ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນອາທິດຜ່ານມາ, ໃຫ້ກຽດເຂົ້າຮ່ວມໂດຍ ພັທ ເປີງແກ້ວ ແສນທຳມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກກອງບັນຊາການ, ຫົວໜ້າພະແນກອ້ອມຂ້າງ, ຫົວໜ້າຫ້ອງການ ປກສ ບໍລິການປະຊາຊົນ ແລະ ພະນັກງານ-ນັກຮົບທົ່ວ ປກສ ເມືອງເຂົ້າຮ່ວມ.

ບັນດາພະນັກງານ-ນັກຮົບ ປກສ ເມືອງຫຼວງນ້ຳທາ ທີ່ໄດ້ຮັບການເລື່ອນຊັ້ນ

ຮອ ບຸນປະເສີດ ແສນແກ້ວມະນີ ຫົວໜ້າພະແນກການເມືອງ ປກສ ເມືອງຫຼວງນ້ຳທາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ເລກທີ 2135/ກມປສ, ລົງວັນທີ 19 ກໍລະກົດ 2018 ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ເລກທີ 5706/ກປນທ, ລົງວັນທີ 14 ສິງຫາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ. ໃນນັ້ນ, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ  5  ສະຫາຍ, ສິບເອກ ຂຶ້ນ ວາທີ 4 ສະຫາຍ, ສິບໂທ ຂຶ້ນ ສິບເອກ 1 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງ ວ່າດ້ວຍການສັບຊ້ອນບ່ອນປະຈຳການຂອງພະນັກງານ-ນັກຮົບ ຂັ້ນຫົວໜ້າ-ຮອງໜ່ວຍງານທີ່ຂຶ້ນກັບກອງບັນຊາການ ປກສ ເມືອງ. ໂອກາດດັ່ງກ່າວ, ພັທ ເປີງແກ້ວ ແສນທຳມະຂັນ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບທຸກສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ ເປັນເຈົ້າການປະຕິບັດລະບຽບກົດໝາຍຂອງບ້ານເມືອງຢ່າງເຂັ້ມງວດ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນ, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ກໍໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ; ໃນນີ້, ມີຜູ້ໄດ້ຮັບການເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ, ສິບເອກ ຂຶ້ນ ວາທີ 1 ສະຫາຍ, ໃຫ້ກຽດປະດັບຊັ້ນໂດຍ ພັທ ຄໍາແສງ ວິໄລຈິດ ຮອງຫົວໜ້າຄ້າຍຄຸມຂັງດັດສ້າງ ປກສ ແຂວງ.