັ່ງກ່າວ ໃຫ້ຜ່ານພົ້ນໄປ. ໃນຕໍ່ໜ້າ ເມື່ອຊາວໜຸ່ມກະຊວງ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ 18 ກົມກອງອ້ອມຂ້າງ ກະຊວງ ປກສ ສໍາເລັດແລ້ວ ຈະນໍາເຄື່ອງດັ່ງກ່າວລົງພື້ນທີ່ ເພື່ອນໍາໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ ໃຫ້ສໍາເລັດ.