ສະຖານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ຮ່ວມກັບ ອົງການຮ່ວມມືສາກົນ ສ ເກົາຫຼີ ປະຈໍາ ສປປ ລາວ ໄດ້ນໍາເສື້ອຊູຊີບ ຈໍານວນ 1.000 ໂຕ ລວມມູນຄ່າ 147.665.000 ກີບ ມາມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໃນວັນທີ 12 ກັນຍາ 208 ເພື່ອນຳໄປມອບຕໍ່ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງໃນທົ່ວປະເທດ ຕາງໜ້າມອບໂດຍ ທ່ານ ຊິນ ຊອງຊຸນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ສ ເກົາຫຼີ ປະຈໍາ ສປປ ລາວ ພ້ອມຄະນະ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ພ້ອມຄະນະ.

ທ່ານ ຊິນ ຊອງຊຸນ ກ່າວວ່າ: ການມອບເຄື່ອງຄັ້ງນີ້ ແມ່ນເປັນການປະກອບສ່ວນອີກຢ່າງໜຶ່ງ ເພື່ອຊຸກຍູ້ຈູນເຈືອ ແລະ ແບ່ງເບົາຄວາມທຸກຂອງປະຊາຊົນລາວ, ກໍຄືຜູ້ປະສົບໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ປະຊາຊົນ, ເຈົ້າໜ້າທີ່ ແລະ ອາສາສະໝັກທີ່ລົງປະຕິບັດໜ້າທີ່ໄດ້ສວມໃສ່ເສື້ອຊູຊີບ ເພື່ອຊ່ວຍປ້ອງກັນໂອກາດການຈົມນໍ້າ, ພ້ອມທັງເຮັດໃຫ້ເຂົາເຈົ້າມີກໍາລັງໃຈຕໍ່ສູ້ກັບ ສະພາບການທີ່ເກີດຂຶ້ນ ໃຫ້ພົ້ນໄປໄດ້ໄວທີ່ສຸດ.

ໃນພິທີ, ທ່ານ ອາລຸນໄຊ ສູນນະລາດ ໄດ້ມອບໃບກຽດຕິຄຸນ ພ້ອມທັງສະແດງຄວາມຂອບໃຈທັງສອງພາກສ່ວນທີ່ໄດ້ປະກອບສ່ວນຊ່ວຍເຫຼືອຄັ້ງນີ້ ແລະ ເຄື່ອງຈໍານວນດັ່ງກ່າວ ສູນກາງຊາວໜຸ່ມຈະສືບຕໍ່ລົງໄປມອບໃຫ້ປະຊາຊົນທີ່ຖືກຜົນກະທົບ ໃຫ້ສໍາເລັດໂດຍໄວ.