ອົງການໄອຍະການ ແຂວງອຸດົມໄຊ ໄດ້ນໍາສໍານວນຄະດີຢາເສບຕິດ ພ້ອມຈໍາເລີຍ ທ້າວ ເຟືອງ ອາຍຸ 46 ປີ ຢູ່ບ້ານຄໍາ ເມືອງປາກແບ່ງ ແຂວງອຸດົມໄຊ ໃນຂໍ້ກ່າວຫາ ມີຢາເສບຕິດໄວ້ໃນຄອບຄອງຈໍານວນ 169 ເມັດ ຂຶ້ນຖະແຫຼງໃຫ້ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຕາມກົດໝາຍ ໃນວັນທີ 5 ກັນຍາ 2018.

ໃນຫ້ອງປະຊຸມສານໄອຍະການໄດ້ຖະແຫຼງໄຈ້ແຍກການກະທໍາຂອງ ທ້າວ ເຟືອງ (ຈໍາເລີຍ) ວ່າ: ເບື້ອງຕົ້ນ ໃນວັນທີ 14 ມັງກອນ 2018, ຈໍາເລີຍໄດ້ໄປຢືມລົດຈັກສີດໍາ ບໍ່ມີໝາຍເລກທະບຽນນໍາ ທ້າວ ສອນໄຊ, ເຊິ່ງເປັນພີ່ນ້ອງຂອງຈໍາເລີຍເອງ ໂດຍອ້າງວ່າ ຈະໄປຊື້ເຄື່ອງຢູ່ຕະຫຼາດ ເມື່ອໄດ້ລົດຈັກ ກໍຂີ່ໄປຊອກຊື້ຢາບ້າມາໄວ້ເສບ ແລະ ຈ້າງຄົນປາດໄມ້. ພໍຂີ່ມາຮອດເຂດບ້ານໄຊຊະນະ ພົບເຫັນຊາຍຄົນໜຶ່ງຢູ່ແຄມທາງ ຈຶ່ງໄດ້ຖາມຜູ້ກ່ຽວວ່າ ມີຢາບ້າມາຂາຍບໍ່ ແລ້ວຜູ້ກ່ຽວຕອບວ່າມີ. ຫຼັງຈາກນັ້ນ, ຈໍາເລີຍໄດ້ຊື້ຢາບ້າ ນໍາຊາຍຄົນດັ່ງກ່າວ ຈໍານວນ 1 ຖົງ ເມື່ອໄດ້ຢາບ້າແລ້ວ ກໍຍັດໃສ່ຖົງໂສ້ງເບື້ອງຊ້າຍ ແລ້ວຂີ່ລົດກັບຄືນ ເມື່ອຂີ່ຮອດເຂດເຂື່ອນໄຟຟ້ານໍ້າແບ່ງ ກໍຖືກເຈົ້າໜ້າທີ່ ທີ່ຕັ້ງດ່ານຢູ່ທາງກັກຕົວ ພ້ອມຂອງກາງຢາບ້າ 169 ເມັດ ໄປດໍາເນີນຄະດີຕາມລະບຽບກົດໝາຍ.

ການກະທໍາຂອງຈໍາເລີຍ ເປັນການກະທໍາທີ່ຜິດຕໍ່ກົດໝາຍອາຍາ ໝວດທີ 7 ວ່າດ້ວຍການ ກະທໍາຜິດຕໍ່ເສດຖະກິດຂອງຊາດ ແລະ ຜິດຕໍ່ກົດໝາຍວ່າດ້ວຍການປັບປຸງມາດຕາ 146 ກົດໝາຍອາຍາ ແລະ ມາດຕາ 75, 76 ກົດໝາຍວ່າດ້ວຍຢາເສບຕິດ ມາດຕາ 2 ຂໍ້ 2 ວັກ 1 ໃນການມີຢາເສບຕິດໄວ້ໃນຄອບຄອງ (ຢາເສບຕິດ) ໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ 0,3-100 ກຼາມ ຈະຖືກລົງ ໂທດຕັດອິດສະຫຼະພາບ ແຕ່ຫ້າປີຫາສິບປີ ແລະ ຈະຖືກປັບໃໝ 10.000.000 ກີບຫາ 100.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ກໍານົດໄວ້ ມາດຕາ 34 ຂອງກົດໝາຍອາຍາ.

ທ້າວ ເຟືອງ (ຈໍາເລີຍ) ເປັນຜູ້ ທີ່ມີສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ ສາມາດຮູ້ໄດ້ ເຖິງຜົນສະທ້ອນຂອງການກະທໍາຜິດຂອງຕົນວ່າ ເປັນສິ່ງທີ່ຜິດກົດໝາຍ ແຕ່ກໍຍັງມີເຈດຕະນາ ມີຢາເສບຕິດໄວ້ໃນຄອບຄອງ, ເຊິ່ງຈໍາເລີຍຕ້ອງຮັບຜິດຊອບຕໍ່ການກະທໍາຜິດທີ່ໄດ້ກໍ່ຂຶ້ນ. ສຳລັບຂອງກາງຢາບ້າ 169 ເມັດ ນໍ້າໜັກ 15,8 ກຼາມ, ຜ່ານການວິໄຈຂອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊແລ້ວ ແມ່ນບັນຈຸສານເສບຕິດ, ເຊິ່ງຂອງກາງຈໍານວນດັ່ງກ່າວເປັນສິ່ງເກືອດຫ້າມ.

ດ້ວຍເຫດນີ້, ຄະນະສານອາຍາ ໄດ້ລົງຄໍາວິນິດໄສໃສ່ ທ້າວ ເຟືອງ (ຈໍາເລີຍ) ຄື: ຕັດສິນລົງ ໂທດ ທ້າວ ເຟືອງ ເປັນຂັ້ນຕົ້ນ ໂດຍຊ້ອງໜ້າໂຈດ ແລະ ຈໍາເລີຍ ພ້ອມດ້ວຍຍາດພີ່ນ້ອງທີ່ເຂົ້າຮ່ວມໃນຫ້ອງປະຊຸມສານ ໂດຍບອກວ່າ: ສິ່ງທີ່ຈໍາເລີຍກະທໍາລົງໄປກໍ ລ້ວນແລ້ວແຕ່ຮູ້ເຖິງຜົນກະທົບທີ່ຈະຕາມມາ ແລະ ເປັນບຸກຄົນທີ່ມີສໍາປະຊະຍະສົມບູນດີ, ມີອາຍຸເຖິງກະ ສຽນທາງອາຍາ ແຕ່ກໍຍັງກະທໍາລົງໄປ. ດັ່ງນັ້ນ, ຈຶ່ງເຫັນຄວນຕັດອິດສະຫຼະພາບ 5 ປີ ປັບ ໃໝ 10.000.000 ກີບ ແລະ ຮິບຢາເສບຕິດ ປະເພດຢາບ້າ ຈໍານວນ 169 ເມັດ ຂອງຈໍາເລີຍ ໄວ້ ເພື່ອທໍາລາຍຖິ້ມ, ສົ່ງລົດຈັກສີດໍາ ບໍ່ມີໝາຍເລກທະບຽນຄືນໃຫ້ ທ້າວ ສອນໄຊ.