ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກັນຍາ ທີ່ຜ່ານມາ ວ່າ: ເກີດເຫດໄຟຟ້າດັບເປັນບໍລິເວນກວ້າງ ໃນເຂດໃຈກາງນະຄອນຫຼວງກາຣາກັສ ຂອງປະເທດເວເນຊູເອລາ ເປັນເວລາດົນເຖິງ 45 ນາທີ ໃນວັນທີ 9 ກັນຍາ ທີ່ຜ່ານມາ ເຊິ່ງຖືວ່າເປັນເຫດໄຟດັບຄັ້ງທີ 4 ໃນໄລຍະເວເລາເດືອນກວ່າທີ່ຜ່ານມາ.

ເຫດໄຟດັບຄັ້ງໃຫຍ່ ຍັງກະທົບຕໍ່ເມືອງໃກ້ຄຽງເຊັ່ນ: ເມືອງລາກົວຣາ ເຊິ່ງເປັນທີ່ຕັ້ງສະໜາມບິນລະຫວ່າງປະເທດ ທີ່ໃຫ້ບໍລິການເຊື່ອມຕໍ່ກັບລະບົບລົດໄຟໃຕ້ດິນກາຣາກັສ ແລະ ປະຊາຊົນ 6 ລ້ານຄົນ. ບໍລິສັດການໄຟຟ້າ ຄໍໂປອີເລັກ ຂອງລັດ ບໍ່ໄດ້ຊີ້ແຈງບັນຫາໄຟຟ້າດັບ ເຊິ່ງເກີດຂຶ້ນໄລຍະຕອນທ່ຽງຂອງວັນທີ 9 ກັນຍາ ຜ່ານມາ; ທັ້ງນີ້, ບໍລິສັດການໄຟຟ້າ ລາຍງານຕື່ມວ່າ: ໃນວັນທີ 31 ກໍລະກົດ ຜ່ານມາ, ກໍໄດ້ເກີດເຫດໄຟດັບເປັນເວລາ 3 ຊົ່ວໂມງ ເຮັດໃຫ້ພື້ນທີ່ 60% ຂອງເມືອງຫຼວງເວເນຊູເອລາ ບໍ່ມີໄຟຟ້າໃຊ້ ຂະນະທີ່ ເວເນຊູເອລາ ປະກາດພາວະວິກິດເສດຖະກິດ ແລະ ບັນຫາອັດຕາເງິນເຟີ້ໃນອັຕາທີ່ສູງຫຼາຍ.