ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ

ວັນທີ 14 ກັນຍາ 2019, ຄະນະກຳມະການໄພພິບັດລະດັບຊາດ ໄດ້ຈັດກອງປະຊຸມປຶກສາ ຫາລື ເພື່ອສະຫຼຸບສັງລວມ ແລະ ເປັນເອກະພາບໃນຂໍ້ມູນເບື້ອງຕົ້ນກ່ຽວກັບ ຜົນກະທົບຈາກໄພພິບັດທຳມະຊາດ ໃນປີ 2018 ໃນຂອບເຂດທົ່ວປະເທດ ເພື່ອຈະນຳໄປລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2018 ທີ່ຈະຈັດຂຶ້ນໃນວັນທີ 17-18 ກັນຍາ 2018, ເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ, ມີຄະນະລັດຖະມົນຕີ, ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ແລະ ແຂກຮັບເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບນໍ້າຖ້ວມໃນທົ່ວປະເທດ ນັບແຕ່ກາງເດືອນກໍລະກົດ ເຖິງຕົ້ນເດືອນກັນຍາ 2018; ເຊິ່ງໃນໄລຍະດັ່ງກ່າວ ໄດ້ເກີດມີລົມພະຍຸເຊີນຕິນ ແລະ ເບີບິນກາພັດຜ່ານ ເຮັດໃຫ້ຫຼາຍແຂວງເກີດມີໄພນໍ້າຖ້ວມ ແລະ ດິນເຈື່ອນ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ຈຳນວນ 15 ແຂວງ, 1 ນະຄອນຫຼວງວຽງຈັນ ໃນນີ້ມີ 88 ເມືອງ 1.664 ບ້ານ 86.811 ຄອບຄົວ, 264.213 ຄົນ, ເສຍຊີວິດ 48 ຄົນ, ສູນຫາຍ 97 ຄົນ. ໄດ້ຍົກຍ້າຍປະຊາຊົນໄປຢູ່ທີ່ພັກຊົ່ວຄາວ 3.707 ຄອບຄົວ, 17.929 ຄົນ, ເຮືອນປະຊາຊົນ ເສຍຫາຍ 100% ຈໍານວນ 203 ຫຼັງ, ເສຍຫາຍບາງພາກສ່ວນ 302 ຫຼັງ, ເລົ້າເຂົ້າເສຍຫາຍ 100% ຈໍານວນ 277 ຫຼັງ; ເຊິ່ງຜົນກະທົບດັ່ງກ່າວ ຍັງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ແລະ ພື້ນຖານໂຄງລ່າງຕ່າງໆ ເຊັ່ນ: ເນື້ອທີ່ຜະລິດເຂົ້ານາປີ 100.000 ກວ່າເຮັກຕາ, ເນື້ອທີ່ຜະລິດພືດ 5.200 ກວ່າເຮັກຕາ, ສັດລ້ຽງປະເພດງົວ 13.500 ໂຕ, ຄວາຍ 5.871 ໂຕ, ແບ້ 680 ໂຕ, ໝູ 2.778 ໂຕ, ສັດປີກ 34.780 ໂຕ ແລະ ໜອງປາ ປະມານ 1.887 ໜອງ; ຊົນລະປະທານ 586 ໂຄງການ, ເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນລວມມູນຄ່າເສຍຫາຍ 557,16 ຕື້ກີບ; ໃນນັ້ນ, ໄດ້ແກ້ໄຂສຸກເສີນແລ້ວ 233,43 ຕື້ກີບ ແລະ ຈະຕ້ອງສ້ອມແປງຫຼັງລະດູຝົນ 303,73 ຕື້ກີບ, ໂຮງຮຽນທີ່ໄດ້ຮັບຜົນກະທົບ 107 ແຫ່ງ ແລະອື່ນໆ; ໃນຈຳນວນບັນດາແຂວງທີ່ຖືກກະທົບ ຖ້າເບິ່ງຕົວເລກຈຳນວນຜູ້ເສຍຊີວິດ, ຜູ້ເສຍຫາຍ ແລະ ຜູ້ຍົກຍ້າຍ ເຫັນວ່າຢູ່ແຂວງອັດຕະປື ແມ່ນມີຫຼາຍກວ່າແຂວງອື່ນໆ, ຮອງລົງມາແມ່ນ ແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຕາມລໍາດັບ.

ນອກນັ້ນ, ຍັງມີສະພາບເຫດການນໍ້າຂອງເພີ່ມຂຶ້ນສູງ ເຮັດໃຫ້ນ້ໍາໄຫຼເຂົ້າຖ້ວມບາງເມືອງ ແລະ ບ້ານຂອງນະຄອນຫຼວງວຽງຈັນ ແລະ ບັນດາບ້ານ, ເມືອງຂອງແຂວງຕ່າງໆທີ່ຢູ່ເຂດຕ່ຳຕາມລຳນ້ຳຂອງ, ການປ່ອຍນ້ຳອອກຈາກເຂື່ອນໄຟຟ້າຕ່າງໆ ໄຫຼຖ້ວມຫຼາຍພື້ນທີ່ ເປັນຕົ້ນແມ່ນເຂດກ້ອງເຂື່ອນໄຟຟ້ານ້ຳງື່ມ 1 ເຮັດໃຫ້ນໍ້າຖ້ວມເຂດທຳການຜະລິດ ແລະ ບ້ານຂອງປະຊາຊົນເສຍຫາຍຫຼາຍສົມຄວນ.