ເປັນປະທານໂດຍ ພັທ ແສງແກ້ວ ມະນີຄຳ - ເຂົ້າຮ່ວມໂດຍ ພັທ ຄຳພັດ ພົມພິພັກ

ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພັກ, ພະນັກງານ-ນັກຮົບສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ ສະແດງອອກໃນ 6 ເດືອນຕົ້ນປີນີ້ ສາມາດຜະລິດບັດປະຈໍາຕົວໃຫ້ພໍ່-ແມ່ປະຊາຊົນທົ່ວແຂວງຫຼວງນໍ້າທາ ໄດ້ 2.531 ບັດ.

ເຊິ່ງພາຍໃຕ້ການເປັນປະທານໂດຍ ພັທ ແສງແກ້ວ ມະນີຄຳ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ພ້ອມທັງເຂົ້າຮ່ວມໂດຍ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີບັນດາຄະນະຫ້ອງ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ນັກຮົບ ພາຍໃນຫ້ອງເຂົ້າຮ່ວມ, ທ່ານ ພັທ ພ້ອມ ແພງຄຳເຮືອງ ຫົວໜ້າພະແນກຫ້ອງການ ກໍໄດ້ຍົກໃຫ້ເຫັນຜົນງານ 6 ເດືອນຕົ້ນປີ 2018 ຂອງ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2018 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນວັນທີ 29 ສິງຫາ 2018 ວ່າ:

ທົ່ວຂວງຫຼວງນໍ້າທາ ມີ 47 ກຸ່ມບ້ານ, ມີ 367 ບ້ານ, ມີ 33.330 ຫຼັງຄາເຮືອນ ມີ 40.234 ຄອບຄົວ, ມີ 183.931 ຄົນ ຍິງ 93.037 ຄົນ; ໃນນີ້, ໄດ້ຂຶ້ນທະບຽນສຳມະໂນຄົວແລ້ວ 32.618 ຫຼັງຄາເຮືອນ, ມີ 39.495 ຄອບຄົວ, ມີພົນລະເມືອງທັງໝົດ 179.303 ຄົນ, ຄຸ້ມຄອງທະບຽນປະຫວັດ ແລະ ປະກອບຄຳຮ້ອງເຮັດບັດປະຈຳຕົວໃຫ້ພົນລະເມືອງລາວ 2.631 ຄົນ ຍິງ 1.370 ຄົນ, ໄດ້ຜະລິດບັດປະຈໍາຕົວໄດ້ທັງໝົດ 2.531 ບັດ ຍິງ 1.297 ບັດ, ມີບັດໃໝ່ 1.254 ບັດ ຍິງ 687 ບັດ, ປ້ອນຂໍ້ມູນເຂົ້າລະບົບແບບໃໝ່ໃຫ້ບັນດາເມືອງ 923 ຄອບຄົວ, ມີ 5.148 ຄົນ ຍິງ 2.521 ຄົນ.

ພັທ ພ້ອມ ແພງຄຳເຮືອງ

ນອກນີ້, ຍັງໄດ້ເກັບທ້ອນໂຮມອາວຸດເຄື່ອງຂອງທີ່ຜິດກົດໝາຍຈາກບັນດາເມືອງປະກອບມີ ປືນແກັບ 228 ກະບອກ, ເຄື່ອງໄຟຟ້າຊັອດປາ 23 ເຄື່ອງ, ຈັກສະຕິນ 3 ເຄື່ອງ, ປືນບວດ 2 ກະບອກ, ມາດ 22 ກິໂລກຼາມ, ຂີ້ເຈຍ 43 ກິໂລກຼາມ, ດອກແກັບ 8 ກັບ, ຢາປວດຫາຍ 22 ກັບ ແລະ ແກ່ນຢາຝິ່ນ 9 ກິໂລກຼາມ.

ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫຼວງນໍ້າທາ

ໃນຕ້ອນທ້າຍ, ພັທ ຄຳພັດ ພົມພິພັກ ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະຫ້ອງ, ສະມາຊິກພັກ, ພະນັກງານ-ນັກຮົບສືບຕໍ່ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນຫ້ອງ, ລົງເຖິງຮາກຖານ ປກສ ກຸ່ມບ້ານ, ປກສ ບ້ານ ຢູ່ທ້ອງຖິ່ນແຕ່ລະເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສືບຕໍ່ເກັບກຳ, ກວດກາຄຸ້ມຄອງຄົນມາພັກເຊົາ, ຍົກຍ້າຍການອົບພະຍົບເຂົ້າ-ອອກ ແລະ ການເຮັດອາຊີບພິເສດທີ່ຜິດຕໍ່ລະບຽບກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ ພ້ອມກັນເປັນເຈົ້າການປ້ອງກັນສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນປັດຈຸບັນ ກໍຄືອະນາຄົດໃນຕໍ່ໜ້າໃຫ້ ມີຄວາມສະຫງົບ ແລະ ມີຄວາມປອດໄພ.