ເຖິງແມ່ນວ່າລັດຖະບານຂອງປະເທດເຄນຢາ ຈະໄດ້ວາງມາດຕະການການຕໍ່ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດ ແລະ ສຸມໃສ່ການແກ້ໄຂຕ້ານບັນດາປະກົດການສໍ້ລາດບັງຫຼວງທີ່ເກີດຂຶ້ນ ໄດ້ສຳເລັດເປັນສ່ວນໃຫຍ່ ໂດຍສະເພາະແມ່ນໃນບັນດາປະເທດອາຟຣິກກາຕາເວັນຕົກນີ້ກໍຕາມ, ແຕ່ບັນຫາເຫຼົ່ານີ້ ຍັງເປັນພະຍາດທີ່ບໍ່ສາມາດປົວໃຫ້ຫາຍຂາດຢ່າງຖາວອນໄດ້ ໃນປະເທດເຄນຢາ.

ໃນປີ 2017, ປະເທດເຄນຢາ ຖືກຈັດໃນປະເທດທີ 143 ໃນ 180 ປະເທດ ຕາມສະຖິຕິຕົວເລກທີ່ກວດກາການສໍ້ລາດບັງຫຼວງ (Corruption Perceptions Index – CPI)  ຂອງອົງການຈັດຕັ້ງສາກົນ (TI), ເຊິ່ງໄດ້ລະບຸວ່າ ປະເທດດັ່ງກ່າວ ນອນຢູ່ໃນລາຍຊື່ຂອງປະເທດທີ່ມີການສໍ້ລາດບັງຫຼວງ ໃນຂັ້ນວິກິດ.

ຕົວເລກດັ່ງກ່າວ ແມ່ນບໍ່ມີຫຍັງທີ່ໜ້າຕົກໃຈ ເພາະວ່າຕົວເລກດັ່ງກ່າວ ແມ່ນຖືກປະກາດມາເປັນເວລາດົນສົມຄວນ, ເຊິ່ງນັບແຕ່ກາງສະໄໝການເປັນປະທານາທິບໍດີຂອງ ທ່ານ Daniel arap Moi (ລະຫວ່າງປີ 1978 – 2002), ເຄນຢາ ໄດ້ເກີດມີສະພາບການສໍ້ລາດບັງຫຼວງ ໂດຍກ່ຽວຂ້ອງກັບການຜະລິດສົ່ງອອກຄຳ ຂອງບໍລິສັດ Goldenberg International.

ການເດີນຂະບວນປະທ້ວງຂອງປະຊາຊົນ

ປະກົດການສໍ້ລາດບັງຫຼວງດັ່ງກ່າວ ຖືກສື່ຂ່າວໄດ້ໃຫ້ຊື່ວ່າ (ຈອມພູຄຳ) ແລະ ໃນໄລຍະນັ້ນ ທະນາຄານແຫ່ງປະເທດເຄນຢາ ແມ່ນພົບປະກົດການເງິນບໍ່ສະຖຽນ ປະມານ 988 ລ້ານໂດລາສະຫະລັດ.

ໃນປີ 2015, ລັດຖະບານປະເທດເຄນຢາ ປະເຊີນກັບປະກົດການສໍ້ລາດບັງຫຼວງ, ເຊິ່ງປະກົດໃຫ້ເຫັນມີການໃຫ້-ຮັບສິນບົນ ໃນບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດ, ໃນນັ້ນ; ມີໂຄງການເສັ້ນທາງລົດໄຟ Nairobi–Mombasa ເຊິ່ງມີຄວາມຍາວ 500 ກິໂລແມັດ, ເຊິ່ງຖືກເຊັນສັນຍາກໍ່ສ້າງລະຫວ່າງ ລັດຖະບານເຄນຢາ ກັບ ບັນດາບໍລິສັດລົງທຶນຮັບເໝົາຂອງປະເທດຈີນ. ເມື່ອມີການສົງໄສວ່າ: ຈະມີການສໍ້ລາດບັງຫຼວງໃນໂຄງການດັ່ງກ່າວ ສະພາແຫ່ງຊາດ ຈຶ່ງໄດ້ສະເໜີໃຫ້ລັດຖະບານອອກຄຳສັ່ງຍົກເລີກໂຄງການດັ່ງກ່າວ ລວມຈຳນວນເງິນໃນໂຄງການດັ່ງກ່າວສູງເຖິງ 13,6 ຕື້ໂດລາສະຫະລັດ.

ການສໍ້ໂກງໃນຂະແໜງການຍຸຕິທຳ ກໍຖືກກວດກາພົບ ໃນຕົ້ນປີ 2017 ໂດຍເລຂາຂອງອົງການໄອຍະການສູງສຸດ ຖືກຈັບຕົວພ້ອມຂອງກາງທີ່ເປັນເງິນສົດຫຼາຍກວ່າ 1 ລ້ານ KES ສະກຸນເງິນເຄນຢາ.

