ແຂວງຫົວພັນ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກປີ 2018-2019 ທົ່ວແຂວງ ຂຶ້ນຢ່າງເປັນທາງການ ໃນວັນທີ 3 ກັນຍາ 2018 ຢູ່ທີ່ຫໍວັດທະນະທຳແຂວງ; ເປັນກຽດເຂົ້າຮ່ວມໂດຍ ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມຂັ້ນແຂວງ, ມີຜູ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງຊຳເໜືອ, ຜູ້ບໍລິຫານການສຶກສາທຸກຂັ້ນ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ຂຶ້ນ ຜ່ານບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດໃນສົກຮຽນ 2017-2018 ແລະ ທິດທາງແຜນການສົກຮຽນ 2018-2019 ວ່າ: ທົ່ວແຂວງຫົວພັນ ມີໂຮງຮຽນທັງໝົດ 1.192 ແຫ່ງ, ມີໂຮງຮຽນລ້ຽງເດັກ-ອະນຸບານທັງໝົດ 320 ແຫ່ງ (ເອກະຊົນ 8 ແຫ່ງ), ໂຮງຮຽນປະຖົມ 729 ແຫ່ງ, (ເອກະຊົນ 3 ແຫ່ງ), ໂຮງຮຽນມັດທະຍົມຕອນຕົ້ນ 91 ແຫ່ງ, ມັດທະຍົມສົມບູນ 51 ແຫ່ງ, ມັດທະຍົມຕອນປາຍ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 2 ແຫ່ງ, ໂຮງຮຽນວິຊາຊີບ 1 ແຫ່ງ ແລະ ວິທະຍາໄລ 1 ແຫ່ງ, ດ້ານວຽກງານການສຶກສາຜ່ານມາ ມີນັກຮຽນທັງໝົດ 91.951 ຄົນ, ຄູ-ອາຈານ 4.535 ຄົນ ຍິງ 2.035 ຄົນ. ໃນສົກຮຽນ 2018-2019 ພະແນກສຶກສາ ຈະສົ່ງເສີມເດັກນ້ອຍເກນອາຍຸ 3-5 ປີ ເຂົ້າໂຮງຮຽນອະນຸບານ ແລະ ຫ້ອງ ກຽມປະຖົມໃຫ້ໄດ້ 62%, ເດັກອາຍຸ 5 ປີ ເຂົ້າຮຽນໃນໂຮງຮຽນອະນຸບານ ແລະ ຫ້ອງກຽມປະຖົມໃຫ້ໄດ້ 72%, ອັດຕາເຂົ້າຮຽນ ຊັ້ນ ປ1 ໃຫ້ໄດ້ 98%, ຊັ້ນປະຖົມໃຫ້ໄດ້ 98,5%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕົ້ນ ໃຫ້ໄດ້ 96%, ຊັ້ນມັດທະຍົມປາຍ ໃຫ້ໄດ້ 60%, ອັດຕາຄ້າງຫ້ອງໃຫ້ຍັງເຫຼືອ 0,15%, ປະລະການຮຽນໃຫ້ຍັງເຫຼືອ 5,3%, ສ້າງທຸກເງື່ອນໄຂປະກາດຈົບຊັ້ນຕອນຕົ້ນບຳລຸງໃຫ້ໄດ້ 2 ເມືອງ ຄື: ເມືອງຊຳເໜືອ ແລະ ເມືອງກວັນ. ສ້າງນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ເຂົ້າຮຽນຕໍ່ສາຍອາຊີວະສຶກສາ ແລະ ວິຊາ ຊີບ 1,3%, ຈົບຕອນປາຍໃຫ້ໄດ້ 27%, ສ້າງໂຮງຮຽນຕົວແບບດ້ານພາລະ-ສິລະປະສຶກສາ ແລະ ໂຮງຮຽນປອດຢາເສບຕິດໃຫ້ໄດ້ເມືອງລະ 6 ແຫ່ງ, ທຸກໂຮງຮຽນຕ້ອງຕັ້ງໜ້າປະຕິບັດ 3 ຂໍ້ແຂ່ງຂັນ ຄື: ສອນດີ-ຮຽນເກັ່ງ, ຕ້ານການປະກົດການຫຍໍ້ທໍ້ຕ່າງໆ ແລະ ສ້າງສະພາບແວດລ້ອມທີ່ດີ.

ໂອກາດນີ້, ທ່ານ ພູໂຊນ ທຳ ມະວິໄຊ ໄດ້ກ່າວວ່າ: ວັນໄຂສົກຮຽນໃໝ່ແມ່ນວັນສຳຄັນຂອງຄູ-ອາຈານ, ນ້ອງນ້ອຍນັກຮຽນ, ນັກສຶກສາ, ພໍ່-ແມ່ພີ້ນ້ອງທຸກຊົນເຜົ່າໃນທົ່ວປະເທດ ກໍຄືແຂວງຫົວພັນ ທີ່ໄດ້ພ້ອມກັນສ້າງບັນຍາກາດຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍຄວາມສາມັກຄີໄມຕີຈິດ ເພື່ອເປັນການກະຕຸກຊຸກຍູ້ບົດບາດຂອງຄູ-ອາ ຈານໃຫ້ສູງຂຶ້ນໃນເວທີສັງຄົມ ເຮັດໃຫ້ເຂົາເຈົ້າມີກຳລັງໃຈກາຍປະກອບສ່ວນເຂົ້າໃນການສຶກສາອົບຮົມສົ່ງຄວາມຮູ້ໃຫ້ນັກຮຽນ ເພື່ອໃຫ້ກາຍເປັນນັກຮຽນທີ່ດີ, ມີວິ ໄນ, ກາຍເປັນຜູ້ສືບທອດ ແລະ ເປັນນັກພັດທະນາທີ່ດີຂອງປະ ເທດຊາດໃນອະນາຄົດ.