ທ່ານ ປອ ພວງປາລີສັກ ປະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຫ້ອງການພາກສະໜາມຂອງໜ່ວຍງານພັດທະນາສັງຄົມໂຄງການໄຟຟ້າຫົງສາ ໃນອາທິດຜ່ານມາ, ຕ້ອນຮັບໂດຍ ທ່ານ ລິຄິດ ພົງພະງັນ ທີ່ປຶກສາກຳມະການຜູ້ຈັດການ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານຮອງລັດຖະມົ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຢ້ຽມຊົມຜະລິດຕະພັນຂອງກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ ເປັນຕົ້ນແມ່ນຜະລິດຕະພັນຈາກການຕ່ຳຫູກ ຜ້າຝ້າຍຍ້ອມສີທຳມະຊາດ, ຫັດຖະກໍາການຈັກສານ, ການຜະລິດພືດຜັກ ແລະ ຜະລິດຕະພັນອື່ນໆ; ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຊຸກຍູ້ການຜະລິດເປັນ ສິນຄ້າໃຫ້ຫຼາຍຂຶ້ນ, ເພື່ອພ້ອມກັນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຖືກຜົນກະທົບໃຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.