ອຸດສາຫະກຳເຫຼັງຂອງຈີນ

ໃນວັນທີ 10 ກັນຍານີ້, ບໍລິສັດທີ່ເຮັດທຸລະກິດ ໃນພາກອຸດສາຫະກຳເຫຼັກ ແລະ ຈົດທະບຽນໃນຕະຫຼາກຮຸ້ນຂອງຈີນ ລາຍງານຕົວເລກລາຍໄດ້ທີ່ເພີ່ມສູງຂຶ້ນ ໃນໄລຍະເຄິ່ງປີທຳອິດຂອງປີນີ້ ທ່າມກາງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານ ທີ່ຈະຫຼຸດພາວະການຜະລິດທີ່ສູງເກີນໄປ ໃນພາກອຸດສາຫະກຳດັ່ງກ່າວ.

ລາຍໄດ້ໂດຍລວມຂອງບໍລິສັດເຫຼົ່ານີ້ ຢູ່ທີ່ 4,26 ໝື່ນລ້ານຢວນ ເພີ່ມຂຶ້ນ 15% ເມື່ອທຽບເປັນລາຍປີ ເຊິ່ງຕົວເລກທີ່ເພີ່ມຂຶ້ນນີ້ ຢູ່ໃນໄລຍະທີ່ທາງການຈີນ ໄດ້ພະຍາຍາມທີ່ຈະປັບຫຼຸດພາວະການຜະລິດສ່ວນເກີນ ໃນອຸດສາຫະກຳເຫຼັກ ເຊິ່ງເປັນໄປຕາມການປະຕິຮູບໂຄງສ້າງດ້ານຄວາມຕ້ອງການຂອງປະເທດ.

ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຂອງຈີນ ລະບຸວ່າ: ໃນໄລຍະ 7 ເດືອນທຳອິດຂອງປີນີ້ ຈີນໄດ້ປັບຫຼຸດການຜະລິດເຫຼັກດິບທີ່ຫຼ້າສະໄໝ ໄປໄດ້ໃນອັດຕາສ່ວນ 24,7 ລ້ານໂຕນ ຄິດເປັນສະຖິຕິຫຼາຍກວ່າ 80% ຂອງເປົ້າໝາຍການປັບຫຼຸດການຜະລິດລົງ 30 ລ້ານໂຕນ.