ໂຮງຮຽນ ປກສ ຊັ້ນກາງເລກ I ແຂວງຫຼວງພະບາງ ໄດ້ເປີດຊຸດຮຽນບຳລຸງວິຊາສະເພາະປ້ອງກັນຄວາມສະຫງົບ ຊັ້ນກາງ ຮຸ່ນທີ 6 ເພື່ອເປັນການພັດທະນາກຳລັງ ປກສ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮູ້-ຄວາມສາມາດດ້ານວິຊາສະເພາະສູງຂຶ້ນ, ໃນວັນທີ 7 ກັນຍາ 2018 ເປັນປະທານໂດຍ ພັທ ສີອານ ວິໄລວົງ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນກາງ ເລກ I; ໂດຍມີ ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ພັທ ດາວວັນ ວັນທານຸວົງ ຮອງກອງບັນຊາການ ປກສ ແຂວງ, ບັນດາຄະພັກ-ຄະນະອຳນວຍການ ໂຮງຮຽນ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພັທ ອຸລາທອງ ເພັດເມືອງພວນ ຮອງອຳນວຍການໂຮງຮຽນ ປກສ ຊັ້ນກາງ ເລກ I ກ່າວວ່າ: ການເປີດຊຸດຮຽນບຳລຸງຄັ້ງນີ້, ເພື່ອປະຕິບັດຕາມທິດທາງລວມຂອງວຽກງານກໍ່ສ້າງກຳລັງ ແລະ ພັດທະນາຊັບພະຍາກອນມະນຸດຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮູ້-ຄວາມສາມາດດ້ານວຽກງານວິຊາສະເພາະຂອງກຳລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານຈຳນວນ-ຄຸນນະພາບ, ມີແບບແຜນເຮັດວຽກທີທັນສະໄໝ, ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ, ປອດໃສຂາວສະອາດ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເຊິ່ງມີພະນັກງານນັກຮົບຈາກ ປກສ 8 ແຂວງພາກເໜືອ ແລະ ອ້ອມຂ້າງກະຊວງ ປກສ ເຂົ້າຮຽນ ຊຸດທີ 6 ທັງໝົດມີ 107 ສະຫາຍ ຍິງ 28 ສະຫາຍ; ຈະໄດ້ຮໍ່າຮຽນຕາມໂຄງການຫຼັກສູດວິຊາສະເພາະກຳລັງ ປກສ ປະກອບມີ: ໝວດວິຊາຄວາມຮູ້ທົ່ວໄປ 105 ຊົ່ວໂມງ; ວິຊາພື້ນຖານຂອງກຳລັງປ້ອງກັນຄວາມສະຫງົບມີ 112 ຊົ່ວໂມງ; ໝວດວິຊາສະເພາະກຳລັງຕຳຫຼວດມີ 154 ຊົ່ວໂມງ; ລວມມີ 54 ວັນ, ເທົ່າກັບ 378 ຊົ່ວໂມງ.

ໃນໂອກາດນິ້, ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ໃຫ້ທິດຊີ້ນຳຄູ-ອາຈານ ແລະ ພະນັກງານ-ນັກຮົບທີ່ເຂົ້າຮຽນບຳລຸງວິຊາສະເພາະກຳລັງປ້ອງກັນຄວາມສະຫງົບຊຸດນີ້ ຈົ່ງເພີ່ມທະວີເອົາໃຈໃສຖ່າຍທອດຄວາມຮູ້ເຂົ້າໃນການຮຽນ, ການສອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍປ້ອງກັນຄວາມສະຫງົບ ກາຍເປັນພະນັກງານທີ່ໄວ້ເນື້ອເຊື່ອໃຈຂອງ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.