ການສໍ້ໂກງ
…..

ຕາມການວິເຄາະຂອງບາງອົງການ ໄດ້ເວົ້າວ່າ: ເພື່ອເປັນການປ້ອງກັນຄວາມວຸ້ນວາຍພາຍໃນປະເທດທີ່ເກີດຂຶ້ນນີ້ ຈຳເປັນຕ້ອງໄດ້ເອົາຈິງເອົາຈັງ ແລະ ເປັນຈິດໜຶ່ງໃຈດຽວກັນລະຫວ່າງ 3 ພາກ ສ່ວນໃຫຍ່ຄື: ສ້າງກົດໝາຍ, ດຳເນີນກົດໝາຍ ແລະ ປະຕິບັດກົດໝາຍ. ເຖິງຢ່າງໃດກໍຕາມ, ປະກົດການສໍ້ລາດບັງຫຼວງ ກຳລັງສວຍໃຊ້ສະພາບການເອກະລາດເພື່່ອເປັນບ່ອນອີງ ໂດຍສະເພາະເອົາໂອກາດວຽກງານກົດໝາຍບໍ່ເຂັ້ມງວດ. ໃນຂະນະທີ່ພະນັກງານຍຸຕິທຳເກືອບທັງໝົດ ແມ່ນບໍ່ເຫັນດີໃຫ້ຂະແໜງຂອງຕົນເປັນເອກະລາດ ເພາະວ່າພວກກ່ຽວຍັງມີແນວຄິດຫາໂອກາດຢາກສໍ້ລາດບັງຫຼວງ ເຊັ່ນກັນ.

ເດືອນມີນາ 2018, ອົງການກວດກາຂອງປະເທດເຄນຢາ ໄດ້ລາຍງານວ່າ: ຄັງເງິນຂອງກະຊວງສາທາລະນະສຸກ ຂອງປະເທດແມ່ນ ບໍ່ມີເງິນຕາມຕົວເລກທີ່ວາງໄວ້ ປະມານ 108 ລ້ານໂດລາສະຫະລັດ. ພະນັກງານສືບສວນ-ສອບສວນ ກວດສອບຮູ້ອີກວ່າ: ເງິນເກືອບ 90 ລ້ານໂດລາສະຫະລັດ ແມ່ນຫາຍອອກຈາກຄັງເງິນຂອງອົງການຈັດຕັ້ງຊາວໜຸ່ມແຫ່ງຊາດ (NYS) ແບບບໍ່ຮູ້ສາເຫດ. ເຈົ້າໜ້າທີ່ໄດ້ໃຫ້ຕຳຫຼວດຕິດຕາມ ແລະ ຈັບຕົວຜູ້ຖືກສົງໄສ ໄດ້ສິບຄົນໃນຂໍ້ຫາຍັກຍອກຊັບຂອງລັດ, ປອມແປງເອກະສານ ໃຫ້ກັບການເຄື່ອນໄຫວທີ່ກ່ຽວຂ້ອງ.

ໃນຈຳນວນຜູ້ຖືກຫາທີ່ເຈົ້າໜ້າທີ່ຈັບຕົວນັ້ນ ລ້ວນແຕ່ແມ່ນພະນັກງານທີ່ມີໜ້າທີ່ຕຳແໜ່ງໃນອົງການຂອງລັດ ໂດຍສະເພາະແມ່ນເຮັດວຽກໃນອົງການຈັດຕັ້ງຊາວໜຸ່ມແຫ່ງຊາດ ແລະ ມີພະນັກງານການເງິນ-ບັນຊີຂັ້ນສູງຂອງ ສຳນັກງານລັດຖະບານ ແລະ ຫົວໜ້າບັນຊີພາຍໃນ ທີ່ຄັງເງິນແຫ່ງຊາດ. ອົງການຈັດຕັ້ງຊາວໜຸ່ມແຫ່ງຊາດ ແມ່ນຖືກວາງງົບປະມານປະຈຳປີ ຈຳນວນ 250 ລ້ານໂດລາສະຫະລັດ ເປັນວົງເງິນໃນການເຄື່ອນໄຫວວຽກຂະບວນການຕ່າງໆຂອງຊາວໜຸ່ມທົ່ວປະເທດ ໂດຍສະເພາະແມ່ນສ້າງກິດຈະກຳຊ່ວຍເຫຼືອຊາວໜຸ່ມ, ອານຸຊົນ ໃຫ້ມີວຽກເຮັດງານທຳ ເພາະປັດຈຸບັນປະເທດເຄນຢາ ມີຕົວເລກຄົນວ່າງງານຫຼາຍທີ່ສຸດຖ້າທຽບໃສ່ປະເທດອື່ນ.

…..

