ໃນໂອກາດນີ້, ທ່ານຮອງລັດຖະມົ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຢ້ຽມຊົມຜະລິດຕະພັນຂອງກຸ່ມສະຫະກອນສົ່ງເສີມກະສິກຳເມືອງຫົງສາ ເປັນຕົ້ນແມ່ນຜະລິດຕະພັນຈາກການຕ່ຳຫູກ ຜ້າຝ້າຍຍ້ອມສີທຳມະຊາດ, ຫັດຖະກໍາການຈັກສານ, ການຜະລິດພືດຜັກ ແລະ ຜະລິດຕະພັນອື່ນໆ; ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຊຸກຍູ້ການຜະລິດເປັນ ສິນຄ້າໃຫ້ຫຼາຍຂຶ້ນ, ເພື່ອພ້ອມກັນປັບປຸງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຖືກຜົນກະທົບໃຫ້ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.

ໃນວັນທີ 6 ສິງຫາ 2018, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໂດຍການເປັນປະທານຂອງ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າກອງບັນຊາການ ປກສ ເມືອງ-ດ່ານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສີວົງໄຊ ວິໄລໄຟ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2018 ໃນບົດສະຫຼຸບໄດ້ຍົກໃຫ້ເຫັນຜົນ ງານຫຼາຍດ້ານ ໂດຍສະເພາະການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງໃນຕະຫຼອດໄລຍະ 6 ເດືອນຜ່ານມາ ມີຄະດີອາຍາເກີດຂຶ້ນທັງໝົດ 23 ເລື່ອງ, ກັກຜູ້ກະທໍາຜິດໄດ້ 31 ຄົນ, ແກ້ໄຂ ຂັ້ນເຈົ້າໜ້າທີ່ມີ 7 ເລື່ອງ, ມີ 8 ຄົນ, ໃນນີ້ ສົ່ງສໍານວນໃຫ້ໄອຍະການແຂວງ ມີ 4 ເລື່ອງ 8 ຄົນ, ພວມດໍາເນີນແກ້ໄຂມີ 13 ເລື່ອງ 15 ຄົນ, ຄະດີຢາເສບຕິດເກີດຂຶ້ນທັງໝົດ 10 ເລື່ອງ, ກັກຜູ້ຖືກຫາໄດ້ 14 ຄົນ ຍິງ 4 ຄົນ, ໃນນີ້ ຄະດີຢາເສບຕິດມີ 6 ເລື່ອງ, ມີຜູ້ຖືກຫາ 12 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 31.647 ເມັດ, ເຮໂຣອິນ 65 ແທ່ງ, ຝິ່ນ 2 ກິໂລກຼາມ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ປືນ 5; ນອກນີ້, ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ເລື່ອງ, ພາຫະນະເປ່ເພເລັກໜ້ອຍ 11 ຄັນ, ເປ່ເພສົມຄວນ 20 ຄັນ, ໃຊ້ການບໍ່ໄດ້ 2 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 15 ຄົນ, ເຈັບສົມຄວນ 4 ຄົນ, ເຈັບສາຫັດ 5 ຄົນ, ເສຍຊີວິດ 5 ຄົນ ລວມມູນຄ່າເສຍຫາຍ ທັງໝົດ 156.000.000 ກີບ.

ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈກອງປະຊຸມໄປຈັດຕັ້ງຜັນຂະຫຍາຍຕາມ 4 ຄາດໝາຍ 4 ແຜນງານ ໃຫຍ່ 41 ໂຄງການ ທີ່ກະຊວງວາງອອກ ແລະ 6 ໂຄງການ ທີ່ກອງບັນຊາການ ປກສ ແຂວງ ວາງອອກ ເພື່ອຮັບປະກັນເຮັດໃຫ້ແຂວງຜົ້ງສາລີ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.