ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນຄະດີສໍ້ໂກງຊັບພົນເມືອງ ແລະ ການເລີນເລີ້ໃນການປະຕິບັດໜ້າທີ່ ໂດຍມີຈໍາເລີຍ 3 ຄົນ ທີ່ຮ່ວມກັນປອມແປງຂະຫຍາຍເນື້້ອທີ່ດິນ ເພື່ອຂາຍຕໍ່.

ຄະດີດັ່ງກ່າວ, ຄະນະສານອາຍາ ໄດ້ຕັດສິນ ໃນວັນທີ 5 ກັນຍາ 2018 ເຊິ່ງຈໍາເລີຍມີ: ທ້າວ ແກ້ວພະໄທ ອາຍຸ 44 ປີ ຢູ່ບ້ານດຸ່ງ ເມືອງໄຊເສດຖາ (ຈຳເລີຍ1), ທ້າວ ສຸລິໄຊ ອາຍຸ 35 ປີ ຢູ່ບ້ານດົງໂດກ ເມືອງໄຊທານີ (ຈໍາເລີຍ2) ແລະ ທ້າວ ດວງເດດ ອາຍຸ 51 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ (ຈໍາເລີຍ3 ) ທັງສາມຢູ່ນະຄອນຫຼວງວຽງຈັນ.

ໃບຕາດິນ


ເບື້ອງຕົ້ນໃນປີ 2004, ນາງ ສາຍສະໝອນ ແລະ ນາງ ໄກສອນ (ເອື້ອຍ-ນ້ອງ) ໄດ້ຮ່ວມກັນຊື້ທີ່ດິນ ຈໍານວນ 5 ຕອນ. ໃນນີ້, ຢູ່ບ້ານຫົວຂົວ 3 ຕອນ, ຢູ່ບ້ານຫົວນາ ເມືອງໄຊທານີ ແລະ ຢູ່ບ້ານນາເງິນ ເມືອງທຸລະຄົມ ແຂວງວຽງຈັນ ບ່ອນລະ 1 ຕອນ, ລວມເນື້້ອທີ່ດິນທັງໝົົດຈໍານວນ 103 ເຮັກຕາ. ຈາກນັ້ນ, ໄດ້ມອບໃຫ້ ທ້າວ ແກ້ວພະໄທ (ຈຳເລີຍ 1) ເປັນຄົນປົກປັກຮັກສາ ແລະ ເສຍພາສີທີ່ດິນຕອນດັ່ງກ່າວ. ມາປີ 2011, ທ້າວ ແກ້ວພະໄທ ໄດ້ຂາຍກຳມະສິດທີ່ດິນໃຫ້ ທ້າວ ກາວິນ ອາຍຸ 46 ປີ ຢູ່ບ້ານວຽງຈະເລີນ ເມືອງໄຊເສດ ຖານະຄອນຫຼວງວຽງຈັນ ໃນລາຄາ 15.000.000 ກີບ/ເຮັກຕາ, ເຊິ່ງທ້າວ ກາວິນ ໄດ້ຈ່າຍເງິນຄ່າມັດຈໍາ ຈໍານວນ 20% ເທົ່າກັບ 311.368.000 ກີບ ແລະ ຕ້ອງການວັດແທກທີ່ດິນຄືນໃໝ່. ຈາກນັ້ນ, ທ້າວ ແກ້ວພະໄທ ຈຶ່ງໄດ້ຍື່ນເອກະສານຂໍວັດແທກເນື້້ອທີ່ດິນຢູ່ຫ້ອງການຄຸ້ມຄອງທີ່ດິນ ເມືອງໄຊທານີ, ເຊິ່ງມີ ທ້າວ ດວງເດດ ພະນັກງານຢູ່ຫ້ອງການດັ່ງກ່າວ ເປັນຜູ້ລົງໄປວັດແທກແລ້ວ ທ້າວ ດວງເດດ (ຈໍາເລີຍ3) ໄດ້ຕິດຕໍ່ຫາ ທ້າວ ສຸລິໄຊ (ຈໍາເລີຍ 2) ທີ່ເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງໜຶ່ງ ເປັນຄົນລົງວັດແທກຕົວຈິງຮ່ວມກັບ ທ້າວ ແກ້ວພະໄທ. ຜ່ານການວັດແທກທີ່ດິນຕົວຈິງມີເນື້ອທີດິນ ທັງໝົດ 73 ເຮັກຕາ ເຊິ່ງບໍ່ຖືກຕາມທີ່ດິນທີ່ຕົກລົງໄວ້. ທ້າວ ແກ້ວພະໄທ ຈຶ່ງບອກໃຫ້ ທ້າວ ສຸລິໄຊ ຂະຫຍາຍເນື້ອທີ່ດິນໃຫ້ມີຄວາມໃກ້ຄຽງຈາກຕົວຈິງ 103 ເຮັກຕາ. ທ້າວ ສຸລິໄຊ ຈຶ່ງຂະຫຍາຍເນື້ອທີ່ດິນຜ່ານຄອມພິວເຕີ ໄດ້ເນື້ອທີ່ດິນເພີ່ມ 98.46 ເຮັກຕາ. ຈາກນັ້ນ, ທ້າວ ດວງເດດ ຈຶ່ງໄດ້ສ້າງແຜນທີ່ຂະຫຍາຍເນື້້ອທີ່ດິນ 4 ຕອນ ຕາມເລກທີ 09, 10, 11, 12 ລົງວັນທີ 23 ພະຈິກ 2011 ອອກຊື່ ທ້າວ ກາວິນ ແລ້ວມອບໃຫ້ ທ້າວ ແກ້ວພະໄທ ເອົາໃບຕາດິນດັ່ງກ່າວໄປໃຫ້ ທ້າວ ກາວິນ ພ້ອມທັງຈ່າຍເງິນເພີ່ມໃຫ້ກັບ ທ້າວ ແກ້ວພະໄທ ຈຳນວນ 1.030.680.000 ກີບ.

