ພະແນກຕຳຫຼວດ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນອາທິດຜ່ານມາ, ເຂົ້າ ຮ່ວມໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ທ່ານ ຄໍາສະເຫວີຍ ພົມມະຈັນ ເຈົ້າເມືອງໆແກ້ວອຸດົມ, ມີ ພັທ ສິນນະຄອນ ແສງສັກດາ ຫົວໜ້າກອງບັນຊາການ ປກສ ເມືອງແກ້ວອຸດົມ, ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

ພັຕ ສະຫວັດ ພົມມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງ ກ່າວວ່າ: 6 ເດືອນຜ່ານມາ, ຄະນະພະແນກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານ ສາມາດຍາດໄດ້ຜົນງານຫຼາຍດ້ານ ສະແດງອອກໃນທົ່ວເມືອງແກ້ວອຸດົມ ມີຄະດີເກີດຂຶ້ນທັງໝົດ 54 ເລື່ອງ ຜູ້ຖືກຫາ 81 ຄົນ ຍິງ 10 ຄົນ; ໃນນີ້, ມີຄະດີອາຍາ 21 ເລື່ອງ ກັກຕົວຜູ້ຖືກຫາ 36 ຄົນ ຍິງ 4 ຄົນ, ຜົນເສຍຫາຍ ມີ: ລົດຈັກ 5 ຄັນ, ເງິນກີບ 72.000.000 ກີບ; ເກັບກູ້ຂອງກາງໄດ້ລົດຈັກ 1 ຄັນ, ເງິນກີບທະນາຄານ 123.000.000 ກີບ, ເງິນໂດລາປອມ 700 ໂດລາ, ກ້ອງວົງຈອນ 2 ໜ່ວຍ, ພະພຸດທະຮູບ 1 ອົງ, ໂທລະສັບ 2 ເຄື່ອງ. ມ້າງລາຍຄະດີຢາເສບຕິດໄດ້ 18 ເລື່ອງ, ກັກຜູ້ຖືກຫາໄດ້ 45 ຄົນ ຍິງ 6 ຄົນ, ຢຶດຂອງກາງຢາບ້າໄດ້ 1.174 ເມັດ, ສະຫຼຸບຄະດີສົ່ງໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ໄດ້ 1 ເລື່ອງ ພ້ອມຂອງກາງປະເພດຢາບ້າ ຈຳນວນ 635 ເມັດ, ເຈົ້າ ໜ້າທີ່ສຶກສາອົບຮົມປ່ອຍຕົວ, ແກ້ໄຂຂັ້ນກອງບັນຊາການ 13 ເລື່ອງ ຜູ້ຖືກຫາ 28 ຄົນ ຍິງ 3 ຄົນ, ຄະດີອຸບັດຕິເຫດເກີດຂຶ້ນ 15 ເລື່ອງ, ພາຫະນະເປ່ເພ 25 ຄັນ, ບາດເຈັບ 20 ຄົນ, ເສຍ ຊີວິດ 1 ຄົນ, ມູນຄ່າເສຍຫາຍ 128. 000.000 ກີບ.

ໃນຕໍ່ໜ້າ, ຄະນະພະແນກຕຳຫຼວດ ປກສ ເມືອງແກ້ວອຸດົມ ຈະສືບຕໍ່ສຶກສາອົບຮົມເມືອງແນວຄິດໃຫ້ພະນັກງານ-ນັກຮົບ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ເຊັ່ນ: ຂີ້ລັກ-ງັດແງະ, ບັນຫາຢາເສບຕິດ ແລະ ບັນຫາອຸບັດຕິເຫດ ພ້ອມທັງແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ, ສືບຕໍ່ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບການສັນຈອນຕາມບັນດາໂຮງຮຽນໃນທົ່ວເມືອງ, ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ກວດກາຄຸ້ມຄອງຜູ້ຖືກຫາ ພ້ອມທັງສຶກສາອົບຮົມໃຫ້ເປັນປົກກະຕິ, ສືບຕໍ່ລົງສົມທົບກັບ ປກສ ກຸ່ມ ຄຸ້ມຄອງ ແລະ ຕິດຕາມເປົ້າໝາຍທີ່ມີການເຄື່ອນໄຫວຢ່າງເປັນປະຈຳ, ສືບຕໍ່ເຮັດວຽກງານປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ, ສືບຕໍ່ລົງປະຈຳປ້ອມຄອຍເຫດ, ຈັດສັນຄວາມເປັນລະບຽບຮຽບຮ້ອຍທົ່ວເມືອງ ທັງລົງກວດກາພາຫະນະທີ່ລະເມີດກົດລະບຽບການສັນຈອນຕາມທ້ອງຖະໜົນ.

ພັອ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດ ກໍຄືວຽກງານ ແລະ ໄຊຊະນະທີ່ບັນດາພະນັກງານ-ນັກຮົບພາຍໃນພະແນກຕຳຫຼວດຍາດມາໄດ້ໃນ 6 ເດືອນ ຜ່ານມາ; ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມປັດຈຸບັນ ທີ່ພົວພັນເຖິງເຈົ້າໜ້າທີ່ ຕ້ອງໄດ້ມີສະຕິ ແລະ ກຽມພ້ອມປະເຊີນໜ້າກັບບັນຫາດັ່ງກ່າວ; ນອກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາສະຫາຍຕ້ອງໄດ້ຮູ້ຈັກທີ່ຕັ້ງ ແລະ ພາລະບົດບາດຄວາມຮັບຜິດຊອບຂອງຕົນມີການປັບປຸງແບບແຜນວິທີເຮັດວຽກ ແລະ ແບບແຜນວິທີນຳພາໃຫ້ທັນສະໄໝຂຶ້ນກວ່າເກົ່າ.