ຜົວ-ເມຍ ຢູ່ບ້ານໜອງນາກ ເມືອງໂພນໂຮງ ແຂວງວຽງຈັນ ຖືກເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຈັບພ້ອມຂອງກາງຢາບ້າ 181 ເມັດ ໄປດໍາເນີນຄະດີຄ້າຂາຍຢາເສບຕິດ.

ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ໃຫ້ຮູ້ວ່າ: ໃນວັນທີ 3 ສິງຫາ 2018 ຜ່ານມາ, ໄດ້ຈັບ ທ້າວ ຕູ່ລີ່ ອາຍຸ 37 ປີ ແລະ ນາງ ເດົາວ່າງ ອາຍຸ 30 ປີ (ຜົວ-ເມຍ) ໄປສອບສວນ ແລະ ສາລະພາບ ວ່າ: ຢາບ້າຈໍານວນທີ່ເຈົ້າໜ້າທີ່ກວດພົບ ເຫັນນັ້ນ ແມ່ນໄດ້ໄປຊື້ນໍາຄົນຮູ້ຈັກຢູ່ເຂດ ຫຼັກ 52 ເມືອງໂພນໂຮງ ແຂວງວຽງຈັນ; ຈາກນັ້ນ, ກໍເອົາມາຂາຍໃຫ້ໄວລຸ້ນມົ້ວ ສຸມ-ເສບຢາ, ມາວັນ ທີ 2 ສິງຫາ 2018 ໄດ້ຊື້ຢາບ້າຈໍານວນ 2 ຖົງ ເທົ່າ 400 ເມັດ. ໃນນີ້ ຕິດໜີ້ 1 ຖົງ ພາຍຫຼັງເອົາ ຢາບ້າໄປຂາຍໄດ້ເງິນ ຈຶ່ງມາຈ່າຍໃຫ້ຕາມຫຼັງ ແລະ ກໍນໍາເອົາຢາບ້າໄປຂາຍ ໃຫ້ໄວລຸ້ນຢູ່ເຂດບ້ານພູສັນ ເມືອງໂພນ ໂຮງ ຈໍານວນ 5 ເມັດ.

ທ້າວ ຕູ່ລີ່ ຮັບສາລະພາບຕື່ມອີກວ່າ: ໄດ້ພົວພັນເສບຢາເສບຕິດມາແຕ່ຕົ້ນປີ 2017, ເສບຄັ້ງລະ 1-2 ເມັດ, ຈາກນັ້ນກໍພົວພັນເອົາຢາບ້າມາຂາຍໃຫ້ກັບໄວລຸ້ນພາຍໃນບ້ານ ແລະ ບ້ານອ້ອມ ຂ້າງ, ມາເຖິງວັນທີ 3 ສິງຫາ 2018 ເວລາປະມານ 15:00 ໂມງ ຖືກເຈົ້າໜ້າທີ່ເຂົ້າຈັບຕົວພ້ອມກັບເມຍ ແລະ ກວດພົບຢາບ້າ 181 ເມັດ ທີ່ຊຸກເຊື່ອງໄວ້ໃນຫ້ອງນອນ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ການກະ ທໍາຂອງພວກຖືກຫາທັງສອງ ແມ່ນມີ ເຈດຕະນາຮ່ວມກັນຄ້າຂາຍຢາເສບຕິດປະເພດຢາບ້າຢ່າງແທ້ຈິງ, ເຊິ່ງການກະ ທໍາດັ່ງກ່າວ ແມ່ນໄດ້ສ້າງຄວາມບໍ່ສະ ຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ແລະ ເປັນການເຮັດຜິດຕໍ່ກົດໝາຍອາຍາ ມາດຕາ 146.