ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວປຕ

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປ້ອງກັນວິທະຍານິພົນຈົບຊັ້ນ ໃຫ້ນັກສຶກສາປະລິນຍາໂທ ຮຸ່ນທີ IX ໃນວັນທີ 14 ກັນຍາ 2018 ເປັນປະທານໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການ ວປຕ, ມີບັນດາພະນັກງານຄູ-ອາຈານ ແລະ ແຂກຮັບເຊີນ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ

ການປ້ອງກັນບົດໃນຄັ້ງນີ້ ມີ 4 ຫົວຂໍ້ ຄື:

ເພີ່ມທະວີວຽກງານນໍາພາ-ບັນຊາວຽກງານສືບສວນ-ສອບສວນຄະດີຢາເສບຕິດ ຢູ່ແຂວງບໍ່ແກ້ວ ” ນໍາສະເໜີໂດຍ ພັທ ພົງພັກ ແດນທະນາ; ” ຍົກສູງຄຸນນະພາບວຽກງານສໍານວນ-ສໍາເນົາຄະດີອາຍາ ຢູ່ແຂວງບໍລິຄໍາໄຊ ” ນໍາສະເໜີໂດຍ ພັຕ ຮີ່ງນ້ອຍ ສຸກສະຫວັນ; ” ເພີ່ມທະວີກັນ ແລະ ສະກັດກັ້ນອຸປັດຕິເຫດການສັນຈອນທາງບົກ ຢູ່ແຂວງສາລະວັນ ” ນໍາສະເໜີໂດຍ ພັທ ສົມສັກ ຈອມມະນີ ແລະ ຫົວຂໍ້ ” ເພີ່ມທະວີການສືບສວນຄະດີອຸປັດຕິເຫດການສັນຈອນທາງບົກ ຢູ່ນະຄອນຫຼວງວຽງຈັນ ” ນໍາສະເໜີໂດຍ ຮອ ບຸນເພັດ ຈຸລີເຮີ.

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ

ຜ່ານການປ້ອງກັນວິທະຍານິພົນຈົບຊັ້ນຂອງນັກສຶກສາແຕ່ລະຫົວຂໍ້ ບັນດາຄູ-ອາຈານ ແລະ ປະທານ ໄດ້ມີຄໍາເຫັນແນະນໍາຕໍ່ການປ້ອງກັນວິທະຍານິພົນຈົບຊັ້ນ ໃນຄັ້ງນີ້ ເພື່ອຮັບປະກັນໃຫ້ວິທະຍານິພົນແຕ່ລະຫົວຂໍ້ມີເນື້ອໃນຄົບຖ້ວນສົມບູນ, ມີລັກສະນະວິທະຍາສາດ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດຜົນປະໂຫຍດສູງສຸດ.

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ

ສໍາລັບນັກສຶກສາລະດັບປະລິນຍາໂທ ຮຸ່ນທີ IX ມີທັງໝົດ 26 ສະຫາຍ ຍິງ 1 ສະຫາຍ ໄດ້ເລີ່ມເປີດສົກຮຽນໃນວັນທີ 17 ຕຸລາ 2016 ແລະ ໄດ້ເລີ່ມປ້ອງກັນບົດຕັ້ງແຕ່ວັນທີ 14 ເຖິງ 22 ກັນຍາ 2018 ຈຶ່ງສໍາເລັດ.

….< + > ….