ພາບມຸມສູງ ການກໍ່ຕົວຂອງເຮີຣິເຄນຟຼໍເຣນ

ສູນເຮີຣິເຄນແຫ່ງຊາດ ສະຫະລັດ ອາເມລິກາ ລາຍງານ ໃນວັນທີ 10 ກັນຍາ ທີ່ຜ່ານມາ ວ່າ: ເຮີຣິເຄນຟຼໍເຣນ ລະດັບ 1 ຍັງຄົງມີກຳລັງແຮງຂຶ້ນ ຢູ່ທາງພາກກາງຂອງມະຫາສະໝຸດອັດລັງຕິກ ແລະ ຄາດວ່າ ຈະກາຍເປັນເຮີຣິເຄນຂະໜາດໃຫຍ່.        

ເຈົ້າໜ້າທີ່ພະຍາກອນອາກາດ ໄມອາມີ ກ່າວວ່າ: ພາຍຸເຮີຣິເຄນຢູ່ຫ່າງໄປປະມານ 905 ກິໂລແມັດ ຢູ່ທາງໝູ່ເກາະລີວາດ ແລະ ມີຄວາມໄວລົມສູງສຸດໃກ້ຈຸດສູນກາງ 150 ກິໂລແມັດຕໍ່ຊົ່ວໂມງ. ກ່ອນໜ້ານີ້, ສູນເຮີຣິເຄນແຫ່ງຊາດ ສະຫະລັດ ອາເມລິກາ ລາຍງານວ່າ: ເຮີຣິເຄນຟຼໍເຣນ ຢູ່ໃນລະດັບອັນຕະລາຍຮ້າຍແຮງ ໂດຍພະຍາກອນວ່າ ຈະກາຍເປັນພາຍຸຂະໜາດໃຫຍ່ຂຶ້ນ ແລະ ມີກຳລັງແຮງຂຶ້ນ ຂະນະເຄື່ອນທີ່ເຂົ້າສູ່ແຄມຝັ່ງທາງຕາເວັນອອກສຽງໃຕ້ ຂອງ ສະຫະລັດ ອາເມລິກາ ໃນວັນທີ 6 ກັນຍາ ທີ່ຜ່ານມາ; ແນວໃດກໍຕາມ, ຍັງຄົງຕ້ອງຕິດຕາມສະຖານະການຢ່າງໃກ້ຊິດວ່າ ພາຍຸຈະເຄື່ອນທີ່ໄປໃນທິດທາງໃດ ເຊິ່ງຄາດວ່າ ຈະເຮັດໃຫ້ເກີດຝົນຕົກໜັກ, ລົມພັດແຮງຫຼາຍ ແລະ ໄຟດັບເປັນບໍລິເວນກວ້າງ.