ໃບຕາດິນ

ມາປີ 2013, ທ້າວ ກາວິນ ໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງລົງວັດແທກທີ່ດິນຄືນໃໝ່ ເພື່ອອອກໃບຕາດິນຖາວອນ. ຜ່ານການລົງວັດແທກຕົວຈິງ ພົບວ່າ: ເນື້້ອທີ່ດິນ 4 ຕອນ ບໍ່ກົງກັບເນື້ອທີ່ດິນ ໂດຍໃບຕາດິນ ເລກທີ 9 ມີເນື້ອທີ່ 15 ເຮັກຕາ ແທກຕົວຈິງມີພຽງ 13 ເຮັກຕາ. ໃບຕາດິນເລກທີ 10 ມີເນື້ອທີ່ 10 ເຮັກຕາ ແທກຕົວຈິງ 9 ເຮັກຕາ. ໃບຕາດິນເລກທີ 11 ມີເນື້ອ 20 ເຮັກຕ້າ ແທກຕົວຈິງມີ 6 ເຮັກຕາ ແລະ ສ່ວນຕອນທີ 5 ໃບຕາດິນເລກທີ 12 ຢູ່ບ້ານນາເງິນ ແມ່ນຖືກຕາມເນື້ອທີ່ດິນຕົວຈິງ, ຈຶ່ງໄດ້ຮ້ອງຟ້ອງດຳເນີນຄະດີຕາມກົດໝາຍ.

ຜ່ານການວິນິດໄສຂອງຄະນະສານອາຍາ ເຫັນວ່າ: ມີຂໍ້ມູນ ແລະ ຫຼັກຖານທີ່ໜັກແໜ້ນຢັ້ງຢືນວ່າ ການກະທຳຂອງພວກຈຳເລີຍ ແມ່ນສ້າງຄວາມເສຍຫາຍໃຫ້ກັບຊັບສິນຂອງຄົນອື່ນ ແລະ ການເລີນເລີ້ຕໍ່ການປະຕິບັດໜ້າທີ່. ສະນັ້ນ, ຄະນະສານຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ແກ້ວພະໄທ ຈໍາຄຸກ 2 ປີ 6 ເດືອນ ປັບໄໝ 5.000.000 ກີບ, ຕັດອິດສະຫຼະພາບ ທ້າວ ສຸລິໄຊ 2 ປີ ແລະ ຕັດອິດສະຫຼະພາບ ທ້າວ ດວງເດດ 6 ເດືອນ ປັບໄໝຜູ້ລະ 500.000 ກີບ.

ໃບຕາດິນ

ສ່ວນຄ່າເສຍຫາຍທີ່ຄິດໄລ່ຕາມເນື້ອທີ່ດິນ ທີ່ບໍ່ຄົບຕາມຈໍານວນຄິດໄລ່ ເປັນເງິນຈໍານວນ 516.430.000 ກີບ ແມ່ນໃຫ້ ທ້າວ ແກ້ວພະໄທ ເປັນຄົນຮັບໃຊ້ແທນທັງໝົດ, ໂທດຂອງ ທ້າວ ສຸລິໄຊ ແລະ ທ້າວ ດວງເດດ ຄະນະສານໄດ້ພິຈາລະນາແລ້ວ ເຫັນຄວນໃຫ້ຝາກໂທດໄວ້.