ເຈົ້າໜ້າທີ່ ໜ່ວຍງານຕຳຫຼວດສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຕິດຕາມຈັບຕົວຄູ່ບ່າວ-ສາວ ຮ່ວມກັນຊື້-ຂາຍຢາບ້າຢູ່ບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ ພ້ອມຂອງກາງຢາບ້າ ຈຳນວນ 153 ເມັດ ໃນວັນ ທີ 6 ສິງຫາ 2018.

ຜູ້ຖືກຫາ ຊື່ ທ້າວ ແວ່ຄ້າ ອາຍຸ 30 ປີ ແລະ ນາງ ແອັດ ອາຍຸ 27 ປີ ທັງ 2 ຄົນ ເປັນແຟນກັນ ຢູ່ບ້ານໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ; ເຊິ່ງພວກກ່ຽວໄດ້ຮ່ວມກັນເຄື່ອນໄຫວຊື້-ຂາຍຢາບ້າມາແລ້ວຫຼາຍຄັ້ງ. ຄັ້ງສຸດທ້າຍ ໃນວັນທີ 6 ສິງຫາ 2018, ທ້າວ ແວ່ຄ້າ ໄດ້ໄປຊື້ຢາບ້ານຳຜູ້ຮ່ວມຂະບວນການຢູ່ທີ່ບ້ານໜອງນາກ ເມືອງໂພນໂຮງ ຈຳນວນ 165 ເມັດ, ເມື່ອໄດ້ຢາບ້າມາແລ້ວ ທ້າວ ແວ່ຄ້າ ເອົາໄປຂາຍຕໍ່ໃຫ້ກຸ່ມມົ້ວສຸມຢາເສບຕິດພາຍໃນບ້ານຈຳ ນວນ 10 ເມັດ ແລະ ພວກກ່ຽວເສບ 2 ເມັດ ຍັງເຫຼືອ 153 ເມັດ. ຈາກນັ້ນ, ທ້າວ ແວ່ຄ້າ ໄດ້ເອົາ ໃຫ້ ນາງ ແອັດ ຈຳນວນ 53 ເມັດ ເພື່ອໄວ້ຂາຍ.

ຮອດເວລາ ປະມານ 23:00 ໂມງ ຂອງວັນດຽວກັນພວກກ່ຽວທັງສອງ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວ ພ້ອມທັງກວດຄົ້ນພົບເຫັນຂອງກາງຢາບ້າຈຳນວນ 153 ເມັດ.