ໃນວັນທີ 11 ສິງຫາ 2018 ຜ່ານມາ, ຄະນະສານ ໄດ້ນໍາ ທ້າວ ຕຽງຄໍາ (ຈໍາເລີຍ) ຂຶ້ນມາໄຕ່ສວນໃນຫ້ອງປະຊຸມສານ ແລະ ຈໍາເລີຍສາລະພາບວ່າ: ໃນວັນທີ 2 ມີນາ 2018, ເວລາປະ ມານ 13:00 ໂມງ ໄດ້ຂັບຂີ່ລົດບັນທຸກ ຍີ່ຫໍ້ນິດສັນ ໝາຍເລກທະບຽນ ບກ 1797 ມາແຕ່ທາງບ້ານຫົວຊ້າງ ມຸ່ງໜ້າໄປບ້ານຜາງແຫ້ງ. ພໍຂັບຂີ່ມາຮອດເຂດບ້ານນາຊາຍໃຕ້ ເມືອງນາຊາຍທອງ ໄດ້ເກີດອຸບັດຕິເຫດລົດບັນທຸກຕໍາ ແລະ ປີ້ນ ທັບລົດຈັກຮອນດ້າຊູເມີ້ເອັກ ໝາຍ ເລກທະບຽນ ດຜ 1345 ທີ່ຂັບຂີ່ອອກໜ້າ ເຮັດໃຫ້ ນາງ ຕຸ່ມຄໍາ ແລະ ນາງ ອາງຸ່ນ (ເອື້ອຍ-ນ້ອງ) ຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ ເສຍຊີວິດທັງສອງ; ສ່ວນຕົນເອງໄດ້ຮັບບາດເຈັບສົມຄວນ ແລະ ປິ່ນປົວຢູ່ໂຮງໝໍຈົນຫາຍດີ.

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະ ຫຼະພາບ ທ້າວ ຕຽງ ຄໍາ ອາຍຸ 48 ປີ ຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ ເປັນເວລາ 5 ປີ, ສະຖານລະເມີດກົດລະບຽບຈະລາຈອນ ຂັບຂີ່ລົດບັນທຸກບົນທ້ອງຖະ ໜົນຫຼວງໄວເກີນກໍານົດ ເຮັດໃຫ້ລົດປີ້ນທັບຜູ້ຂັບຜູ້ຂັບຂີ່ລົດຈັກສອງຄົນ (ເອື້ອຍ-ນ້ອງ) ເສຍຊີວິດຄາທີ່ ຢູ່ເຂດບ້ານນາຊາຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ຜ່ານການໄຕ່ສວນໃນຫ້ອງປະຊຸມສານ ແລະ ຄົ້ນຄວ້າສໍານວນຄະດີ, ຂໍ້ມູນຫຼັກຖານຕ່າງໆ ຢ່າງລະອຽດຖີ່ຖ້ວນແລ້ວເຫັນວ່າ ມີຫຼັກຖານໜັກແໜ້ນພຽງ ພໍຢັ້ງຢືນວ່າ ທ້າວ ຕຽງຄໍາ ( ຈໍາເລີຍ ) ມີຄວາມຜິດຕໍ່ກົດໝາຍໃນໝວດ ທີ 1 ມາດຕາ 86 ວັກ 3 ທີ່ໄດ້ລະບຸໄວ້ວ່າ: ບຸກ ຄົນຜູ້ໃດ ຫາກລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ ຈະຖືກປັບໃໝ ແຕ່ 50.000 ກີບ ຫາ 300. 000 ກີບ.

ໃນກໍລະນີທີ່ເປັນການກະທໍາຜິດ, ເຊິ່ງພາໃຫ້ມີຄົນບາດເຈັບສາເຫດ ເຈັບຫຼາຍຄົນ ຫຼື ເສຍອົງຄະ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 500.000 ກີບ. ໃນກໍລະນີທີ່ເປັນການກະທໍາຜິດ, ເຊິ່ງພາໃຫ້ມີຄົນເສຍຊີວິດ ຈະຖືກລົງ ໂທດຕັດອິດສະຫະ ພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 150. 000 ກີບ ຫາ 700.000 ກີບ. ໃນກໍລະນີທີ່ເປັນການກະທໍາຜິດ ເຊິ່ງພາໃຫ້ມີຄົນເສຍຊີວິດ ເປັນຈໍານວນ ຫຼາຍ ຈະຖືກລົງໂທດຕັດອິດສະຫະ ພາບ ແຕ່ 5 ປີ ຫາ 10 ປີ ແລະ ຈະ ຖືກປັບໃໝ ແຕ່ 200.000 ກີບ ຫາ 1.000.000 ກີບ.

ດ້ວຍເຫດນີ້, ຄະນະສານອາຍາ ສານປະຊາຊົນ ເຂດນະຄອນຫຼວງວຽງຈັນ ຈຶ່ງໄດ້ລົງວິນິດໄສ ທ້າວ ຕຽງຄໍາ (ຈໍາເລີຍ) ໂດຍບອກວ່າ: ຈໍາເລີຍເປັນຜູ້ກະທໍາຜິດແທ້ ໃນສະຖານການລະ ເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດດ້ວຍເຫດນັ້ນ, ຈຶ່ງໄດ້ຕັດສິນ ລົງໂທດຕັດອິດສະຫະພາບໃນຂັ້ນຕົ້ນ 5 ປີ ປັບໃໝ 500.000 ກີບ ສ່ວນຄ່າເສຍຫາຍໃຫ້ແກ່ໂຈດທາງແພ່ງນັ້ນ ໂຈດ ແລະ ຈໍາເລີຍສາມາດໄກ່ເກ່ຍຢູ່ຂັ້ນບ້ານ ເມື່ອມີຄວາມເປັນເອກະພາບກັນແລ້ວ ຈຶ່ງເຫັນຄວນໃຫ້ປະຕິບັດຕາມນັ້ນ.