ບັນຫາຢາເສບຕິດ ແລະ ລັກຊັບ ພົນລະເມືອງເປັນປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນໃນສັງຄົມ, ເຊິ່ງເປັນບັນຫາທີ່ກ່ຽວພັນກັນເລື້້ອຍໆມາ ເຊັ່ນ: ກຸ່ມແກ້ງລັກຊັບພົນລະເມືອງ ຈໍານວນສ່ວນຫຼາຍແມ່ນມາຈາກການພົວພັນເສບຢາເສບຕິດ, ກໍລະນີບໍ່ມີເງິນຊື້ຢາບ້າເສບ ພວກ ເຂົາຄິດຫາແຕ່ຊອກລັກຊັບສິນມີຄ່າເພື່ອໄປຂາຍ ຫຼື ປ່ຽນເອົາຢາບ້າໄປເສບ. ດັ່ງຄະດີທີ່ເຈົ້າໜ້າທີ່ຕໍາຫຼວດ ຈັບພວກລັກຊັບພົນລະເມືອງໃນໄລຍະຜ່ານມາ, ສ່ວນຫຼາຍຜູ້ກໍ່ເຫດແມ່ນຕິດຢາເສບຕິດທີ່ເຄື່ອນໄຫວລັກຊັບ.

ໃນວັນທີ 3 ກັນ 2018, ທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ປກສ ແຂວງອຸດົມໄຊ ໄດ້ກັກ ຕົວເປົ້າໝາຍລັກຊັບພົນລະເມືອງ ຊື່ ທ້າວ ອາລິກອນ ຫຼື ແຂກ ອາຍຸ 31 ປີ ຢູ່ບ້ານລ້ອງກໍເດືອ ເມືອງໄຊ ແຂວງອຸດົມໄຊ ໂດຍຜູ້ກ່ຽວສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບພົນລະ ເມືອງແທ້ ເພື່ອໄປຂາຍ ແລະ ແລກປ່ຽນເອົາຢາບ້າໄປເສບ ເຊັ່ນ: ໃນວັນທີ 2 ກັນຍາ 2018, ໄດ້ລັກຊັບຂອງພົນລະເມືອງຢູ່ບ້ານວັງໄຮ ເມືອງໄຊ ໄດ້ລົດຈັກຍີ່ຫໍ້ SMASH ສີດຳ ບໍ່ມີປ້າຍ 1 ຄັນ, ເຫັດຫຼິນຈື 10 ກິ ໂລກຼາມ, ເຂົາກວາງ 1 ເຂົາ, ໂທລະສັບໄອໂຟນ 5 ຈໍານວນ 2 ເຄື່ອງ; ວັນຕໍ່ມາ (ວັນທີ 3 ກັນຍາ) ໄດ້ນໍາເອົາເຫັດຫຼິນຈື ຈໍານວນ 10 ກິໂລກຼາມ, ເຂົາກວາງ 1 ອັນ ໄປປ່ຽນເອົາຢາບ້ານຳ ທ້າວ ອຳໄພ ຢູ່ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ ໄດ້ຢາບ້າ ຈຳນວນ 100 ເມັດ ແລະ ເງິນ ຈຳນວນ 200.000 ກີບ.


ຈາກນັ້ນ, ເວລາ 17:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ສົມທົບກັບອົງການໄອຍະການປະຊາຊົນ ແຂວງອຸດົມໄຊ, ອໍານາດການປົກຄອງບ້ານນາເລົາ ເຂົ້າກວດຄົ້ນເຮືອນຂອງ ທ້າວ ອຳໄພ. ຜ່ານການກວດຄົ້ນ ພົບເຫັນຢາເສບຕິດປະເພດຢາບ້າ ຈໍານວນ 19 ຖົງ, ມີ 3.850 ເມັດ, ນໍ້າໜັກ 376,9 ກຼາມ, ເຮໂຣອິນຈຳນວນ 5 ກ້ອນ, ນໍ້າໜັກ 6,1 ກຼາມ, ຊຸກເຊື່ອງໄວ້ຢູ່ຫ້ອງນອນເຮືອນຂອງຜູ້ກ່ຽວ ພ້ອມເຫັດຫຼິນຈື ຈໍານວນ 10 ກິໂລກຼາມ ແລະ ເຂົາກວາງ 1 ອັນ. ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ກ່ຽວໃນຂໍ້ຫາຄ້າ-ຂາຍຢາເສບຕິດ, ມີຢາເສບຕິດໄວ້ໃນຄອບຄອງ ແລະ ຊື້-ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍ. 

ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ ກຸ່ມບ້ານຄົກກະ ປກສ ເມືອງປາກແບງ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນ ວັນທີ 9 ກັນຍານີ້, ໄດ້ເຂົ້າຈັບຕົວທ້າວ ດວງແສງ ອາຍຸ 48 ປີ ຢູ່ບ້ານກອນຕື່ນ, ເມືອງປາກທາ ແຂວງບໍ່ແກ້ວ ແລະ ທ້າວ ຮຸ່ງ ອາຍຸ 52 ປີ ຢູ່ບ້ານຫ້ວຍຄູນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ພ້ອມຂອງກາງຢາບ້າ ຈຳນວນ 371 ເມັດ, ນໍ້າໜັກ 39,6 ກຼາມ ໃນຂະນະທີ່ພວກກ່ຽວຊື້-ຂາຍຢາບ້າໃຫ້ກັນຢູ່ເສັ້ນທາງເຂດບ້ານມົກໄປຼ-ຄົກກະ ເມືອງປາກແບງ.
ຜູ້ຖືກຫາທັງສອງຄົນຖືກເຈົ້າໜ້າທີ່ ປກສ ເມືອງແບງ ຈັບສົ່ງໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ດໍາເນີນການສືບສວນ-ສອບສວນຂະ ຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.

ທັງສອງບັນຫານີ້, ເຖິງເຈົ້າໜ້າທີ່ຕໍາຫຼວດ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ສືບຕໍ່ຫາວິທີສະກັດກັດກັ້ນ ແລະ ປາບປາມ ສາມາດຈັບຕົວພວກໜໍ່ແໜງ ຄວາມບໍ່ສະຫງົບໄດ້ຫຼາຍລາຍ, ແຕ່ແກ້ ໄຂໄດ້ພຽງສ່ວນໜຶ່ງ ຫຼື ປາຍເຫດເທົ່ານັ້ນ. ສະນັ້ນ, ເພື່ອຊ່ວຍກັນແກ້ໄຂບັນ ຫາດັ່ງກ່າວ, ທຸກຄົນຕ້ອງມີສ່ວນຮ່ວມ ໃນວຽກງານປ້ອງກັນຄວາມສະຫງົບ ກໍຄືປະພຶດສິ່ງທີ່ດີ ບໍ່ຫຍຸ້ງກ່ຽວກັບສິ່ງທີ່ ຜິດກົດໝາຍ ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອເຫັນສະພາບເຫດ ການບໍ່ດີ ຕ້ອງແຈ້ງການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ຕໍາຫຼວດທີ່ຢູ່ໃກ້ເຂົ້າແກ້ໄຂ ໃຫ້ທັນເວລາ, ຕິດຕາມສຶກສາອົບຮົມ ລູກຫຼານຢ່າງໃກ້ຊິດ ບໍ່ໃຫ້ຫຍຸ້ງກ່ຽວກັບຢາເສບຕິດ ແລະ ສິ່ງທີ່ຜິດກົດໝາຍ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.