ແຕ່ເຖິງຈະມີການວາງງົບປະມານໃນຕົວເລກສູງປານໃດກໍຕາມ, ນັບແຕ່ປີ 2015 ເປັນຕົ້ນມາ ການຈັດຕັ້ງປະຕິບັດວຽກງານອົງການຈັດຕັ້ງມະຫາຊົນໃນປະເທດດັ່ງກ່າວ ແມ່ນບໍ່ມີທ່າກ້າວຄືດັ່ງທີ່ໄດ້ວາງແຜນກັນໄວ້, ນັ້ນກໍຍ້ອນພະນັກງານລັດຫຼາຍພາກສ່ວນມີການສໍ້ລາດບັງຫຼວງ ເຫັນແກ່ຜົນປະໂຫຍດສ່ວນຕົວເປັນຫຼັກ ເກີດແນວຄິດສໍ້ລາດບັງຫຼວງ ໂດຍບໍ່ຄຳນຶງເຖິງຜົນເສຍຫາຍຈະຕາມມາ.

ສະພາບການສໍ້ລາດບັງຫຼວງໃນປະເທດເຄນຢາ ໄດ້ກາຍເປັນບັນຫາທີ່ກະທົບຕໍ່ສະພາບພື້ນຖານເສດຖະກິດຂອງປະເທດໂດຍກົງ, ສ້າງຄວາມສັບສົນໃຫ້ກັບການພັດທະນາພື້ນຖານໂຄງລ່າງຂອງປະ ເທດ ໂດຍສະເພາະແມ່ນກະທົບໂດຍກົງຕໍ່ກັບຂະແໜງການແພດ ເຊິ່ງສະແດງອອກໃນປີ 2016 ໄດ້ເກີດມີຂະບວນເດີນປະທ້ວງຂອງປະຊາຊົນ ຕໍ່ຕ້ານລັດຖະບານ ເນື່ອງຈາກເກີດສະພາບຄົນປ່ວຍ ໄປນອນປິ່ນປົວໃນໂຮງໝໍເສຍຊີວິດຕໍ່ເນື່ອງ, ຜ່ານການສືບສວນຈຶ່ງຮູ້ວ່າ ຍ້ອນເກີດມີສະພາບສໍ້ລາດບັງຫຼວງໃນຂະແໜງການດັ່ງກ່າວ ເງິນທີ່ລັດວາງອອກໃນແຕ່ລະປີມີພຽງຕົວເລກ; ດັ່ງນັ້ນ, ຈຶ່ງບໍ່ມີເງິນຈະສັ່ງຊື້ອຸປະກອນການແພດທີ່ທັນສະໄໝ, ຢາປິ່ນປົວພະຍາດ ແລະ ຂາດພະນັກງານແພດຈຳນວນຫຼາຍ ຈຶ່ງຕົກເຂົ້າສູ່ພາວະດັ່ງກ່າວ.

…..

ທ່ານ Uhuru Kenyatta ປະທານາທິບໍດີປະເທດເຄນຢາ ກ່າວວ່າ: 

ໄດ້ເອົາບັນຫາສໍ້ລາດບັງຫຼວງພາຍໃນປະເທດ ເປັນບັນຫາຕົ້ນຕໍເພື່ອແກ້ໄຂ ເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ປີ 2013, ທ່ານໄດ້ຮຽກຮ້ອງໃຫ້ອົງການໄອຍະການ ເລັ່ງອອກມາດຕະການກ່ຽວກັບການປາບປາມ ແລະ ຄຸ້ມຄອງຢ່າງເຄັ່ງຄັດ, ນຳຜູ້ກະທຳຜິດມາຮັບໂທດຕາມລະບຽບກົດໝາຍທີ່ວາງໄວ້ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຄວາມຜິດ; ພ້ອມດຽວກັນນັ້ນ, ກໍຕ້ອງປຸກລະດົມຂົນຂວາຍປະຊົນໃນປະເທດເຄນຢາ ໃຫ້ເຂົ້າໃຈ ແລະ ມີການຕໍ່ຕ້ານກັບບັນຫາສະພາບການສໍ້ລາດບັງຫຼວງຂອງ ພະນັກງານ ຫຼື ພາກສ່ວນອື່ນໆໃນປະເທດ ປຽບເໝືອນບັນພະບູລຸດຂອງພວກເຂົາທີ່ເຄີຍຕໍ່ສູ້ເພື່ອຍາດເອົາເອກະລາດມາສູ່ປະເທດ, ຖ້າເຮັດໄດ້ດັ່ງທີ່ກ່າວມານັ້ນ ປະເທດຈຶ່ງຈະຄ່ອຍມີທ່າອ່ຽງພັດທະນາພື້ນຖານເສດຖະກິດຂອງປະເທດດີຂຶ້ນ.

ປະທານາທິບໍດີເຄນຢາ

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