6 ເດືອນຕົ້ນປີ 2018 ໜ່ວຍພັກຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ( 509 ) ກອງບັນຊາການ ປກສ ແຂວງສະຫວັນນະເຂດ ສາມາດຮັບຮອງເອົາບ້ານປອດຄະດີ ໄດ້ 116 ບ້ານ, ມີ 18.524 ຄອບຄົວ, ຄອບຄົວປະຕິບັດໄດ້ 5 ມາດຖານ 17.827 ຄອບ ຄົວ, ພ້ອມນີ້ ຍັງໄດ້ຈັດຕັ້ງປະຕິບັດວຽກງານຕາມຂັ້ນເທິງມອບໝາຍ ໂດຍສະເພາະແມ່ນແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເພື່ອຮັບປະກັນໃຫ້ ທ້ອງຖິ່ນຮາກຖານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອບໂດຍພື້ນຖານ.

ກອງປະຊຸມສະຫຼຸບການເຄື່ອນໄຫວ ວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2018 ຂອງໜ່ວຍພັກຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ສະຫວັນນະເຂດ ໃນວັນທີ 7 ກັນຍາ 2018 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັທ ລໍາຄູນ ວໍລະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ສະຫາຍ ພັທ ວຽງທອງ ຫຼ້າບົວພອນ ເລຂາໜ່ວຍພັກ, ຫົວໜ້າຫ້ອງ 509, ມີສະຫາຍຄະນະພັກ-ຄະນະບັນ ຊາ, ຄະນະຫ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພັຕ ສີຫາລາດ ວໍລະທໍານຽມ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງ 509 ກ່າວວ່າ: ໜ່ວຍພັກຫ້ອງ 509 ໄດ້ເອົາໃຈໃສ່ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນການຈັດຕັ້ງປະ ຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍສະເພາະແມ່ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮັບປະກັນໃຫ້ທ້ອງຖິ່ນຮາກຖານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອບໂດຍພື້ນຖານ; ພ້ອມທັງເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ຊີ້ນໍາເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດຕາມລະດັບຄາດໝາຍສະມາຊິກພັກແຕ່ລະສະຫາຍມີຄວາມບຸກບືນ ຫ້າວຫັນເຮັດໜ້າທີ່ວິຊາສະເພາະ ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງ ສ້າງຄອບຄົວ ແລະ ບ້ານປອດຄະດີ, ໃນ 6 ເດືອນຕົ້ນປີ ຮັບຮອງບ້ານປອດຄະດີມີ 116 ບ້ານ, ມີ 18.524 ຄອບຄົວ, ຄອບຄົວປະຕິບັດໄດ້ 5 ມາດຖານ 17.827 ຄອບຄົວ, ອອກບັດປະຈຳຕົວໄດ້ທັງໝົດ 21.355 ຍິງ 10. 929 ຄົນ, ປ່ຽນບັດມີ 3.718 ຍິງ 1.950 ຄົນ.

ວຽກງານປັບປຸງກໍ່ສ້າງພັກ, ໄດ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພັກຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ປັບປຸງລະບອບແບບແຜນວິທີເຮັດວຽກຂອງໜ່ວຍໃຫ້ໄປຕາມຫຼັກການຂອງພັກ; ພ້ອມກັນ ນັ້ນ, ການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດຊີ້ນຳຂອງພັກ; ເຊິ່ງຜ່ານມາສາມາດ ສ້າງເປົ້າໝາຍຂະຫຍາຍເຂົ້າພັກດັ່ງນີ້: ມະຫາຊົນກ້າວໜ້າຮຽນສະໜັບສະ ໜູນ 1 ສະຫາຍ, ໄດ້ຈັດຕັ້ງສະມາຊິກ ພັກໄດ້ປະເພດແຂງ ຈຳນວນ 46 ສະ ຫາຍ ຍິງ 20 ສະຫາຍ, ປະເພດກາງ 2 ສະຫາຍ ຍິງ 1ສະຫາຍ.