ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີມອບໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ໃຫ້ 1 ກົມກອງ ແລະ 11 ໜ່ວຍພັກ ໃນວັນທີ 11 ກັນຍາ 2018, ມອບໃບຢັ້ງຢືນໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກບັນດາຫ້ອງ, ກອງພັນ, ຄ້າຍຂຸມຂັງ-ດັດສ້າງ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

1 ກົມກອງ ທີ່ໄດ້ຮັບນາມມະຍົດ ກົມກອງເຂັ້ມແຂງ ແມ່ນ ຫ້ອງການເມືອງ, ສຳລັບ 11 ໜ່ວຍພັກ ທີ່ໄດ້ຮັບນາມມະຍົດດັ່ງກ່າວ ມີຄື: ໜ່ວຍພັກພະແນກພັກ-ອົງການຈັດຕັ້ງມະຫາຊົນ, ໜ່ວຍພັກພະແນກບໍລິຫານ-ໂຄສະນາ, ໜ່ວຍພັກພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ, ໜ່ວຍພັກພະແນກສືບສວນ-ສອບສວນ, ໜ່ວຍພັກພະແນກປ້ອງກັນພາຍໃນ 200, ໜ່ວຍພັກພະແນກຄຸ້ມຄອງຄົນຕ່າງປະເທດ 207 ແລະ ຫ້ອງການເມືອງ, ໜ່ວຍພັກພະແນກຈັດຕັ້ງ-ນະໂຍບາຍ, ໜ່ວຍພັກພະແນກ 201-203, ໜ່ວຍພັກພະແນກ 504, ໜ່ວຍພັກຫ້ອງການກອງບັນຊາການ ແລະ ໜ່ວຍພັກພະແນກຈະລາຈອນ.

ໃນຊຸມປີຜ່ານມາ, ທັງ 11 ໜ່ວຍພັກ ແລະ 1 ຫ້ອງການເມືອງ ແມ່ນໄດ້ເຊື່ອມຊຶມເອກະສານແນວທາງການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ມີສະຕິລະວັງຕົວ, ມີຄວາມຈົ່ງຮັກພັກດີ, ມີຄວາມສັດຊື່ບໍລິສຸດ, ດຳລົງຊີວິດປອດໃສ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີນ້ຳໃຈຮັບຜິດຊອບ ຍອມເສຍສະຫຼະເພື່ອຊາດ ເຮັດສຳເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້.

ຜ່ານການຕິດຕາມ-ກວດກາປະເມີນຜົນຕາມແຜນການຂອງຄະນະຮັບຜິດຊອບ ເຫັນວ່າ 11 ໜ່ວຍພັກ ແລະ 1 ຫ້ອງການເມືອງ ສາມາດປະຕິບັດໄດ້ຄົບມາດຖານເງື່ອນໄຂຂອງການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 4 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ແບບແຜນວິທີນຳພາ ແລະ 5 ເນື້ອໃນ ຄື: ການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ, ການນຳພາປະຕິບັດວຽກງານນະໂຍບາຍ ແລະ ແກ້ໄຂຊິວິດການເປັນຢູ່, ການນຳພາວຽກງານຮັກສາປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນກົມກອງ, ສະເພາະແຜນການສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2018 ຖ້າວ່າໜ່ວຍພັກໃດມີສະມາຊິກພັກແຂງ ກວມ 80% ຂຶ້ນໄປ, ບໍ່ມີສະມາຊິກພັກອ່ອນ ແລະ ເສຍທາດ, ໜ່ວຍພັກມີຄະແນນລະບຸໄວ້ 9-10 ຄະແນນ ໜ່ວຍພັກນັ້ນ ຖືວ່າສາມາດຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.