ກອງປະຊຸມສະໄໝສາມັນ ເທື່ອທີ 5 ຊຸດທີ I ຂອງສະພາປະຊາຊົນແຂວງອຸດົມໄຊ ໄດ້ສໍາເລັດ ລົງໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ທ່ານ ບຸນລອດ ອ່ອນພະຈັນ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງອຸດົມໄຊ; ມີ ທ່ານ ສົມພັນ ແພງຄຳມີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະພັກ-ຄະນະນໍາ, ພະແນກການ, ອົງການ, ສະຖາບັນ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ 7 ເມືອງເຂົ້າຮ່ວມ.

ຕະຫຼອດໄລຍະການດຳເນີນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ, ພິຈາລະນາເນື້ອໃນທີ່ສຳຄັນຢ່າງກົງໄປ-ກົງມາ, ເລິກເຊິ່ງ-ຖີ່ຖ້ວນ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ທ່ານ ປອ ຄຳພັນ ເຜີຍຍະວົງ ກໍາມະການສູນກາງ ພັກເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ ຕາມການສະເໜີຂອງຄະນະປະຈຳສະພາປະຊາຊົນແຂວງ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນ ທ້າຍປີ 2018 ຂອງແຂວງ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ ຂອງສະພາປະຊາຊົນແຂວງ, ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍມາດຖານ 4 ສໍ ສໍາລັບບ້ານໃນແຕ່ລະເມືອງ.

ໃນກອງປະຊຸມ, ທ່ານ ບຸນລອດ ອ່ອນພະຈັນ ປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາອົງການ ປົກຄອງແຂວງ ເອົາໃຈໃສ່ນໍາເອົາເນື້ອໃນທີ່ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງຢ່າງເປັນເອກະພາບກັນໃນກອງປະຊຸມ ໃຫ້ເປັນທິດທາງຈຸດສຸມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງໃຫ້ໄດ້ຮັບຜົນສູງ; ຄະນະປະຈໍາພັກ, ສະມາຊິກສະພາ ແລະ ຄະນະກຳມະການສະພາປະຊາຊົນແຂວງ ໃຫ້ເອົາໃຈໃສ່ເພີ່ມທະວີໃນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ຮຽກຮ້ອງໃຫ້ອົງການປົກຄອງ, ກໍາລັງປະກອບອາວຸດ, ພະນັກງານ-ລັດຖະກອນ, ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແຂວງ ເຮັດໃຫ້ສັງຄົມມີຄວາມສະຫງົບ, ສີວິໄລ, ເສດ ຖະກິດໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນເປັນກ້າວໆ.